ເຢຍລະມັນຈະສະກັດກັ້ນຖ້ອຍຄວາມລະເມີດກົດໝາຍຕາມສື່ສັງຄົມອອນລາຍຢ່າງເຂັ້ມງວດ
April 6, 2017 - 5:45 PM


ຮ່າງກົດໝາຍດັ່ງກ່າວທີ່ສະເໜີໂດຍກະຊວງຍຸຕິທຳເຢຍລະມັນ ໄດ້ລະບຸວ່າ: ບໍລິສັດສື່ສັງຄົມອອນໄລຖ້າບໍ່ກຳຈັດ ຫຼື ປິດບັງເນື້ອໃນທີ່ລະເມີດກົດໝາຍຕາມກຳນົດເວລາ, ບໍລິສັດ ແລະ ຜູ້ຮັບຜິດຊອບຂອງບໍລິສັດລ້ວນແຕ່ຈະຖືກປັບໄໝຫຼາຍສຸດ 50 ລ້ານເອີໂຣ ແລະ 5 ລ້ານເອີໂຣ. ຂະນະທີ່ ບໍລິສັດສື່ສັງຄົມອອນລາຍຕ້ອງກຳຈັດ ຫຼື ປິດບັງເນື້ອໃນທີ່ລະເມີດກົດໝາຍພາຍໃນເວລາ 24 ຊົ່ວໂມງ ຫຼັງໄດ້ຮັບລາຍງານ ແລະ ຖ້າວ່າມີຄວາມເຫັນຂັດກັນ ກໍຕ້ອງແກ້ໄຂບັນຫາພາຍໃນເວລາ 7 ວັນຫຼັງໄດ້ຮັບລາຍງານ ລວມທັງການກ່າຍ ແລະ ແບ່ງປັນເນື້ອໃນທີ່ລະເມີດກົດໝາຍ.