ກຸ່ມຮາມັດປະນາມອາເມລິກາ ຫລັງສະເໜີແຜນຍ້າຍຊາວປາແລັສຕິນໄປອີຢິບ-ຈໍແດນ


ກຸ່ມຮາມັດປະນາມຄໍາຖະແຫລງຂອງປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ໃນວັນທີ 1 ກຸມພາ ກໍລະນີສະເໜີໃຫ້ຍົກຍ້າຍຊາວປາແລັສຕິນຢູ່ເຂດກາຊາໄປອີຢິບ ແລະ ຈໍແດນ.
ທ່ານ ຊາມີ ອາບູ ຊູຣີ ແກນນໍາກຸ່ມຮາມັດ ປະນາມຂໍ້ສະເໜີດັ່ງກ່າວວ່າ: “ໄຮ້ສາລະ ແລະ ຕາຫລົກ”. ພ້ອມກ່າວວ່າ: “ສິ່ງທີ່ອິດສະລາແອນບໍ່ສາມາດເຮັດໄດ້ດ້ວຍກໍາລັງ ກໍຈະບໍ່ປະສົບຜົນສໍາເລັດດ້ວຍເກມການເມືອງ”.
ທ່ານ ອາບູ ຊິຣີ ຍັງກ່າວວ່າ: ການທີ່ອາເມລິກາອ້າງວ່າການຍົກຍ້າຍປະຊາກອນປາແລັສຕິນເປັນສ່ວນໜຶ່ງຂອງການຟື້ນຟູກາຊາ ສະທ້ອນໃຫ້ເຫັນວ່າອາເມລິກາມີສ່ວນຮ່ວມໃນອາດຊະຍາກໍາຄັ້ງນີ້. ພ້ອມເຕືອນວ່າ: ແຜນດັ່ງກ່າວຈະນໍາໄປສູ່ຄວາມວຸ້ນວາຍ ແລະ ຄວາມເຄັ່ງຕຶງໃນພາກພື້ນເພີ່ມຂຶ້ນ.
ທັງນີ້, ສໍານັກຂ່າວຊິນຮົວລາຍງານວ່າ: ໃນວັນທີ 25 ມັງກອນຜ່ານມາ, ທ່ານ ທຣໍາ ໄດ້ສະເໜີແຜນໃຫ້ມີການຍົກຍ້າຍຊາວປາແລັສຕິນຈາກເຂດກາຊາໄປອີຢິບ ແລະ ຈໍແດນ ເຊິ່ງຖືກທັງສອງປະເທດປະຕິເສດຢ່າງໜັກ.