ທ່ານ ຮຸນເຊນ ຢ້ຽມຢາມຈີນ ຫວັງເພີ່ມໂອກາດການຮ່ວມມື


ນາຍົກລັດຖະມົນຕີກຳປູເຈຍເດີນທາງຢ້ຽມຢາມນະຄອນຫລວງປັກກິ່ງ ເພື່ອສະແຫວງຫາຊ່ອງທາງໃນການຍົກລະດັບການຮ່ວມມືດ້ານການຄ້າ ແລະ ການລົງທຶນກັບອີກຝ່າຍ. ຂະນະທີ່ແຮງກົດດັນຈາກຕາເວັນຕົກຍັງເກີດຂຶ້ນ ຈາກກໍລະນີການຍຸບພັກແກນນຳຝ່າຍຄ້ານ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ໃນວັນທີ 29 ພະຈິກວ່າ: ທ່ານ ຮຸນເຊນ ອອກເດີນທາງດ້ວຍເຮືອບິນພິເສດຈາກສະໜາມບິນສາກົນພະນົມເປັນ ໃນວັນທີ 28 ພະຈິກ ເພື່ອຢ້ຽມຢາມນະຄອນຫລວງປັກກິ່ງຢ່າງເປັນທາງການ ລະຫວ່າງວັນທີ 30 ພະຈິກຫາ 3 ທັນວານີ້ ໂດຍກຳນົດສຳຄັນທີ່ມີການເປີດເຜີຍແລ້ວ ລວມທັງການພົບປະຫາລືລະດັບທະວີພາຄີກັບປະທານປະເທດ ສີ ຈິ້ນຜິງ ແລະ ນາຍົກລັດຖະມົນຕີ ຫລີ ເຄີສຽງ ຕະຫລອດຮອດການຫາລືກັບຄະນະນັກລົງທຶນຊາວຈີນ ກ່ຽວກັບການເພີ່ມອັດຕາສ່ວນການລົງທຶນຂອງນັກທຸລະກິດຈີນຢູ່ກຳປູເຈຍ ໂດຍສະເພາະດ້ານການຮ່ວມພັດທະນາລະບົບໂຄງລ່າງພື້ນຖານ ເຊິ່ງການຢ້ຽມຢາມນະຄອນຫລວງປັກກິ່ງຂອງນາຍົກລັດຖະມົນຕີກຳປູເຈຍໃນຄັ້ງນີ້ ເປັນໄປຕາມຄຳເຊີນຂອງທາງການຈີນໃນການເຂົ້າຮ່ວມກອງປະຊຸມພິເສດທີ່ພັກກອມມູນິດເປັນເຈົ້າພາບ ວ່າດ້ວຍການປ່ຽນແປງໂລກໃຫ້ໜ້າຢູ່ຍິ່ງຂຶ້ນ ແລະ ປາສະຈາກການແຊກແຊງຈາກພາຍນອກ.