ຫລວງນໍ້າທາ ອະນຸມັດໂຄງການຜະລິດຕະພັນໄມ້ປ່ອງ 130 ເຮັກຕາ ເພື່ອຈຳໜ່າຍພາຍໃນ ແລະ ຕ່າງປະເທດ


ວັນທີ 7 ກຸມພາ 2025 ແຂວງຫລວງນໍ້າທາໄດ້ເຊັນສັນຍາ ວ່າດ້ວຍການສຶກສາຄວາມເປັນໄປໄດ້ກ່ຽວກັບໄມ້ປ່ອງທໍາມະຊາດ, ສົ່ງເສີມປະຊາຊົນປູກ, ເກັບຊື້ໄມ້ປ່ອງ ແລະ ສ້າງຕັ້ງໂຮງງານຜະລິດຕະພັນໄມ້ປ່ອງ ຢູ່ແຂວງຫລວງນໍ້າທາ ໂດຍການເຂົ້າຮ່ວມຂອງທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງໆຫລວງນໍ້າທາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການການກ່ຽວກັບໄມ້ປ່ອງທໍາມະຊາດ, ສົ່ງເສີມປະຊາຊົນປູກ, ເກັບຊື້ໄມ້ປ່ອງ ແລະ ສ້າງຕັ້ງໂຮງງານຜະລິດຕະພັນໄມ້ປ່ອງ ຢູ່ 4 ເມືອງ ຄື: ເມືອງຫລວງນໍ້າທາ 10 ເຮັກຕາ ເປັນເຂດທໍາການຜະລິດຂອງບ້ານ ສີນອຸດົມ, ເມືອງສິງ 15 ເຮັກຕາ ເປັນເຂດທໍາການຜະລິດຂອງບ້ານຈາວັງໃໝ່ , ເມືອງນາແລ 60 ເຮັກຕາ ເປັນເຂດຄຸ້ມຄອງ ແລະ ນໍາໃຊ້ຂອງບ້ານພູຄາ ແລະ ເມືອງວຽງພູຄາ 45 ເຮັກຕາ ເປັນເຂດທໍາການຜະລິດຂອງບ້ານ ປາງຊາຍ ແລະ ບ້ານນໍາແພ ເນື້ອທີ່ລວມທັງໝົດ130 ເຮັກຕາ. ໄລຍະການສຳປະທານ 18 ເດືອນ ສາມາດຕໍ່ໄດ້ໜື່ງຄັ້ງ ຜະລິດຕະພັນໄມ້ປ່ອງໃຫ້ສາມາດຈຳໜ່າຍພາຍໃນປະເທດ ແລະ ຕ່າງປະເທດ.