ຈັບຕົວຊາຍໜຸ່ມກໍ່ເຫດລັກຕັດສາຍໄຟ
January 31, 2025 - 10:28 AM


ພັທ ພອນມະນີ ສຸລິນນະພອນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ລາຍງານວ່າ: ວັນທີ 30 ມັງກອນ 2025 ໄດ້ຮັບແຈ້ງເຫດຈາກພົນລະເມືອງດີ ກໍລະນີມີຄົນຮ້າຍລັກຕັດສາຍໄຟຢູ່ ບ້ານຫັດສະດີ ເມືອງຈັນທະບູລີ ເຂດໂຮງຮຽນ ມສ ວຽງຈັນ ເຈົ້າໜ້າທີ່ຈຶ່ງໄດ້ ສົມທົບກັບອໍານາດການປົກຄອງບ້ານ ປກສ ກຸ່ມ ກວດກາຕົວຈິງ ເຫັນວ່າເຫດການດັ່ງກ່າວແມ່ນຄວາມຈິ່ງແທ້.
ຈາກນັ້ນຈຶ່ງໄດ້ສືບຫາຜູ້ກໍ່ເຫດ ປະມານ 1 ຊົ່ວໂມງຈຶ່ງສາມາດຈັບຕົວຜູ້ກໍ່ເຫດໄດ້ ຊື່ທ້າວ ຄໍາລ້ານ ອາຍຸ 41 ປີ ບ້ານເກີດ ເຊໃຫຍ່ ເມືອງສາມັກຄີໄຊ ແຂວງອັດຕະປື.
ຜ່ານການສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ ຜູ້ກ່ຽວໄດ້ກໍ່ເຫດໃນຄັ້ງນີ້ແທ້ ດ້ວຍວິທີການເອົາຫີນທຸບເອົາສາຍໄຟດັ່ງກ່າວ ເພື່ອເອົາໄປຂາຍ ເພື່ອຢາກໄດ້ເງິນໄປຊື້ຢາບ້າມາເສບ. ປັດຈຸບັນເຈົ້າໜ້າທີ່ໄດ້ນໍາເອົາຜູ້ກ່ຽວມາດໍາເນີນຄະດີຕາມລະບຽບກົດໝາຍ.