ເປັນຫ່ວງ ພາສາລາວທີ່ພິການ!

- kitchen vibe - ເປັນຫ່ວງ ພາສາລາວທີ່ພິການ!

- Lao lead 300x225 - ເປັນຫ່ວງ ພາສາລາວທີ່ພິການ!
ໂດຍ: ມຶກບໍ່ແຫ້ງ

ໂອ່ໂລກາພິວັດ! ໜ້າສະອອນໃຈເມື່ອສະໄໝແຫ່ງການສື່ສານນີ້ ພາສາ ສາມາດເຮັດໃຫ້ຄົນທັງໂລກ ສາມາດເຂົ້າອົກເຂົ້າໃຈກັນຫຼາຍຂຶ້ນກວ່າເກົ່າ ແຕ່ເປັນຫຍັງຈຶ່ງມີປາກົດການທີ່ວ່າ ພາສາລາວກຳລັງຖືກຮຸກຮານຈາກຜູ້ໃຊ້ ໂດຍເອົາພາສາອື່ນມາຄອບຄອງ.

- Visit Laos Visit SALANA BOUTIQUE HOTEL - ເປັນຫ່ວງ ພາສາລາວທີ່ພິການ!

ມັນອາດບໍ່ເປັນເລື່ອງຜິດຫຍັງຫລາຍ ທີ່ພວກເຮົາສົ່ງເສີມກັນຮຽນພາ ສາຕ່າງປະເທດ ໂດຍສະເພາະພາສາອັງກິດ ທີ່ເອີ້ນວ່າແມ່ນພາສາສາກົນ ແຕ່ໃນເວລາດຽວກັນນັ້ນ ຜູ້ຂຽນສັງເກດເຫັນວ່າ ບາງກຸ່ມຄົນທີ່ສາມາດໃຊ້ ພາສາໃນລະດັບພໍກະເທີນ ຫຼືເກັ່ງໆກໍມີນັ້ນ ມັກຈະໃຊ້ພາສາລາວປະປົນກັບ ພາສາອື່ນຢູ່ຕະຫຼອດ ທັງທີ່ພາສາລາວເຮົາກໍມີຄຳທີ່ມີຄວາມໝາຍດຽວກັນ ແລະຈຳເປັນຫຍັງ ເມື່ອເຮົາລົມນຳຄົນລາວດ້ວຍກັນ ຈຶ່ງມັກສອດແຊກເອົາພາ ສາອື່ນມາແທນພາສາເຮົາ.

ເປັນປະສົບການຂອງຜູ້ຂຽນ ທີ່ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ເມື່ອ ບໍ່ດົນຜ່ານມາ ທີ່ປະກອບໄປດ້ວຍຜູ້ເຂົ້າຮ່ວມຈາກພາກລັດ, ອົງການຈັດຕັ້ງ ສາກົນ ແລະພໍ່ແມ່ປະຊາຊົນ ໂດຍມີຜູ້ບັນຍາຍທ່ານໜຶ່ງທີ່ເປັນຄົນລາວ  ຖືກ ມອບໝາຍໃຫ້ອະທິບາຍກ່ຽວກັບຫົວຂໍ້ ບົດສະເໜີຂໍທຶນ ເພື່ອພັດທະນາ ເປັນ ພາສາລາວ ແຕ່ປາກົດວ່າ ເກືອບ 30% ຂອງຜູ້ບັນຍາຍ ແມ່ນເວົ້າພາສາອັງ ກິດແທນພາສາລາວ ຍົກຕົວຢ່າງ ແຊຣ໌ (share) ທັງທີ່ພາສາລາວເຮົາກໍມີ ເຊັ່ນກົງກັບຄຳວ່າ: ແລກປ່ຽນ ຫຼືແບ່ງປັນ ແລະຍັງມີອີກຫຼາຍໆຄຳ.

