ແຂວງບໍ່ແກ້ວ ທໍາລາຍອາວຸດລ່າເນື້ອ, ອາວຸດເສິກທີ່ເກັບກູ້ໄດ້ 1,727 ກະບອກ ແລະ ເຄື່ອງຊັອດປາອີກຈຳນວນໜຶ່ງ


ໜັງສືພິມ ແຂວງບໍ່ແກ້ວລາຍງານວ່າ: ວັນທີ 6 ກຸມພາ 2025 ນີ້, ກອງບັນຊາການ ປກສ ແຂວງ ບໍ່ແກ້ວ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ, ເຄື່ອງຊັອດປາ ແລະ ຈັກສະຕິນ ຫຼາຍລາຍການ ໂດຍປະຕິບັດຕາມຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ວ່າດ້ວຍການທຳລາຍ ອາວຸດລ່າເນື້ອ ແລະ ຈັກສະຕິນ ສະບັບເລກທີ 563/ປກສ, ລົງວັນທີ 03 ເມສາ 2019 ວ່າດ້ວຍການຮີບໂຮມ, ຂຶ້ນບັນຊີ, ຄຸ້ມຄອງອາວຸດເສິກ.
ຈຸດປະສົງໃນການທຳລາຍອາວຸດ ໃນຄັ້ງນີ້, ກໍເພື່ອເປັນການສະກັດກັ້ນ ແລະ ປ້ອງກັນບັນຫາປະກົດການຫຍໍ້ທໍ້ທາງສັງຄົມບໍ່ໃຫ້ກຸ່ມຄົນບໍ່ດີສ່ວຍໃຊ້ວາວຸດຕ້ອງຫ້າມຊະນິດຕ່າງໆ ໄປທຳລາຍສັດນໍ້າ-ສັດປ່າຊີວະນາໆພັນ ທາງທຳມະຊາດ ເພື່ອຊ່ວຍກັນອານຸລັກສິງແວດລ້ອມທາງທຳມະຊາດໃຫ້ຢູ່ກັບຄົນເຮົາຕະຫລອດໄປ.
ອາວຸດລ່າເນື້ອ, ເຄື່ອງຊັອດປາ ແລະ ຈັກສະຕິນ ທີ່ທຳລາຍຄັ້ງນີ້ລວມມີ ທັງໝົດອາວູດປືນ 1,727 ກະບອກ, ມີປືນຍາວ 600 ກວ່າກະບອກ, ປືນສັ້ນ 316 ກະບອກ, ປືນດັດແປງ 7 ກະບອກ, ປືນແກັບ 800 ກວ່າກະບອກ, B41 ຈຳນວນ 1 ກະບອກ, ໃນນີ້ມີອາວຸດເສິກ 12 ກະບອກ, ເລົາປືນ 13 ເລົາ, ຈັກສະຕິນ 33 ເຄື່ອງ, ເຄື່ອງຊັອດປາ 3 ເຄື່ອງ ທີ່ໄດ້ຈາກການເຄື່ອນໄຫວຈັດຕັ້ງປະຕິບັດໃນການເກັບກຳສະຖິຕິອາວຸດປືນທຸກຊະນິດ ຢູ່ບັນດາພະແນກການ, ອົງການອ້ອມຂ້າງແຂວງ, ບັນດາເມືອງພາຍໃນແຂວງໃນໄລຍະຜ່ານມາ.
ທີ່ມາ: ໜັງສືພິມ ແຂວງບໍ່ແກ້ວ