ລັດຖະບານຟີລິບປິນ ແລະ ພັກກອມມູນິດຮ່ວມລົງນາມຢຸດຍິງຊົ່ວຄາວ
April 6, 2017 - 5:48 PM


ໃນກອງປະຊຸມທີ່ຈັດຂຶ້ນຫຼັງການເຊັນສັນຍາ, ທ່ານ ເຈຊຸສ ດູຣີຈາ ທີ່ປຶກສາວຽກງານສັນຕິພາບຂອງປະທານາທິບໍດີຟີລິບປິນ ກ່າວວ່າ: ສັນຍາວ່າດ້ວຍການຢຸດຍິງຊົ່ວຄາວຈະຮັບປະກັນໃຫ້ແກ່ການສືບຕໍ່ຊຸກຍູ້ການເຈລະຈາສັນຕິພາບ. ຂະນະທີ່ທ່ານ ດູຣີຈາ ກ່າວວ່າ: ເປັນເລື່ອງທີ່ດີທີ່ສອງຝ່າຍເຊັນສັນຍາວ່າດ້ວຍການຢຸດຍິງ, ແຕ່ທີ່ຈິງແລ້ວການເຈລະຈາສັນຕິພາບຫາກໍເລີ່ມຕົ້ນ ແລະ ສິ່ງສຳຄັນກວ່າກໍຄືການປະຕິບັດສັນຍາ.
ໃນຊຸມປີ 1960, ພັກກອມມູນິດຟີລິບປິນໄດ້ສ້າງຕັ້ງກອງທັບປະຊາຊົນໃໝ່ທີ່ເປັນກອງກຳລັງປະກອບອາວຸດ ເພື່ອໂຄ່ນລົ້ມລັດຖະບານດ້ວຍກຳລັງປະກອບອາວຸດ ແລະ ກວ່າ 50 ປີທີ່ສອງຝ່າຍປະທະກັນຢ່າງຕໍ່ເນື່ອງນັ້ນ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 3 ໝື່ນຄົນ.