ສົມເດັດ ເຕໂຈ ຮຸນແຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 6-7 ກຸມພາ 2025


(ສພຊ) – ໃນຕອນເຊົ້າຂອງວັນທີ 06 ກຸມພາ 2025, ສົມເດັດ ອັກຄະມະຫາ ເສ ນາບໍດີ ເຕໂຈ ຮຸນແຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ຄະ ນະຜູ້ແທນຂັ້ນສູງກຳປູເຈຍ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ເພື່ອຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 06-07 ກຸມພາ 2025, ຕາມຄຳເຊື້ອເຊີນຂອງພະນະ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ, ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢູ່ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍພະນະທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະທາງການທັງສອງຝ່າຍ.
ພາຍຫຼັງພິທີຮັບຢ່າງເປັນທາງການ, ທັງສອງຝ່າຍໄດ້ດໍາເນີນການພົບປະເປັນທາງການທີ່ຫໍສະພາແຫ່ງຊາດ ເພື່ອພ້ອມກັນທົບທວນຄືນການພົວພັນຮ່ວມມືສອງຝ່າຍ ພ້ອມທັງກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ແລະ ແລກປ່ຽນບັນດາບາງທັດສະນະທັງພາກພື້ນ ແລະ ສາກົນ. ໃນການພົບປະຄັ້ງນີ້, ປະທານສະພາແຫ່ງຊາດ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ສປປລາວ ຢ່າງເປັນທາງການເປັນຄັ້ງທຳອິດ ຂອງສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ໃນນາມທີ່ເປັນປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ, ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສຳເລັດອັນໃຫຍ່ ຫຼວງໃນຫຼາຍດ້ານ ທີ່ປະຊາຊົນກໍາປູເຈຍຍາດມາໄດ້ໃນໄລຍະຜ່ານມາ ອັນໄດ້ເຮັດໃຫ້ຣາຊະອານາຈັກກໍາປູເຈຍ ມີສະຖຽນລະພາບດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນເປັນກ້າວໆ, ບົດບາດອິດທິພົນຂອງກໍາປູເຈຍ ນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ສະແດງຄວາມພາກພູມໃຈທີ່ໄດ້ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງທໍາອິດ ພາຍຫຼັງໄດ້ຮັບການເລືອກຕັ້ງເປັນປະທານສະພາສູງ ແຫ່ງ ຣາຊະອາະອານາຈັກກຳປູເຈຍ ໃນປີ 2024, ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ກໍຄືລະຫວ່າງສອງອົງການນິຕິບັນຍັດ ກຳປູເຈຍ-ລາວ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ເຊິ່ງສະແດງອອກໃນການແລກປ່ຽນຄະນະຜູ້ແທນຂັ້ນສູງສຸດ ແລະ ຂັ້ນຕ່າງໆນຳກັນຢ່າງເປັນປົກກະຕິ; ບັນດາຂະແໜງການຕ່າງໆຂອງສອງປະເທດ ກໍມີການພົວພັນຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍລົງນາມສັນຍາ, ບົດບັນທຶກ ແລະ ນິຕິກໍາຕ່າງໆຮ່ວມກັນ ທາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ-ການລົງທຶນ, ພະລັງງານ, ການສຶກສາ-ກິລາ, ການທ່ອງທ່ຽວ ແລະ ອື່ນໆ.
ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີງາມ, ສະໜິດສະໜົມລະຫວ່າງສອງປະເທດ ກໍຄືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໂດຍໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືທີ່ສອງອົງການນິຕິບັນຍັດ ລາວ-ກຳປູເຈຍ ໄດ້ລົງນາມຮ່ວມກັນ ເປັນຕົ້ນແມ່ນການແລກປ່ຽນຢ້ຽມຢາມຂອງການນຳຂັ້ນຕ່າງໆທີ່ຕິດພັນກັບການແລກປ່ຽນບົດຮຽນປະສົບການທີ່ດີໃນການປະຕິບັດພາລະບົດບາດດ້ານນິຕິບັນຍັດ; ສອງຝ່າຍໄດ້ສົ່ງສານອວຍພອນ, ສານຊົມເຊີຍ ແລະ ສານຂອບໃຈ ເຊິ່ງກັນ ແລະ ກັນ ເນື່ອງໃນໂອກາດສຳຄັນຕ່າງໆຢ່າງເປັນປົກກະຕິ; ພ້ອມທັງໄດ້ໃຫ້ການສະໜັບສະໜູນເຊິ່ງກັນແລະກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນເວທີກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA), ສະຫະພັນລັດຖະສະພາສາກົນ (IPU), ສະມັດຊາລັດຖະສະພາທີ່ໃຊ້ພາສາຝຣັ່ງ (APF) ແລະ ອື່ນໆ. ສອງຝ່າຍໄດ້ເປັນເອກະພາບໃນການສືບຕໍ່ເສີມຂະຫຍາຍການຮ່ວມມືທີ່ມີມູນເຊື້ອອັນດີງາມມາເປັນເວລາດົນນານ ເຊິ່ງປະຊາຊົນສອງຊາດໄດ້ຮ່ວມມືຕໍ່ສູ້ເພື່ອເອກະລາດແຫ່ງຊາດໃນເມື່ອກ່ອນ ແລະ ເຫັນດີເປັນເອກະພາບຈະສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ສອງອົງການນິຕິບັນຍັດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ໂອກາດໃນການຢ້ຽມຢາມ ສປປລາວ ໃນຄັ້ງນີ້, ຕອນບ່າຍຂອງວັນດຽວກັນ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ຍັງໄດ້ເຂົ້າຢ້ຽມພົບປະກັບພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ; ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ທີ່ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທັງປະເທດ ລາວ-ກຳປູເຈຍ; ສອງຝ່າຍຍັງໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ ເປັນຕົ້ນແມ່ນການຢ້ຽມຢາມ ແລະ ຜົນການພົບປະລະຫວ່າງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາ ຈັກກຳປູເຈຍ ໃນຄັ້ງວັນ ທີ 4 ທັນວາ 2024 ຜ່ານມາ, ເຊິ່ງສອງຝ່າຍໄດ້ຕົກລົງເປັນເອກະພາບກັນໃນຫຼາຍບັນຫາທີ່ສຳຄັນ ເປັນຕົ້ນແມ່ນພະລັງງານໄຟຟ້າຄວາມຮ້ອນຖ່ານຫີນ, ໂຄງການກໍ່ສ້າງເສັ້ນທາງເຊື່ອມຕໍ່ລະຫວ່າງສອງປະເທດ, ການຊຸກຍູ້ການຄ້າ-ການລົງທຶນ, ການເຂົ້າ-ອອກຜ່ານແດນ, ການແກ້ໄຂບັນຫາຊາຍແດນລະຫວ່າງສອງປະເທດ ແລະ ອື່ນໆ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ກຳປູເຈຍ.
ການຢ້ຽມຢາມ ສປປ ລາວ ຂອງສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ໃນຄັ້ງນີ້, ເປັນການນໍາເອົາໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງຖານບ້ານໃກ້ເຮືອນຄຽງ, ບ້ານແກ່ວເມືອງດອງທີ່ດີງາມ ມາສູ່ປະຊາຊົນລາວ, ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ-ກຳປູເຈຍ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.