ຫາທາງອອກທີ່ເໝາະສົມ ປູກພືດແນວອື່ນທົດແທນ ເພື່ອຢຸດຕິການລັກລອບປູກຝິ່ນ

ຫາທາງອອກທີ່ເໝາະສົມ ປູກພືດແນວອື່ນທົດແທນ ເພື່ອຢຸດຕິການລັກລອບປູກຝິ່ນ - 477571323 1189059676563180 191565922642684606 n - ຫາທາງອອກທີ່ເໝາະສົມ ປູກພືດແນວອື່ນທົດແທນ ເພື່ອຢຸດຕິການລັກລອບປູກຝິ່ນ
ຫາທາງອອກທີ່ເໝາະສົມ ປູກພືດແນວອື່ນທົດແທນ ເພື່ອຢຸດຕິການລັກລອບປູກຝິ່ນ - kitchen vibe - ຫາທາງອອກທີ່ເໝາະສົມ ປູກພືດແນວອື່ນທົດແທນ ເພື່ອຢຸດຕິການລັກລອບປູກຝິ່ນ

ໂດຍ: ຜາຕຸງ 10.02.25

ຕົ້ນຝິ່ນເປັນພືດທີ່ມີສານເສບຕິດຕ້ອງຫ້າມ ຜິດກົດໝາຍ ບໍ່ອະນຸຍາດໃຫ້ປູກ ສ່ວນຫຼາຍແມ່ນຈະຢູກຢູ່ບັນດາແຂວງທາງພາກເໜືອຂອງປະເທດ ແຕ່ຜ່ານມາ ລັດຖະບານໄດ້ອອກລະບຽບກົດໝາຍຫ້າມປູກເພາະຖືເປັນຢາເສບຕິດໃຫ້ໂທດຕໍ່ສັງຄົມ, ດ້ວຍການປຸກລະດົມໃຫ້ປະຊາຊົນຢຸດຕິການປູກຝິ່ນຫັນໄປປູກພືດແນວອື່ນທົດແທນ ເປັນທາງທາງທີ່ຖືກຕ້ອງ ສອດຄ່ອງນະໂຍບາຍພາກລັດ ແລະ ສາກົນ.

ຫາທາງອອກທີ່ເໝາະສົມ ປູກພືດແນວອື່ນທົດແທນ ເພື່ອຢຸດຕິການລັກລອບປູກຝິ່ນ - Visit Laos Visit SALANA BOUTIQUE HOTEL - ຫາທາງອອກທີ່ເໝາະສົມ ປູກພືດແນວອື່ນທົດແທນ ເພື່ອຢຸດຕິການລັກລອບປູກຝິ່ນ

ຢ່າງໃດກໍຕາມ ເຖິງແມ່ນວ່າຕະຫລອດໄລຍະຫລາຍສິບປີຜ່ານມາ ພາກລັດໄດ້ ປຸກລະດົມ ຂົນຂວາຍໃຫ້ປະຊາຊົນເຊົາປູກຝິ່ນ ຊີ້ໃຫ້ເຫັນໂທດຂອງຝິ່ນ ແລະ ຍັງໄດ້ໃຊ້ມາດຕະການປາບປາມ ໃຊ້ກົດໝາຍດຳເນີນຄະດີຕໍ່ຜູ້ລະເມີດ ໃນເບື້ອງຕົ້ນເຫັນວ່າໄດ້ຮັບຄວາມຮ່ວມມືຈາກປະຊາຊົນເປັນຢ່າງດີ ແຕ່ ມາໄລຍະຫຼັງໆນີ້ ປະຊາຊົນພັດລັກປູກຫຼາຍສົມຄວນໃນບັນດາແຂວງພາກເໜືອ ເຖິງຈະມີການສະກັດກັ້ນປາບປາມຢ່າງຂະຫຍັນຂັນແຂງຈາກເຈົ້າໜ້າທີ່ແຕ່ກໍຍັງມີຢູ່ເລື້ອຍໆ ຊຶ່ງປະຊາຊົນໄດ້ລັກລອບປູກ ຕາມຮ່ອມພູຮ່ອມຜາ ຕາມປ່າດົງອັນຕຶບໜາ.

