ຄູ່ກໍລະນີຮ້ານຮັບຈຳນຳໂທລະສັບຊີ້ແຈງ “ບໍ່ໄດ້ຂົ່ມຂູ່ຮ້ານ ແລະ ບໍ່ໄດ້ເປັນຂະບວນມິດສາຊີບ ເຈົ້າຂອງຮ້ານຢ້ານ ແລະ ເຂົ້າໃຈຜິດເອງ”


ວັນທີ 25 ມັງກອນ 2025 ຜ່ານມາ, ມີເຫດຜູ້ໃຊ້ເຟສບຸກທ່ານໜຶ່ງອອກມາໂພສ ເລົ່າປະສົບການ ກໍລະນີ ມີຄົນເອົາໂທລະສັບມາຈຳຢູ່ຮ້ານນຳຕົນເອງ ແຕ່ສຸດທ້າຍ ກາຍເປັນເລື່ອງ ແລະ ຖືກລູກກັບເມຍຜູ້ເອົາໂທລະສັບມາຈຳນຳມາເອົາຄືນໄປລ້າໆ.
ຈາກເຫດການດັ່ງກ່າວ ມີລາຍລະອຽດເຖິງຂໍ້ຄວາມການສົນທະນາກັນ ລະຫວ່າງເຈົ້າຂອງຮ້ານ ແລະ ຜູ້ເປັນເມຍ ແລະ ລູກ ທີ່ນຳມາເອົາໂທລະສັບ ເຊິ່ງເຈົ້າຂອງຮ້ານເວົ້າວ່າ ຕົນເອງຖືກຂູ່ໃນຂໍ້ຫາຮັບຊື້ຂອງໂຈນ ສຸດທ້າຍກໍໄດ້ປ່ອຍໃຫ້ເອົາໂທລະສັບໄປລ້າໆ ຈຶ່ງໄດ້ນຳມາໂພສເປັນອຸທາຫອນ ແລະ ເຕືອນສັງຄົມ.
ເຊິ່ງທີມຂ່າວໜັງສືພິມລາວພັດທະນາໄດ້ເອົາເຫດການດັ່ງກ່າວມານຳສະເໜີ ເປັນອຸທາຫອນໃຫ້ສັງຄົມ ໂດຍສະເພາະຮ້ານຄ້າທີ່ຮັບຈຳນຳເຄື່ອງໂດຍບໍ່ຮູ້ທີ່ໄປທີ່ມາ ຫລື ຄົນບໍ່ຮູ້ຈັກກັນ ອາດຈະສ່ຽງຕໍ່ຖືກຂໍ້ຫາຮັບຊື້ຂອງໂຈນ ແລະ ກໍລະນີທີ່ເກີດຂຶ້ນ ຫາກມີຂະບວນມິດສາຊີບສວມຮອຍ ໃຊ້ຮູບແບບດຽວກັນ ເຈົ້າຂອງຮ້ານອາດເສຍຊັບໂດຍບໍ່ມີເຫດຜົນ.
ຢ່າງໃດກໍຕາມ ບຸກຄົນໃນພາບ ຫລື ແມ່ຍິງທີ່ຖືກກ່າວເຖິງໃນໂພສ ໄດ້ອອກມາໂຕ້ແຍ້ງ ແລະ ຊີ້ແຈງຂໍ້ມູນຄວາມຈິງໃນຝ່າຍຂອງຕົນເອງວ່າ: ເຫດການມື້ນັ້ນ ເປັນເຫດການຈິງ ພາຍຫລັງເຈົ້າຂອງຮ້ານໂທມາບອກ ກໍໄດ້ໄປຫາເຈົ້າຂອງຮ້ານ ແລະ ໄດ້ເອົາໂທລະສັບເມືອໂດຍບໍ່ໄດ້ຈ່າຍເງິນແທ້, ຕົນເອງມີຄວາມຈິງໃຈ ແລະ ຄວາມບໍລິສຸດໃຈ ຄືໄດ້ເຈລະຈາກັບຮ້ານແລ້ວວ່າ: ຜູ້ເອົາໂທລະສັບມາຈຳເປັນຜົວຕົນແທ້ ແຕ່ຈະບໍ່ເຄຍ ຫລື ບໍ່ຈ່າຍເງິນໃນທັນທີ ເພາະຍັງບໍ່ຮູ້ລາຍລະອຽດວ່າຜົວຕົນເອງໄດ້ຈຳນຳທໍ່ໃດ ອີກຢ່າງຕ້ອງໄດ້ເອົາຜູ້ທີ່ມາຈຳນຳນັ້ນເວົ້າກັນກ່ອນ, ຄຳທີ່ວ່າຮັບຊື້ຂອງໂຈນ ເປັນຄຳເວົ້າຂອງເຈົ້າຂອງຮ້ານເວົ້າເອງ ບໍ່ແມ່ນຕົນເວົ້າເພື່ອຂົ່ມຂູ່, ໃນຂະນະນັ້ນຕົນເອງກໍໄດ້ສະເໜີໃຫ້ເອົາບ້ານມາເວົ້າກັນ ເພື່ອເປັນຫລັກຖານ ຢືນຢັນຄວາມບໍລິສຸດໃຈ ແຕ່ທາງເຈົ້າຂອງຮ້ານປະຕິເສດ ບໍ່ໃຫ້ເອົາມາ ເພາະຢ້ານຖືກຄວາມຜິດຂໍ້ຫາເລື່ອງ ຮັບຂອງໂຈນທັງບອກໃຫ້ເຈົ້າຂອງຮ້ານຖ່າຍປ້າຍລົດໄວ້, ບອກຊື່, ບອກບ່ອນຢູ່ເຮືອນຂອງຕົນເອງຢ່າງລະອຽດ. ຄວາມຈິງຫລັງຈາກທີ່ເອົາໂທລະສັບໄປ ກໍບໍ່ໄດ້ໝາຍຄວາມວ່າຊິເອົາໄປແລ້ວໄປເລີຍ ພຽງແຕ່ລໍຖ້າລົມກັບຜົວເລື່ອງທີ່ເອົາໂທລະສັບໄປຈຳແລ້ວຈຶ່ງເອົາເງິນໃຫ້ ແຕ່ບໍ່ຄິດວ່າຮ້ານຈະນຳເອົາເຫດການມາໂພສລົງໃນເຟສບຸກ ເຊິ່ງອາດເປັນການປະຈານເຮັດໃຫ້ຕົນໄດ້ຮັບຄວາມເສຍຫາຍ ຈຶ່ງຢາກໃຫ້ສັງຄົມເຂົ້າໃຈ.
ຂ່າວກ່ອນໜ້ານີ້: ກົດອ່ານ