ທ່ານ ທຣໍາ ສັ່ງຢຸດເກັບພາສີຕໍ່ແມັກຊິກ-ການາດາ ພາຍຫລັງຍອມເຂັ້ມງວດຊາຍແດນ ແກ້ໄຂບັນຫາຜູ້ອົບພະຍົບ-ເຟນທານິລ

- 111 3 - ທ່ານ ທຣໍາ ສັ່ງຢຸດເກັບພາສີຕໍ່ແມັກຊິກ-ການາດາ ພາຍຫລັງຍອມເຂັ້ມງວດຊາຍແດນ ແກ້ໄຂບັນຫາຜູ້ອົບພະຍົບ-ເຟນທານິລ
- kitchen vibe - ທ່ານ ທຣໍາ ສັ່ງຢຸດເກັບພາສີຕໍ່ແມັກຊິກ-ການາດາ ພາຍຫລັງຍອມເຂັ້ມງວດຊາຍແດນ ແກ້ໄຂບັນຫາຜູ້ອົບພະຍົບ-ເຟນທານິລ

       ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ຕັດສິນໃຈຢຸດມາດຕະການເກັບພາສີສິນຄ້ານໍາເຂົ້າຕໍ່ແມັກຊິກ ແລະ ການາດາໃນອັດຕາໃໝ່ 25% ເຊິ່ງກຽມຈະເລີ່ມຕົ້ນບັງຄັບໃຊ້ນັບແຕ່ທ່ຽງຄືນວັນທີ 4 ກຸມພາ ໂດຍເລື່ອນອອກໄປອີກ 30 ວັນ ພາຍຫລັງການໂທລະສັບເຈລະຈາກັບທ່ານ ຈັສຕິນ ທຣູໂດ ນາຍົກລັດຖະມົນຕີການາດາ ແລະ ທ່ານ ນາງ ຄໍເດຍ ໄຊບໍາ ປະທານາທິບໍດີແມັກຊິກ ໂດຍທັງສອງຜູ້ນໍາຕອບຮັບຂໍ້ຮຽກຮ້ອງຂອງທ່ານ ທຣໍາ ໃນການປັບປຸງມາດຕະການຄວບຄຸມຄວາມໝັ້ນຄົງຊາຍແດນ ເພື່ອປ້ອງກັນບັນຫາຜູ້ອົບພະຍົບ ແລະ ການລັກລອບຂົນຢາເສບຕິດເຟນທານິລເຂົ້າສູ່ອາເມລິກາ.

      ທັງນີ້, ມາດຕະການເກັບພາສີຂອງທ່ານ ທຣໍາ ຈະຍັງມີຜົນຕໍ່ຈີນ ໂດຍຈະເລີ່ມບັງຄັບໃຊ້ອັດຕາພາສີ 10% ສໍາລັບສິນຄ້ານໍາເຂົ້າຈາກຈີນນັບແຕ່ວັນທີ 4 ກຸມພາ ເຊິ່ງທ່ານ ທຣໍາ ເຕືອນວ່າ: ການເກັບພາສີສໍາລັບຈີນອາດເພີ່ມຂຶ້ນອີກຖ້າບໍ່ມີການຢັບຢັ້ງບັນຫາຢາເຟນທານິລ ເຊິ່ງຈີນຖືກຕິດຕາມເບິ່ງວ່າເປັນແຫລ່ງຜະລິດລາຍໃຫຍ່.

- Visit Laos Visit SALANA BOUTIQUE HOTEL - ທ່ານ ທຣໍາ ສັ່ງຢຸດເກັບພາສີຕໍ່ແມັກຊິກ-ການາດາ ພາຍຫລັງຍອມເຂັ້ມງວດຊາຍແດນ ແກ້ໄຂບັນຫາຜູ້ອົບພະຍົບ-ເຟນທານິລ

      ພາຍຫລັງການຫາລື, ທ່ານ ທຣູໂດ ກ່າວວ່າ: ການຢຸດມາດຕະການເກັບພາສີຈະເກີດຂຶ້ນໃນຂະນະທີ່ອາເມລິກາ ແລະ ການາດາເຮັດວຽກຮ່ວມກັນ.

