ປີ 2024 ເຈົ້າໜ້າທີ່ການຄ້າກວດຢຶດຢາສູບນຳເຂົ້າບໍ່ຖືກຕ້ອງ 1.4 ລ້ານກວ່າຊອງ ແລະ ຢາສູບໄຟຟ້າ 6 ໝື່ນກວ່າອັນ


ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານ ວັນທີ 29 ມັງກອນ 2025 ນີ້ວ່າ: ປີ 2024ຜ່ານມາ ທົ່ວປະເທດ ສາມາດຢຶດ ແລະ ອາຍັດສິນຄ້າປະເພດຢາສູບໄດ້ຫຼາຍກວ່າ1ລ້ານ 441,000 ຊອງ ທີ່ປອມແປງສິນຄ້າຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າຂອງບໍລິສັດອື່ນ, ຢາສູບທີ່ມີການລັກລອບນຳເຂົ້າມາຈາກຕ່າງປະເທດເພື່ອຈຳໜ່າຍພາຍໃນ,ບໍ່ໄດ້ຕິດສະຫລາກຄຳເຕືອນສຸຂະພາບໃສ່ຊອງຢາສູບຕາມທີ່ກະຊວງສາທາລະນະສຸກກຳນົດໄວ້, ບໍ່ຕິດສະຫລາກສິນຄ້າເປັນພາສາລາວ ແລະ ຢຶດສິນຄ້າເກືອດຫ້າມ ປະເພດຢາສູບໄຟຟ້ໄດ້ຫຼາຍກວ່າ 6ໝື່ນ,ອັນ ພ້ອມທັງໄດ້ດຳເນີນມາດຕະການຕາມລະບຽບກົດໝາຍ ຕໍ່ເຈົ້າຂອງສິນຄ້າ ແລະ ໄດ້ທຳລາຍສິນຄ້າຖິ້ມ.
ຄະນະເຈົ້າໜ້າທີ່ການຄ້າ ຈະໄດ້ສືບຕໍ່ລົງຕິດຕາມ ກວດກາ, ຖ້າຫາກກວດພົບເຫັນວ່າ: ຮ້ານຄ້າ, ມິນິມາກ, ຊຸບເປີມາເກັດ, ຜູ້ປະກອບການນຳເຂົ້າ-ສົ່ງອອກ ແລະ ຜູ້ປະກອບການອື່ນໆ. ຫາກຍັງມີການນຳເຂົ້າ ແລະ ຈຳໜ່າຍ, ຜະລິດ ສິນຄ້າປະເພດຢາສູບ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຈະຖືກຍຶດ, ອາຍັດ, ປັບໃໝ ແລະ ທຳລາຍຖິ້ມ ພ້ອມທັງດຳເນີນມາດຕະການຕາມກົດໝາຍ ແລະ ລະບຽບການ ກັບເຈົ້າຂອງຮ້ານຄ້າ ຫລື ເຈົ້າຂອງສິນຄ້າດັ່ງກ່າວ.
ທີ່ມາ: ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ພະແນກແກ້ໄຂການລະເມີດທາງການຄ້າ