ຕໍາຫລວດໄທສະກັດຈັບຢາບ້າເກືອບ 2 ລ້ານເມັດ ລັກລອບຂົນຈາກລາວໄປໄທ

ຕໍາຫລວດໄທສະກັດຈັບຢາບ້າເກືອບ 2 ລ້ານເມັດ ລັກລອບຂົນຈາກລາວໄປໄທ - 475981634 605920065528436 4367519153561240571 n - ຕໍາຫລວດໄທສະກັດຈັບຢາບ້າເກືອບ 2 ລ້ານເມັດ ລັກລອບຂົນຈາກລາວໄປໄທ
ຕໍາຫລວດໄທສະກັດຈັບຢາບ້າເກືອບ 2 ລ້ານເມັດ ລັກລອບຂົນຈາກລາວໄປໄທ - kitchen vibe - ຕໍາຫລວດໄທສະກັດຈັບຢາບ້າເກືອບ 2 ລ້ານເມັດ ລັກລອບຂົນຈາກລາວໄປໄທ
ຕໍາຫລວດໄທສະກັດຈັບຢາບ້າເກືອບ 2 ລ້ານເມັດ ລັກລອບຂົນຈາກລາວໄປໄທ - 475980101 605920145528428 8651737099235233012 n 1024x576 - ຕໍາຫລວດໄທສະກັດຈັບຢາບ້າເກືອບ 2 ລ້ານເມັດ ລັກລອບຂົນຈາກລາວໄປໄທ

ສໍານັກຂ່າວສົດລາຍງານວັນທີ 5 ກຸມພາ 2025 ວ່າ: ກອງຮ້ອຍຕໍາຫລວດຊາຍແດນທີ 236 ອໍາເພີເມືອງ ຈັງຫວັດນະຄອນພະນົມ ຮ່ວມກັບຕໍາຫລວດຊຸດປາບປາມຢາເສບຕິດ ດ່ານພາສີ ນະຄອນພະນົມ ຖະແຫລງຂ່າວການຈັບກຸມຜູ້ຖືກຫາຈໍານວນ 2 ຄົນ ພ້ອມຂອງກາງ ຢາເສບຕິດປະເພດຢາບ້າ ຈໍານວນ 985 ມັດ ປະມານ 1,970,000 ເມັດ ທີ່ລັກລອບນຳເຂົ້າປະເທດໄທ ຜ່ານຂົວມິດຕະພາບໄທ-ລາວ ແຫ່ງທີ 3. ການຈັບກຸມຄັ້ງນີ້ ເປັນໄປຕາມນະໂຍບາຍການປ້ອງກັນ ສະກັດກັ້ນ ແລະ ປາບປາມຢາເສບຕິດໃນພື້ນທີ່ຊາຍແດນ “Seal Stop Safe” ຂອງລັດຖະບານປະເທດໄທ.

ຕໍາຫລວດໄທສະກັດຈັບຢາບ້າເກືອບ 2 ລ້ານເມັດ ລັກລອບຂົນຈາກລາວໄປໄທ - 475885070 605921165528326 367062166603338359 n 1024x561 - ຕໍາຫລວດໄທສະກັດຈັບຢາບ້າເກືອບ 2 ລ້ານເມັດ ລັກລອບຂົນຈາກລາວໄປໄທ

ເຈົ້າໜ້າທີ່ລາຍງາຍຕື່ມວ່າ: ເນື່ອງຈາກວ່າ ວັນທີ 4 ກຸມພາ 2025 ເວລາ 13 ໂມງ 00 ນາທີ ໄດ້ຮັບແຈ້ງວ່າ ຈະມີຂະບວນການລັກລອບຂົນຢາເສບຕິດປະເພດ ຢາບ້າ ຈຳນວນຫຼາຍ ເຂົ້າສູ່ປະເທດໄທ ຜ່ານຂົວມິດຕະພາບໄທ-ລາວ ແຫ່ງທີ 3 ດ້ວຍ ລົດບັນທຸກຫີນປູນ ເພື່ອນຳມາສົ່ງໃຫ້ກຸ່ມຂະບວນການຄ້າຢາຢູ່ ຝັ່ງໄທ ແລະ ຈະນໍາໄປເກັບໄວ້ທີ່ລີສອດແຫ່ງໜຶ່ງໃນເຂດບ້ານ ຢາງນົກເຫາະ ອໍາເພີ ທ່າອຸເທນ ຈັງຫວັດນະຄອນພະນົມ ຈຶ່ງໄດ້ ຮ່ວມກໍາລັງ ກັບໜ່ວຍງານຄວາມໝັ້ນຄົງໃນພື້ນທີ່ ຕິດຕາມພຶດຕິກໍາກຸ່ມຂະບວນການດັ່ງກ່າວ, ຕໍ່ມາເວລາ ປະມານ 18:35 ນາທີ ເຈົ້າໜ້າທີ່ໄດ້ເຂົ້າສະກັດລົດບັນທຸກ 18 ລໍ້ ໃນເຂດບ້ານຢາງນົກເຫາະ ອໍາເພີ ທ່າອຸເທນ ຈັງຫວັດນະຄອນພະນົມ ກວດພົບເຫັນວັດຖຸຕ້ອງສົງໄສ ເປັນເປົາສີດໍາຫໍ່ດ້ວຍສະກັອດໃສ ຈໍານວນ 5 ເປົາ ກ່ອນຈະພົບວ່າເປັນຢາບ້າ ຈຶ່ງໄດ້ຈັບກຸມຄົນຂັບ ແລະ ຜູ້ທີ່ມານໍາກັນໃນຂໍ້ຫາ “ຮ່ວມກັນຈໍາໜ່າຍຢາເສບຕິດໃຫ້ໂທດປະເພດ 1(ຢາບ້າ) ໂດຍມີໄວ້ເພື່ອຈໍາໜ່າຍ ອັນເປັນການກະທໍາເພື່ອການຄ້າ ກໍ່ໃຫ້ເກີດການແຜ່ກະຈາຍໃນກຸ່ມປະຊາຊົນ ກະທົບຕໍ່ຄວາມໝັ້ນຄົງຂອງລັດ”

ຕໍາຫລວດໄທສະກັດຈັບຢາບ້າເກືອບ 2 ລ້ານເມັດ ລັກລອບຂົນຈາກລາວໄປໄທ - Visit Laos Visit SALANA BOUTIQUE HOTEL - ຕໍາຫລວດໄທສະກັດຈັບຢາບ້າເກືອບ 2 ລ້ານເມັດ ລັກລອບຂົນຈາກລາວໄປໄທ
ຕໍາຫລວດໄທສະກັດຈັບຢາບ້າເກືອບ 2 ລ້ານເມັດ ລັກລອບຂົນຈາກລາວໄປໄທ - 475874569 605921648861611 8495803749095463275 n 1024x576 - ຕໍາຫລວດໄທສະກັດຈັບຢາບ້າເກືອບ 2 ລ້ານເມັດ ລັກລອບຂົນຈາກລາວໄປໄທ
ຕໍາຫລວດໄທສະກັດຈັບຢາບ້າເກືອບ 2 ລ້ານເມັດ ລັກລອບຂົນຈາກລາວໄປໄທ - 5 - ຕໍາຫລວດໄທສະກັດຈັບຢາບ້າເກືອບ 2 ລ້ານເມັດ ລັກລອບຂົນຈາກລາວໄປໄທ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!