ບຸນນະມັດສະການ ຜາສາດຫີນ ວັດພູຈໍາປາສັກ ຈະຈັດຂຶ້ນວັນທີ 10-12 ກຸມພາ 2025

- 475947967 1092311856256453 3929232766102047038 n - ບຸນນະມັດສະການ ຜາສາດຫີນ ວັດພູຈໍາປາສັກ ຈະຈັດຂຶ້ນວັນທີ 10-12 ກຸມພາ 2025
- kitchen vibe - ບຸນນະມັດສະການ ຜາສາດຫີນ ວັດພູຈໍາປາສັກ ຈະຈັດຂຶ້ນວັນທີ 10-12 ກຸມພາ 2025

ວັນທີ 3 ກຸມພາ 2025 ນີ້, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ບຸນນະມັດສະການຜາສາດຫີນ ວັດພູຈໍາປາສັກປີນີ້ຈະຈັດຂຶ້ນໃນວັນທີ 10-12 ກຸມພາ 2025, ພາຍໃນງານຈະມີຫລາຍກິດຈະກໍາທີ່ໜ້າທ່ຽວຊົມ ເພື່ອສ້າງຄວາມປະທັບໃຈ ແລະ ຄວາມເບີກບານມ່ວນຊື່ນ ໃຫ້ແກ່ນັກທ່ອງທ່ຽວທີ່ມາຮ່ວມງານ. ໃນນັ້ນ, ລວມມີການສະແດງບົດຟ້ອນສິລະປະພື້ນເມືອງ, ສິລະປະຍ້ອນຍຸກ ທີ່ບົ່ງບອກເຖິງປະຫວັດສາດຄວາມເປັນມາແຫ່ງການກຳເນີດຂອງວັດພູຈຳປາສັກ. ພ້ອມນີ້, ກໍຈະມີການວາງສະແດງສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ, ການແຂ່ງຂັນກິລາພື້ນເມືອງຫລາຍປະເພດ, ໃນໄລຍະດຽວກັນ ກໍຈະມີການຈັດບຸນກາເຟ ຢູ່ເມືອງປາກຊ່ອງ. ກິດຈະກຳຕ່າງໆທີ່ຈະຈັດຂຶ້ນ ລະຫວ່າງວັນທີ 10-12 ກຸມພາ 2025 ຄື:

- 476112051 1092311779589794 7961614093017571214 n - ບຸນນະມັດສະການ ຜາສາດຫີນ ວັດພູຈໍາປາສັກ ຈະຈັດຂຶ້ນວັນທີ 10-12 ກຸມພາ 2025

• ຕອນບ່າຍວັນທີ 10 ກຸມພາ ຈະມີພິທີເປີດງານຢ່າງເປັນທາງການ ໂດຍຈະມີຂະບວນແຫ່ຂອງກ້ອນກຳລັງຕ່າງໆ, ພ້ອມນີ້, ຈະມີການຈຸດພຸໄຟ, ແສງ, ສີ, ສຽງ.
• ວັນທີ 11 ກຸມພາ ກຈະມີການແຂ່ງຂັນກິລາພື້ນເມືອງ ເຊັ່ນ: ກິລາປິນເສົາເອົາລາງວັນ, ກິລາກັອບຄົນຈົນ, ກິລາແລ່ນເປົ໋າ ແລະ ອື່ນໆ.
• ວັນທີ 12 ກຸມພາ ກົງກັບມື້ຂຶ້ນ 15 ຄໍ່າເດືອນ 3 ລາວ ຫລື ເດືອນສາມເພັງເປັນວັນບຸນມາຄະບູຊາ, ເປັນວັນທີ່ມີຄວາມສໍາຄັນທາງພຸດທະສາສະໜາ, ຕອນເຊົ້າ ຄະນະນໍາຂັ້ນແຂວງ ກໍຈະໄດ້ນໍາພາມວນຊົນທໍາບຸນໃສ່ບາດຖວາຍສັງຄະທານ ແດ່ພະສົງ ແລະ ຕອນແລງ ກໍມີພິທີວຽນທຽນ ເນື່ອງໃນວັນມາຄະບູຊາ.

- Visit Laos Visit SALANA BOUTIQUE HOTEL - ບຸນນະມັດສະການ ຜາສາດຫີນ ວັດພູຈໍາປາສັກ ຈະຈັດຂຶ້ນວັນທີ 10-12 ກຸມພາ 2025
- 5 - ບຸນນະມັດສະການ ຜາສາດຫີນ ວັດພູຈໍາປາສັກ ຈະຈັດຂຶ້ນວັນທີ 10-12 ກຸມພາ 2025
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!