YouTube ໃນ iOS ອັບເດດແກ້ໄຂບັນຫາກິນແບັດເຕີຣີແລ້ວ
December 1, 2017 - 11:25 AM


ແອັບ YouTube ໃນ iOS ອອກອັບເດດເວີຊັ່ນໃຫມ່ ແກ້ໄຂບັນຫາກິນແບັດເຕີຣີແລ້ວ ຫຼັງຈາກທີ່ກ່ອນໜ້ານີ້ມີຜູ້ໃຊ້ແອັບ YouTube ໃນ iOS ພົບບັນຫາແອັບ YouTube ມີບັ໊ກເຮັກໃຫ້ໃຊ້ພະລັງງານແບັດເຕີຣີ່ຫຼາຍກວ່າປົກກະຕິ ອີກທັງຍັງເຮັດໃຫ້ເຄື່ອງຮ້ອນຂະນະໃຊ້ງານ ຫລ້າສຸດເມື່ອວັນທີ 27 ພະຈິກຜ່ານມາ, ແອັບ YouTube ກໍໄດ້ອອກອັບເດດເວີຊັ່ນ 12.45 ເພື່ອແກ້ໄຂບັນຫາດັ່ງກ່າວແລ້ວ.
ແນວໃດກໍຕາມ ບໍ່ໄດ້ມີການເປີດເຜີຍສາເຫດຂອງບັນຫາດັ່ງກ່າວຢ່າງຊັດເຈນ ນອກຈາກແຈ້ງວ່າເປັນບັ໊ກຢ່າງໜຶ່ງທີ່ເຮັດໃຫ້ແອັບກິນແບັດເຕີຣີ ຊຶ່ງຫຼັງຈາກທີ່ຜູ້ໃຊ້ໄດ້ອັບເດດແອັບ YouTube ເປັນເວີຊັ່ນ 12.45 ແລ້ວກໍຈະບໍ່ພົບບັນຫາດັ່ງກ່າວອີກ.