“ຊັບໃນດິນສິນໃນນໍ້າ ແຮ່ຄຳຕົກຂ້ອນ” ກັບບັນຫາສິ່ງແວດລ້ອມທີ່ຕ້ອງຮີບຮ້ອນແກ້ໄຂ


ໂດຍ: ຜາຕຸງ
ຜ່ານມາຫຼາຍປີ ລັດຖະບານໄດ້ອະນຸມັດໃຫ້ຜູ້ລົງທຶນສຳປະທານໃນການຂຸດຄົ້ນແຮ່ທາດຕ່າງໆທັງນ້ອຍແລະ ໃຫຍ່ ມີຫຼາຍໂຄງການກໍດຳເນີນໄປຢ່າງຖືກຕ້ອງຕາມລະບຽບກົດໝາຍ ຖືກຕ້ອງສອດຄ່ອງຕາມກົດໝາຍການລົງທຶນ ມີຜົນສຳເລັດດີ ນຳເອົາລາຍໄດ້ມາສູ່ປະເທດຊາດຢ່າງແທ້ຈິງ ອັນນີ້ກໍຊົມເຊີຍ ແຕ່ຍັງມີຫຼາຍໂຄງການ ໂດຍສະເພາະແມ່ນການລົງທຶນສຳປະທານຂຸດຄົ້ນຄຳຕົກຂ້ອນຢູ່ຫຼາຍແຂວງ ນອກກາານສຳປະທານແລ້ວ ຍັງມີຄົນຈຳນວນໜຶ່ງລັກລອບຂຸດຄົ້ນເຮັດໃຫ້ລັດມີຄວາມສູນເສຍລາຍຮັບເປັນຈຳນວນຫຼວງຫຼາຍ.
ຈາກການດຳເນີນວຽກງານແບບບໍ່ໄປບໍ່ມາ ບໍ່ເກີດປະໂຫຍດແລ້ວ ຍັງສ້າງຄວາມສູນເສຍຕໍ່ປະເທດຊາດແລ້ວ ຍັງນຳເອົາຄວາມເດືອດຮ້ອນມາສູ່ປະຊາຊົນ ສ້າງຄວາມສູນເສຍຕໍ່ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ໂດຍການປ່ອຍສານເຄມີລົງສູ່ສາຍນ້ຳເຮັດໃຫ້ນ້ຳປົນເປື້ອນສານເຄມີ, ນ້ຳຂຸ່ນ, ສັດນ້ຳຕາຍເປັນຈຳນວນຫຼາຍ ກາຍເປັນສຽງວິພາກວິຈານ ຕ່າງໆນານາ ຈົນດັງຂຶ້ນຮອດສະພາກໍເຄີຍມີມາແລ້ວ.
ການຂຸດຄົ້ນບໍ່ແຮ່ ທີ່ຂັດຕໍ່ລະບຽບ, ບໍ່ເປັນໄປຕາມແບບແຜນ ດ້ວຍການປ່ອຍສານເຄມີ ຫຼືວ່າເຮັດໃຫ້ນ້ຳເປື້ອນນ້ຳຂຸ່ນຕໍ່ສາຍນ້ຳ ມີຫຼາຍກໍລະນີ ແຕ່ພາຍຫຼັງມາການສ່ອງແສງ ຫຼື ທັກທ້ວງຜູ້ລົງທຶນເຄີຍໄດ້ອ້າງເຫດຜົນຕະຫຼອດວ່າແມ່ນອຸປະຕິເຫດ ຫຼື ວ່າຄູກັນນ້ຳເຈື່ອນຫັກພັງ ເຮັດໃຫ້ນ້ຳໄຫຼລົງສູ່ສາຍນ້ຳທຳມະຊາດ ຫຼືວ່າ ເຈຕະນາແລ້ວກໍອ້າງເຫດຜົນ ຫຼື ບາງກໍລະນີກໍ່ຕັ້ງເອົາໄປຮ່ອນເອົາແຮ່ໄປຮ່ອນຢູ່ໃນສາຍນ້ຳນັ້ນເລີຍ ເພາະວ່າເກືອບທຸກໂຄງການບໍ່ແຮ່ແມ່ນຢູ່ໃນເຂດຫ່າງໄກສອກຫຼີກຢູ່ໃນປ່າໃນດົງເຮັດໃຫ້ພະນັກງານຄຸ້ມຄອງຈະເປັນພະນັກງານຂັ້ນເມືອງ, ຂັ້ນແຂວງກໍ່ບໍ່ສາມາດໄປຕິດຕາມກວດກາໄດ້ຕະຫຼອດ” ສິ່ງສຳຄັນຄືພວກເຮົາຈະແກ້ໄຂແນວໃດ.
