ທະຫານ 385 ຄົນເຂົ້າຊ່ອຍເຫລືອສ້ອມແປງເຮືອນປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄຟໄໝ້ ແລະ ເບີດ ຢູ່ອຸດົມໄຊ
February 18, 2025 - 5:15 PM


ວັນທີ 14-17 ກຸມພາ 2025 ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ນໍາກໍາລັງ 385 ສະຫາຍ ແລະ ພາຫະນະຮັບໃຊ້ຈຳນວນໜຶ່ງເຂົ້າຊ່ວຍເຫລືອພໍ່ແມ່ປະຊາຊົນຟື້ນຟູທີ່ພັກອາໄສຢູ່ເຂດຖືກຜົນກະທົບຈາກອັກຄີໄພ ແລະ ລະເບີດ ຢູ່ຮ້ານຂາຍອາໄຫລ່ລົດ ທີ່ບ້ານນາໝີ ເມືອງໄຊ ແຂວງອຸດົມໄຊ ໃນວັນທີ 14 ກຸມພາ 2025 ສົ່ງຜົນກະທົບຕໍ່ເຮືອນປະຊາຊົນຈຳນວນຫລາຍສິບຫລັງຄາເຮືອນ.
ປັດຈຸບັນ ອົງການປົກຄອງບ້ານ ກຳລັງເລັ່ງເກັບກຳຂໍ້ມູນຜົນເສຍຫາຍ ເພື່ອລາຍງານຕໍ່ແຂວງ ເພື່ອຈະໄດ້ມີການທົດແທນຜົນເສຍຫາຍ.