ການນຳແຂວງຈໍາປາສັກ ອະນຸຍາດໃຫ້ຊາວບ້ານທາງຄົບ ແລະ ບ້ານໜອງສະ ເຂົ້າຂາຍເຄື່ອງໃນງານບຸນນະມັດສະການຜາສາດຫີນວັດພູ ໂດຍບໍ່ໄດ້ເສຍຄ່າ (ຟຣີ)

ການນຳແຂວງຈໍາປາສັກ ອະນຸຍາດໃຫ້ຊາວບ້ານທາງຄົບ ແລະ ບ້ານໜອງສະ ເຂົ້າຂາຍເຄື່ອງໃນງານບຸນນະມັດສະການຜາສາດຫີນວັດພູ ໂດຍບໍ່ໄດ້ເສຍຄ່າ (ຟຣີ) - 476031140 964488989117384 3973271963040418202 n - ການນຳແຂວງຈໍາປາສັກ ອະນຸຍາດໃຫ້ຊາວບ້ານທາງຄົບ ແລະ ບ້ານໜອງສະ ເຂົ້າຂາຍເຄື່ອງໃນງານບຸນນະມັດສະການຜາສາດຫີນວັດພູ ໂດຍບໍ່ໄດ້ເສຍຄ່າ (ຟຣີ)
ການນຳແຂວງຈໍາປາສັກ ອະນຸຍາດໃຫ້ຊາວບ້ານທາງຄົບ ແລະ ບ້ານໜອງສະ ເຂົ້າຂາຍເຄື່ອງໃນງານບຸນນະມັດສະການຜາສາດຫີນວັດພູ ໂດຍບໍ່ໄດ້ເສຍຄ່າ (ຟຣີ) - kitchen vibe - ການນຳແຂວງຈໍາປາສັກ ອະນຸຍາດໃຫ້ຊາວບ້ານທາງຄົບ ແລະ ບ້ານໜອງສະ ເຂົ້າຂາຍເຄື່ອງໃນງານບຸນນະມັດສະການຜາສາດຫີນວັດພູ ໂດຍບໍ່ໄດ້ເສຍຄ່າ (ຟຣີ)

ໜັງສືພິມ ຈໍາປາໃໝ່ ລາຍງານວ່າ: ວັນທີ 4 ກຸມພາ 2025 ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈໍາປາສັກໄດ້ໂອ້ລົມ ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບ້ານທາງຄົບ ແລະ ບ້ານໜອງສະ ເມືອງຈໍາປາສັກ ເນື່ອງໃນໂອກາດ ທີ່ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມ 2 ບ້ານດັ່ງກ່າວ ມີສ່ວນຮ່ວມໃນການເປັນເຈົ້າພາບທີ່ດີໃນການຈັດງານບຸນນະມັດສະການຜາສາດຫີນວັດພູ ປະຈໍາປີ 2025, ເປັນເຈົ້າການປະກອບສ່ວນໃນການປົກປັກຮັກສາ ສະຖານພູຮານວັດພູຈໍາປາສັກ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດສວຍງາມ ໂດຍສະເພາະແມ່ນໃນໄລຍະຈັດງານບຸນວັດພູ. ສໍາລັບຜູ້ທີ່ມີເງື່ອນໄຂ, ມີຜະລິດຕະພັນທີ່ເປັນພູປັນຍາຂອງຊາວ ລວມທັງອາຫານ, ເຄື່ອງດື່ມ ແລະ ອື່ນໆ ກໍສາມາດນໍາເອົາຜະລິດຕະພັນຂອງຕົນ ໄປວາງສະແດງ ແລະ ຈໍາໜ່າຍໃນງານບຸນນະມັດສະການຜາສາດຫີນວັດພູ ໃນບໍລິເວນຕະຫລາດຢ້ອນຍຸກ ໂດຍບໍ່ໄດ້ເສຍຄ່າເຊົາສະຖານທີ່ ແລະ ຄ່າພັນທະອາກອນອື່ນໆ.

ການນຳແຂວງຈໍາປາສັກ ອະນຸຍາດໃຫ້ຊາວບ້ານທາງຄົບ ແລະ ບ້ານໜອງສະ ເຂົ້າຂາຍເຄື່ອງໃນງານບຸນນະມັດສະການຜາສາດຫີນວັດພູ ໂດຍບໍ່ໄດ້ເສຍຄ່າ (ຟຣີ) - 475946118 1171005268360849 5067205031760165022 n 1024x683 - ການນຳແຂວງຈໍາປາສັກ ອະນຸຍາດໃຫ້ຊາວບ້ານທາງຄົບ ແລະ ບ້ານໜອງສະ ເຂົ້າຂາຍເຄື່ອງໃນງານບຸນນະມັດສະການຜາສາດຫີນວັດພູ ໂດຍບໍ່ໄດ້ເສຍຄ່າ (ຟຣີ)

