ປກສ ນະຄອນໄກສອນ ກັກຕົວເປົ້າໝາຍ ແລະ ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ


ວັນທີ 18 ກຸມພາ 2025, ກອງບັນຊາການ ປກສ ນະຄອນ ໄກສອນ ແຂວງສະຫວັນນະເຂດ ໄດ້ກັກຕົວເປົ້າໜາຍ ຄ້າຂາຍຢາບ້າ ແລະ ສຶກສາອົບຮົມ ຜູ້ທີ່ເສບຢາເສບຕິດຢາບ້າ, ໂດຍການເຂົ້າຮ່ວມຂອງ ພັຕ ສຸບັນ ສຸມະໂນ ຫົວໜ້າພະແນກຕຳຫລວດ ປກສ ນະຄອນ ໄກສອນ, ມີນາຍຕຳຫລວດ ແລະ ພາກສ່ວນກ່ຽວຂ້ອງ.
ເຈົ້າໜ້າທີ່ລາຍງານວ່າ: ວັນທີ 4 ມັງກອນ 2025 ເຈົ້າໜ້າທີ່ ໄດ້ເຂົ້າມ້າງຈຸດມົ້ວສຸມຢາເສບຕິດ ຢູ່ຖຽງນາຂອງປະຊາຊົນ ເຂດບ້ານຊອກ ນະຄອນໄກສອນ ແລະ ໄດ້ກັກຕົວ ທ້າວເສົາ ອາຍຸ 29 ປີ ພ້ອມຂອງກາງຢາບ້າ 70 ເມັດ ແລະ ນາງ ມຸກທະລາ ຫລື ມຸກ ອາຍຸ 26 ປີ ຢູ່ບ້ານຊອກ ພ້ອມຂອງກາງຢາໄອສ໌ 1 ຖົງນ້ອຍ ຢູ່ໃນຖົງໂສ້ງ ແລະ ໄດ້ກັກຕົວພວກມົ້ວສຸມເສບຢາຕິດ ໄດ້ທັງໝົດ 14 ຄົນ ຍິງ 1 ຄົນ.
ສຳລັບກຸ່ມມົ້ວສຸມ 14 ຄົນ ແມ່ນໄດ້ສຶກສາອົບຮົມ, ກ່າວເຕືອນ ແລະ ຂຽນບົດບັນທຶກ ຖ້າວ່າພວກກ່ຽວຍັງບໍ່ຢຸດເຊົ້າພົວພັນກັບຢາເສບຕິດຄືເກົ່າແມ່ນຈະໄດ້ປະຕິບັດຕາມລະບຽບ ແລະ ໄດ້ມອບໃຫ້ອໍານາດການປົກຄອງ ກໍຄືພໍ່-ແມ່ ເປັນຜູ້ສືບຕໍ່ສຶກສາອົບຮົມ ແລະ ຕິດຕາມ ການເຄື່ອນໄຫວຂອງກຸ່ມເປົ້າໝາຍ.