ຄຳສັ່ງເລກທີ 15/ນຍ ເຮັດໃຫ້ການຄຸ້ມຄອງປ່າໄມ້ຂອງປະເທດມີປະສິດທິພາບດີຂຶ້ນ
ກົມປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ປ່າໄມ້ເປັນແຫລ່ງຊັບພະຍາກອນທີ່ມີຄຸນຄ່າ ແລະ ນຳຜົນປະໂຫຍດອັນຫລວງຫລາຍມາໃຫ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ຊ່ວຍຫລຸດຜ່ອນການປ່ຽນແປງຂອງສະພາບດິນຟ້າອາກາດ, ປົກປັກຮັກສາສັດປ່າ ແລະ ເສີມສ້າງຄວາມໝັ້ນຄົງຂອງການດຳລົງຊີວິດຂອງປະຊາຊົນ ແລະ ໃນຜ່ານມາສາເຫດຕົ້ນຕໍຂອງການສູນເສຍແຫລ່ງຊັບພະຍາກອນປ່າໄມ້ແມ່ນມາຈາກການລັກລອບຕັດໄມ້ທີ່ຜິດກົດໝາຍ, ການຖາງປ່າເຮັດໄຮ່ແບບເລື່ອນລອຍ, ການປັບປ່ຽນເນື້ອທີ່ປ່າຍ້ອນການພັດທະນາດ້ານພື້ນຖານໂຄງລ່າງ, ການຂະຫຍາຍເນື້ອທີ່ຂຸດຄົ້ນບໍ່ແຮ່, ກະສິກຳ ແລະ ການຕັ້ງຖິ່ນຖານຕ່າງໆຂອງປະຊາຊົນ, ເຖິງວ່າໄລຍະຜ່ານມາ, ພັກ ແລະ ລັດຖະບານ ໄດ້ມີຄວາມພະຍາຍາມໃນການປົກປັກຮັກສາປ່າໄມ້ ແລະ ໄດ້ວາງມາດຕະການ, ຍຸດທະສາດສຳຄັນຫລາຍດ້ານຕໍ່ວຽກງານດັ່ງກ່າວ, ໂດຍສະເພະແມ່ນການເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງຕິດຕາມກວດກາການຕັດໄມ້, ການຄ້າໄມ້ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນເຂົ້າໃນວຽກງານດັ່ງກ່າວ. ເພື່ອແນ່ໃສ່ສົ່ງເສີມການຄຸ້ມຄອງປ່າໄມ້, ສົ່ງເສີມການຫລຸດຜ່ອນຄວາມທຸກຍາກ ແລະ ການບໍລິຫານຈັດການຊັບພະຍາກອນ ທຳມະຊາດແບບຍືນຍົງ ແລະ ນັບແຕ່ມີຄຳສັ່ງເລກທີ 15/ນຍ ຂອງນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ອອກມານີ້, ໄດ້ເຮັດໃຫ້ວຽກງານຄຸ້ມຄອງປ່າໄມ້ຂອງປະເທດເຮົາມີປະສິດທິ ພາບຫລາຍຍິ່ງຂຶ້ນ, ເຊັ່ນດຽວກັບການຕົກລົງເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈກັບສະຫະພາບເອີຣົບ, ຊຶ່ງເປັນສັນຍາທີ່ຈະປັບປຸງການຈັດຕັ້ງປະຕິບັດການຄຸ້ມຄອງກົດໝາຍປ່າໄມ້ໃນລາວ ກໍຄືປະເທດຄູ່ຮ່ວມການຄ້າ, ລະບົບການຮັບປະກັນຄວາມຖືກຕ້ອງຕາມກົດໝາຍ, ຊຶ່ງຈະຮັບປະກັນວ່າໄມ້ ແລະ ຜະລິດຕະພັນໄມ້ທີ່ສົ່ງອອກສູ່ຕະຫລາດໄດ້ຮັບອະນຸຍາດຖືກຕ້ອງຕາມລະບຽບກົດໝາຍ.