ກອງປະຊຸມລັດຖະບານ ໄດ້ມີມະຕິ ໃຫ້ພະລັງງາານ ແລະ ບໍ່ແຮ່ ຜູ້ປະຕິບັດວຽກງານຕົວຈິງ ແຈ້ງການໂຈະທຸກໂຄງການຂຸດຄົ້ນແຮ່ຄຳຕົກຂ້ອນໃນທົ່ວປະເທດບໍ່ວ່າຈະເປັນໂຄງການທີ່ອະນຸມັດໄປແລ້ວ ແລະ ຍັງບໍ່ທັນອະນຸມັດກໍໃຫ້ຢຸດເຊົາ ແລະ ມອບໃຫ້ອົງການປົກຄອງທ້ອງຖິ່ນທຸກແຂວງລົງກວດກາຜົນກະທົບຂອງໂຄງການຢ່າງລະອຽດ ຖ້າພົບເຫັນການລະເມີດບໍ່ປະຕິບັດຕາມລະບຽບການແມ່ນໄດ້ປັບໃໝ ແລະ ຢຸດຕິໂຄງການທັນທີ, ນີ້ ຖືວ່າເປັນມາດຕະການສະກັດກັ້ນ ແລະຄຸ້ມຄອງປົກປັກຮັກສາຊັບສົມບັດຊອງຊາດທີ່ດີໜຶ່ງທີ່ລັດຖະບານຳໄດ້ນຳໃຊ້.
ຊັບພະຍາກອນທາງທຳມະຊາດ ເປັນກຳມະສິດຂອງທຸກຄົນໃນວົງຄະນາຍາດແຫ່ງຊາດລາວ ອັນມີລັດຖະບານເປັນຜູ້ຄຸ້ມຄອງຈັດສັນໃນການຂຸດຄົ້ນເພື່ອນຳເອົາມາພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ ບໍ່ອະນຸຍາດໃຫ້ບຸກຄົນໃດໜຶ່ງຂຸດຄົ້ນເອົາໄປນຳໃຊ້ໄດ້ຕາມລລຳພັງໃຈຕົນເອງ, ດັ່ງນັ້ນທຸກຄົນທີ່ເປັນເຈົ້າຂອງປະເທດຊາດ, ໃນເມື່ອປະເທດຊາດເຮົາຄຸ້ມຄອງດ້ວຍກົດໝາຍທີ່ເຂັ້ມແຂງ ຈົ່ງນຳໃຊ້ກົດຈົ່ງນຳໃຊ້ເຄື່ອງມືທາງດ້ານກົດໝາຍເຂົ້າໃນການຄຸ້ມຄອງ ແລະ ປົກປັກຮັກສາຊັບສົມບັດອັນລ້ຳຄ່ານັ້ນໄວ້ໃຫ້ເປັນມູນມໍລະດົກຕົກທອດເຖິງລູກຫຼານໄດ້ນຳໃຊ້ໃນພາຍພາກໜ້າ ເພາະອານາຄົດຂອງປະເທດຊາດຕ້ອງອາໄສລູກຫຼານເຫຼົ່ານັ້ນເປັນຜູ້ສືບທອດຕໍ່ໄປ.