ເມື່ອມານັ່ງຈິນຕະນາການແລ້ວ ຜູ້ເພິ່ນບໍ່ໄດ້ຮຽນ ບໍ່ຮູ້ພາສາອັງກິດນຳ ທີ່ນັ່ງໃນຫ້ອງປະຊຸມນັ້ນ ກໍຊິພໍຈັບໃຈຄວາມໄດ້ຄັກແນ່ຢູ່ບໍ? ແລ້ວກໍຍັງມາ ນັ່ງອີ່ດູຕົນພາສາລາວເຮົາ ທີ່ເປັນພາສາອັນສວຍງາມອ່ອນຊ້ອຍ ພັດບໍ່ໄດ້ຖືກ ໃຊ້ຢ່າງຖືກຕ້ອງນໍ. ນອກຈາກຕົວຢ່າງຂ້າງເທິງນັ້ນແລ້ວ ຍັງມີໝູ່ສະໜິດສະ ໜົມກັບຜູ້ຂຽນເອງເມື່ອສົນທະນາກັນ ກໍໃຊ້ພາສາອັງກິດປົນເປກັບພາສາລາວ ໄປພ້ອມ, ບາງຄັ້ງກໍໃຊ້ພາສາລາວແລ້ວ ແປເປັນພາສາອັງກິດໃຫ້ພ້ອມ ແລ້ວກໍຄິດໃນໃຈວ່າ ຄືມາເປັນແນວຕ່າງແທ້ນໍ.

ສິ່ງທີ່ອາດເປັນຫ່ວງກໍຄືວ່າ ຄົນຮຸ່ນໃໝ່ ອາດຈະບໍ່ເວົ້າອີກດອກວ່າ “ແລກປ່ຽນ ຫຼືແບ່ງປັນ” ແຕ່ຈະໃຊ້ຄຳອື່ນທີ່ບໍ່ແມ່ນພາສາເຮົາແທນ ແລ້ວຍັງ ເຮັດໃຫ້ຄວາມສາມາດການຂຽນ ຫລືການສື່ສານພາສາລາວເຮົາຂາດໆ ເຂີນໆ ຜິດໆຖືກໆ ແບບນັ້ນລະ, ແລະອີກຢ່າງໜຶ່ງ ກໍຈະເຮັດໃຫ້ການສື່ສານ ຜິດພ້ຽນຈາກຄວາມໝາຍອັນແທ້ຈິງໄດ້ງ່າຍໆ.

ເຖິງຢ່າງໃດກໍຕາມ, ເຮົາປາສະຈາກບໍ່ໄດ້ດອກວ່າ ບໍ່ຢຶມພາສາເພິ່ນມາ ເວົ້າ ໂດຍສະເພາະໃນພາສາລາວເຮົາບໍ່ມີ ຫຼືບໍ່ມີຄຳທີ່ສາມາດແປແບບກົງໆ ໄດ້ເຊັ່ນ: ຄອມພິວເຕີ ແລະອື່ນໆ ແຕ່ຖ້າມີຄຳໃດທີ່ພາສາລາວເຮົາມີກໍຄວນ ນຳໃຊ້ຢ່າງຖືກຕ້ອງ! ແລະຖ້າເຮົາເກັ່ງພາສາຕ່າງປະເທດແທ້ ກໍຈົ່ງໃຊ້ໃນເວ ລາທີ່ສົມມາພາຄວນຈະດີກວ່າ.

ດັ່ງນັ້ນ, ພວກເຮົາມານຳໃຊ້ພາສາລາວຢ່າງຖືກຕ້ອງກັນເທາະ, ເລີ່ມຕັ້ງແຕ່ໃນສື່ສັງຄົມ ເພິ່ນກໍມີພາສາລາວໃຫ້ຂຽນໃຫ້ສື່ສານກໍຈົ່ງພູມໃຈໃນການໃຊ້, ການປາກເວົ້າການສົນທະນາກັນ ລະຫວ່າງຄົນລາວກໍໃຊ້ພາສາລາວເຮົານີ້ລະບໍ່ດັ່ງນັ້ນຈະເປັນແບບອົງການສະຫະປະຊາຊາດເວົ້າວ່າແຕ່ລະປີຈະມີພາສາໃດໜຶ່ງໃນໂລກສູນຫາຍໄປເພາະບໍ່ມີໃຜເວົ້າ, ດັ່ງນັ້ນ ເຮົາຄົນລາວຈົ່ງມີຄວາມປາບປຶ້ມ ແລະ ທະນົງໃຈທີ່ເຮົາມີພາສາສະເພາະເປັນຂອງຕົນເອງທັງຍັງງົດງາມຕື່ມອີກ ແລ້ວມັນກໍບໍ່ເປັນຕິຊິໃຫ້ພາສາເຮົາກາຍເປັນພາສາທີ່ພິການໄປ.

- 4 - ເປັນຫ່ວງ ພາສາລາວທີ່ພິການ!
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!