      ໂດຍການາດາຈະດໍາເນີນມາດຕະການຕາມແຜນງານດ້ານຊາຍແດນ ດ້ວຍການໃຊ້ງົບປະມານກວ່າ 1.3 ພັນລ້ານໂດລາ, ເພີ່ມເຮລິກອບເຕີ, ເຕັກໂນໂລຊີ ແລະ ເຈົ້າໜ້າທີ່ຊາຍແດນ ເຊິ່ງຈະມີເຈົ້າໜ້າທີ່ເກືອບ 10,000 ຄົນເຮັດວຽກປ້ອງກັນຊາຍແດນ.

      ຂະນະດຽວກັນຈະແຕ່ງຕັ້ງ Fentanyl Czar ຫລື ເຈົ້າໜ້າທີ່ຜູ້ເບິ່ງແຍງການກວາດລ້າງຢາເຟນທານິລ, ພ້ອມຂຶ້ນບັນຊີກຸ່ມຜູ້ຄ້າຂາຍຢາເສບຕິດເມັກຊິກເປັນກຸ່ມກໍ່ການຮ້າຍ ແລະ ຈັດຕັ້ງກອງກໍາລັງໂຈມຕີຮ່ວມລະຫວ່າງການາດາ ແລະ ອາເມລິກາ ເພື່ອຕໍ່ສູ້ກັບກຸ່ມອາດຊະຍາກອນ, ຢາເຟນທານິລ ແລະ ການຟອກເງິນ.

      ສ່ວນທ່ານ ທຣໍາ ກ່າວວ່າ: ຍິນດີຕໍ່ຜົນໄດ້ຮັບດັ່ງກ່າວ ແລະ ພາສີທີ່ປະກາດໄວ້ຈະຖືກຢຸດເປັນເວລາ 30 ວັນ ເພື່ອເບິ່ງວ່າຈະສາມາດຈັດຕັ້ງຂໍ້ຕົກລົງທາງເສດຖະກິດຂັ້ນສຸດທ້າຍກັບການາດາໄດ້ ຫລື ບໍ່. ພ້ອມຢືນຢັນວ່າ: ຄວາມຍຸຕິທໍາສໍາລັບທຸກຄົນ.

      ກ່ອນໜ້ານີ້, ນາງ ໄຊບໍາ ກ່າວວ່າ: ແມັກຊິກຈະເພີ່ມກໍາລັງທະຫານຈາກກອງກໍາລັງປ້ອງກັນປະເທດ 10,000 ຄົນໃນເຂດຊາຍແດນທາງເໜືອທັນທີ ເພື່ອແກ້ໄຂບັນຫາການລັກລອບຂົນຢາເສບຕິດຈາກແມັກຊິກໄປອາເມລິກາ ໂດຍສະເພາະເຟນທານິລ.

      ໂດຍທ່ານ ທຣໍາ ລະບຸວ່າ: ອາເມລິກາຈະເດີນໜ້າເຈລະຈາກັບແມັກຊິກເລື່ອງຄວາມໝັ້ນຄົງຊາຍແດນຕໍ່ໄປ ໂດຍມີທ່ານ ມາໂກ ຣູບິໂອ ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ທ່ານ ສະກັອດ ເບສເຊນ ລັດຖະມົນຕີວ່າການກະຊວງການເງິນ ແລະ ທ່ານ ໂຮເວີດ ລຸດນິກ ລັດຖະມົນຕີວ່າການກະຊວງການຄ້າ ເປັນຜູ້ນໍາການເຈລະຈາ.

ອ້າງອີງ:

- 3 - ທ່ານ ທຣໍາ ສັ່ງຢຸດເກັບພາສີຕໍ່ແມັກຊິກ-ການາດາ ພາຍຫລັງຍອມເຂັ້ມງວດຊາຍແດນ ແກ້ໄຂບັນຫາຜູ້ອົບພະຍົບ-ເຟນທານິລ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!