ແມ່ແກ້ວ ພູນສະຫວັດ ຊາວບ້ານທາງຄົບ ຕາງໜ້າປະຊາຊົນ 2 ບ້ານ ໃຫ້ສໍາພາດວ່າ: ຮູ້ສຶກດີໃຈ ແລະ ພາກພູມໃຈຫຼາຍ ທີ່ຄະນະພັກ – ອົງການປົກຄອງແຂວງ, ຄະນະພັກ – ອົງການປົກຄອງເມືອງຈໍາປາສັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ອະນຸຍາດໃຫ້ຊາວບ້ານທາງຄົບ ແລະ ບ້ານໜອງສະ ເຊິ່ງເປັນບ້ານໃກ້ຄຽງບໍລິເວນສະຖານບູຮານວັດພູ ນໍາເອົາຜະລິດຕະພັນຂອງຕົນ ເຂົ້າວາງສະແດງ ແລະ ຈໍາໜ່າຍ ຊື້ – ຂາຍໃນງານບຸນນະມັດສະການຜາສາດຫີນວັດພູ ໂດຍສະເພາະແມ່ນບໍລິເວນຕະຫຼາດຢ້ອນຍຸກ ໂດຍບໍ່ໄດ້ເສຍຄ່າເຊົາສະຖານທີ່ ແລະ ຄ່າພັນທະອາກອນອື່ນໆ.

ການນຳແຂວງຈໍາປາສັກ ອະນຸຍາດໃຫ້ຊາວບ້ານທາງຄົບ ແລະ ບ້ານໜອງສະ ເຂົ້າຂາຍເຄື່ອງໃນງານບຸນນະມັດສະການຜາສາດຫີນວັດພູ ໂດຍບໍ່ໄດ້ເສຍຄ່າ (ຟຣີ) - Visit Laos Visit SALANA BOUTIQUE HOTEL - ການນຳແຂວງຈໍາປາສັກ ອະນຸຍາດໃຫ້ຊາວບ້ານທາງຄົບ ແລະ ບ້ານໜອງສະ ເຂົ້າຂາຍເຄື່ອງໃນງານບຸນນະມັດສະການຜາສາດຫີນວັດພູ ໂດຍບໍ່ໄດ້ເສຍຄ່າ (ຟຣີ)

ຜ່ານມາ ນັບແຕ່ມີການສໍາປະທານສະຖານບູຮານວັດພູມານີ້ ເວລາຊາວບ້ານທາງຄົບ ແລະ ບ້ານໜອງສະ ນໍາເອົາເຄື່ອງຂອງ, ອາຫານການກິນ, ເຄື່ອງດື່ມ ແລະ ທູບທຽນຕ່າງໆ ເຂົ້າມາຂາຍໃນງານນະມັດສະການຜາສາດຫີນວັດພູ ແຕ່ລະປີ ແມ່ນໄດ້ເສຍຄ່າເຊົ່າສະຖານທີ່ ກໍຄືພັນທະຕ່າງໆ ໜ້ອຍ ຫຼື ຫຼາຍ ແມ່ນຂຶ້ນກັບແຕ່ລະປະເພດເຄື່ອງຂາຍ. ຕົກມາປີ 2025 ນີ້, ຄະນະພັກ – ອົງການປົກຄອງທຸກຂັ້ນ ແລະ ພາກສ່ວນທີ່ກ່ຽວຂ້ອງມີນະໂຍບາຍໃຫ້ເຂົ້າມາຂາຍຟຣີ ຈຶ່ງມີຄວາມດີໃຈຫຼາຍ. ຜ່ານມາ, ພໍ່ແມ່ປະຊາຊົນບ້ານທາງຄົບ ແລະ ບ້ານໜອງສະ ໄດ້ປະກອບສ່ວນໃນການບົວລະບັດຮັກສາ ສະຖານບູຮານວັດພູຈໍາປາສັກ ຕາມທ່າແຮງ ເຮັດໃຫ້ສະຖານທີ່ນີ່ ມີຄວາມສະອາດສວຍງາມ ແລະ ໃນຕໍ່ໜ້ານີ້ ກໍຈະສືບຕໍ່ປະກອບສ່ວນ ໂດຍສະເພາະແມ່ນການຮັກສາອະນາໄມ ເພື່ອເຮັດໃຫ້ສະຖານບູຮານວັດພູຈໍາປາສັກ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດສວຍງາມ.

ທີ່ມາ: ໜັງສືພິມ ຈໍາປາໃໝ່

ການນຳແຂວງຈໍາປາສັກ ອະນຸຍາດໃຫ້ຊາວບ້ານທາງຄົບ ແລະ ບ້ານໜອງສະ ເຂົ້າຂາຍເຄື່ອງໃນງານບຸນນະມັດສະການຜາສາດຫີນວັດພູ ໂດຍບໍ່ໄດ້ເສຍຄ່າ (ຟຣີ) - 5 - ການນຳແຂວງຈໍາປາສັກ ອະນຸຍາດໃຫ້ຊາວບ້ານທາງຄົບ ແລະ ບ້ານໜອງສະ ເຂົ້າຂາຍເຄື່ອງໃນງານບຸນນະມັດສະການຜາສາດຫີນວັດພູ ໂດຍບໍ່ໄດ້ເສຍຄ່າ (ຟຣີ)
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!