ແຕ່ງຕັ້ງ ພັອ ມັກ ວິໄລພົນ ເປັນຫົວໜ້າກົມພົວພັນຕ່າງປະເທດ

- 476481190 604027169190280 1743429265165928163 n - ແຕ່ງຕັ້ງ ພັອ ມັກ ວິໄລພົນ ເປັນຫົວໜ້າກົມພົວພັນຕ່າງປະເທດ
- kitchen vibe - ແຕ່ງຕັ້ງ ພັອ ມັກ ວິໄລພົນ ເປັນຫົວໜ້າກົມພົວພັນຕ່າງປະເທດ

ວັນທີ 3 ກຸມພາ 2025, ກະຊວງປ້ອງກັນຄວາມສະຫງົບ ໄດ້ມີພິທີປະກາດການແຕ່ງຕັ້ງໜ້າທີ່ຕຳແໜ່ງໃຫ້ນາຍຕໍາຫຼວດ ຫ້ອງວ່າການ ກະຊວງ ປກສ, ໂດຍການເຂົ້າຮ່ວມຂອງ ພົຕ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການກະຊວງ ປກສ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງ ແລະ ນາຍຕໍາຫລວດເຂົ້າຮ່ວມ.

ໃນພິທີ, ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂື້ນກັບຫ້ອງວ່າການ ກະຊວງ ປກສ ໃນນີ້ ໄດ້ແຕ່ງຕັ້ງ ພັອ ມັກ ວິໄລພົນ ເປັນຫົວ ໜ້າກົມພົວພັນຕ່າງປະເທດ ຫ້ອງວ່າການ ກະຊວງ ປກສ.

ພົຕ ສຸລິນະ ແກ້ວປະເສີດ ໄດ້ກ່າວວ່າ: ການປະກາດແຕ່ງຕັ້ງນາຍຕໍາຫຼວດຄັ້ງນີ້ ແມ່ນປະຕິບັດຕາມການຕົກລົງເຫັນດີຂອງຄະນະປະຈໍາພັກຫ້ອງວ່າການ ກໍຄື: ຄະນະພັກ-ຄະນະນໍາກະຊວງ, ເປັນໄປຕາມກົດເກນ, ປົກກະຕິ ແລະ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ, ເຊິ່ງສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ແມ່ນເປັນຜູ້ໜຶ່ງທີ່ມີຄວາມຮູ້-ຄວາມສາມາດ ໃນການນໍາພາ-ຊີ້ນໍາ ຂົງເຂດວຽກງານພົວພັນຕ່າງປະເທດ ທີ່ໄດ້ຜ່ານຂະບວນວິວັດແຫ່ງການທົດສອບ, ມີຄວາມເຕີບໃຫຍ່ເຂັ້ມແຂງ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກການຈັດຕັ້ງແຕ່ລະຂັ້ນ, ການແຕ່ງຕັ້ງຄັ້ງນີ້ ແມ່ນການມອບ ໝາຍໜ້າທີ່ອັນໃຫຍ່ຫຼວງ, ໜັກໜ່ວງ ຂອງສະຫາຍທີ່ຖືກແຕ່ງຕັ້ງຕ້ອງໄດ້ຕັດສິນໃຈສູງ, ມຸ່ງໝັ້ນ, ອົດທົນ ເພື່ອເຮັດສໍາເລັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

- 4 - ແຕ່ງຕັ້ງ ພັອ ມັກ ວິໄລພົນ ເປັນຫົວໜ້າກົມພົວພັນຕ່າງປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!