ພຽງແຕ່ເລີ່ມຕົ້ນປີ 2025 ປາກົດວ່າ ແຂວງພາກເໜືອ ໄດ້ນຳກຳລັງປາບປາມ ທຳລາຍສວນຝິ່ນທີ່ປະຊາຊົນລັກລອບປູຫລາຍສິບເຮັກຕາ ສະເພາະແຂວງຫລວງນໍ້າທາ ເນື້ອທີ່ປະມານ 9.6 ເຮັກຕາ, ແຂວງຊຽງຂວາງ 14,100 ກວ່າຕາແມັດ, ອຸດົມໄຊ ທຳລາຍສວນຝິ່ນ 2 ຕອນ ເນື້ອທີ່ ເຄິ່ງເຮັກຕາ ແລະ ຈຸດອື່ນໆອີກຈຳນວນຫລາຍ ແຕ່ລະບ່ອນໂດຍການໃຊ້ໄມ້ຟາດ, ພ້າຖາງ ແລະ ລົກຕົ້ນນ້ອຍຖິ້ມ ເພື່ອບໍ່ໃຫ້ສາມາດຂີດດຢາງ ແລະ ເກັບກ່ຽວແນວພັນອີກ, ພ້ອມທັງໄດ້ນໍາຕົວຜູ້ລັກລອບປູກຢາຝິ່ນ ມາສຶກສາອົບຮົມກ່າວເຕືອນ ແລະ ຊີ້ແຈງຜົນຮ້າຍໄພອັນຕະລາຍຂອງຢາຝິ່ນ ໃຫ້ປະຊາຊົນທີ່ລັກລອບປູກ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງແລ້ວພ້ອມກັນຢຸດຕິການປູກຢ່າງສິ້ນເຊີງ.

ຝິ່ນເປັນສິ່ງທີ່ຜິດກົດໝາຍທັງໃນລາວ ແລະ ຕ່າງປະເທດກໍມີການເກືອດຫ້າມມາຕະຫຼອດ ແລະມີການປັບໄໝໃສ່ໂທດຕາມລະບຽບກົດໝາຍຂອງແຕ່ລະປະເທດ ແຕ່ປາານນັ້ນກໍ່ຍັງມີຜູ້ລັກລອບປູກ ຜະລິດ ແລະປຸງແຕ່ງເປັນສິນຄ້າ ນຳໄປເບື່ອເມົາສັງຄົມ ເຮັດໃຫ້ສັງຄົມມີຄວາມຫຍຸ້ງຍາກສັບສົນຫຼາຍໃນການປາບປາມເບິ່ງໃນດ້າໜຶ່ງພັດສ້າງລາຍຮັບໄດ້ດີ ດັ່ງນັ້ນມັນກາຍເປັນສິ່ງຈູງໃຈໃຫ້ປະຊາຊົນໃນເຂດຊົນນະບົດລັກລອບປູກກໍ່ຍັງມີຫຼາຍ ເພື່ອແກ້ໄຂບັນຫານີ້ ນອກຈາກຳໃຊ້ກົດໝາຍເຂົ້າປາບປາມແລ້ວ ທາງໜຶ່ງກໍຄວນເຜີຍແຜ່ກົດໝາຍກ່ຽວຂ້ອງໃຫ້ປະຊາຊົນຮັບຮູ້ເຂົ້າໃຈແນວທາງນະໂຍບາຍ ແລະ ຜົນຮ້າຍຂອງຝີ່ນ ຢ່າງກວ້າງຂວາງ ອາດຈັດສັນພື້ນທີ່ການຜະລິດຄືນໃໝ່ໃຫ້ເໝາະສົມດ້ວຍການປູກພືດແນວອື່ນທົດແທນກໍ່ເປັນທາງອອກທີ່ດີໃຫ້ປະຊາຊົນໄດ້

ຫາທາງອອກທີ່ເໝາະສົມ ປູກພືດແນວອື່ນທົດແທນ ເພື່ອຢຸດຕິການລັກລອບປູກຝິ່ນ - 4 - ຫາທາງອອກທີ່ເໝາະສົມ ປູກພືດແນວອື່ນທົດແທນ ເພື່ອຢຸດຕິການລັກລອບປູກຝິ່ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!