ແຂວງບໍລິຄຳໄຊ ຈັບຜູ້ຕ້ອງຫາຄະດີຢາເສບຕິດ 8 ຄົນ ຢຶດກາງ ຢາບ້າ 194,000 ເມັດ ພ້ອມເຄື່ອງຈັກ ແລະ ອຸປະກອນຜະລິດ

ແຂວງບໍລິຄຳໄຊ ຈັບຜູ້ຕ້ອງຫາຄະດີຢາເສບຕິດ 8 ຄົນ ຢຶດກາງ ຢາບ້າ 194,000 ເມັດ ພ້ອມເຄື່ອງຈັກ ແລະ ອຸປະກອນຜະລິດ - 475509790 950726700534616 1612890850034412407 n - ແຂວງບໍລິຄຳໄຊ ຈັບຜູ້ຕ້ອງຫາຄະດີຢາເສບຕິດ 8 ຄົນ ຢຶດກາງ ຢາບ້າ 194,000 ເມັດ ພ້ອມເຄື່ອງຈັກ ແລະ ອຸປະກອນຜະລິດ
ແຂວງບໍລິຄຳໄຊ ຈັບຜູ້ຕ້ອງຫາຄະດີຢາເສບຕິດ 8 ຄົນ ຢຶດກາງ ຢາບ້າ 194,000 ເມັດ ພ້ອມເຄື່ອງຈັກ ແລະ ອຸປະກອນຜະລິດ - kitchen vibe - ແຂວງບໍລິຄຳໄຊ ຈັບຜູ້ຕ້ອງຫາຄະດີຢາເສບຕິດ 8 ຄົນ ຢຶດກາງ ຢາບ້າ 194,000 ເມັດ ພ້ອມເຄື່ອງຈັກ ແລະ ອຸປະກອນຜະລິດ

ປກສ ແຂວງບໍລິຄໍາໄຊ ລາຍງານວ່າ: ເວລາປະມານ 17: 00 ໂມງ ວັນທີ 21 ມັງກອນ 2025 ໄດ້ຕິດຕາມ ແລະ ປະສານສົມທົບກັບເຈົ້າໜ້າທີ່ປະຈຳຈຸດກວດກາ ບ້ານທວາຍ, ເມືອງທ່າພະບາດ ແຂວງບໍລິຄຳໄຊ ສະກັດ ກຸ່ມເປົ້າໝາຍຕ້ອງສົງໄສ ລົດເກັງ ສີດຳ ໝາຍເລກທະບຽນ (ໄທ) ກຊ 1157 ພະນະຄອນສີອະຍຸດທະຍາ ແລະ ໄດ້ກວດລົດຄັນດັ່ງກ່າວ.

ຜ່ານການກວດກາກວດຄົ້ນພາຍໃນລົດ ພົບເຫັນຢາບ້າຈໍານວນ 97 ມັດ (194,000 ເມັດ) ແລະ ຢາໄອສ໌ຈຳນວນ 15 ກິໂລກຣາມທີ່ຊຸກເຊື່ອງໄວ້ໃນລົດ (ຢູ່ທາງໃນປະຕູລົດເບື້ອງຂວາ) ພ້ອມທັງໄດ້ກັກຕົວຜູ້ຖືກຫາຈໍານວນ 2 ຄົນ ມາສືບສວນ-ສອບສວນຜູ້ຮ່ວມຂະບວນການ ແລະ ກວດຄົ້ນສະຖານທີ່ເຮືອນທີ່ຕ້ອງສົງໄສ ແລະ ສາມາດຢືດຂອງກາງໄດ້ຫລາຍລາຍການຄື: ເຄື່ອງຈັກຜະລິດຢາບ້າ 1 ເຄື່ອງ, ເຄື່ອງຈັກຕີແປ້ງຜະລິດຢາບ້າ 1 ເຄື່ອງ, ແປ້ງສານເຄມີຕັ້ງຕົ້ນໃຊ້ຜະລິດຢາບ້າຈໍານວນ 154 ກິໂລກຣາມ, ຢາໄອສ໌ຈໍານວນ 23 ຫໍ່ (ນໍ້າໜັກ 30 ກິໂລກຣາມ), ແປ້ງຂາວປະສົມໃຊ້ຜະລິດໄອສ໌ຈຳນວນ 5 ກິໂລກຣາມ, ຖົງຢາງສີຟ້າໃສ່ຢາບ້າຈໍານວນ 19 ກິໂລກຣາມ, ໃບກະທ່ອມ ຈໍານວນ 19 ກິໂລກຣາມ, ຢາດີໄອຈໍານວນ 15 ແກັດນ້ອຍ, ສີປະສົມ (ສີແດງ) ຜະລິດຢາບ້າ 5 ກະປ໋ອງ (ນໍ້າໜັກ 2,5 ກິໂລກຣາມ), ນໍ້າຢາແຕ່ງກິ່ນ 21 ແກ້ວ, ຊີງຕິດນໍ້າໜັກ 1 ເຄື່ອງ, ໂທລະສັບ 8 ໜ່ວຍ ກັກຜູ້ຖືກຫາໄດ້ 6 ຄົນ, ຍິງ 1 ຄົນ ລວມທັງໝົດ 8 ຄົນ ເປັນຄົນສັນຊາດໄທທັງໝົດ.

ແຂວງບໍລິຄຳໄຊ ຈັບຜູ້ຕ້ອງຫາຄະດີຢາເສບຕິດ 8 ຄົນ ຢຶດກາງ ຢາບ້າ 194,000 ເມັດ ພ້ອມເຄື່ອງຈັກ ແລະ ອຸປະກອນຜະລິດ - Visit Laos Visit SALANA BOUTIQUE HOTEL - ແຂວງບໍລິຄຳໄຊ ຈັບຜູ້ຕ້ອງຫາຄະດີຢາເສບຕິດ 8 ຄົນ ຢຶດກາງ ຢາບ້າ 194,000 ເມັດ ພ້ອມເຄື່ອງຈັກ ແລະ ອຸປະກອນຜະລິດ
ແຂວງບໍລິຄຳໄຊ ຈັບຜູ້ຕ້ອງຫາຄະດີຢາເສບຕິດ 8 ຄົນ ຢຶດກາງ ຢາບ້າ 194,000 ເມັດ ພ້ອມເຄື່ອງຈັກ ແລະ ອຸປະກອນຜະລິດ - 475701932 950726673867952 5508056954926714790 n 1024x461 - ແຂວງບໍລິຄຳໄຊ ຈັບຜູ້ຕ້ອງຫາຄະດີຢາເສບຕິດ 8 ຄົນ ຢຶດກາງ ຢາບ້າ 194,000 ເມັດ ພ້ອມເຄື່ອງຈັກ ແລະ ອຸປະກອນຜະລິດ

ຜ່ານການ ສືບສວນ-ສອບສວນ ຂະຫຍາຍຜົນເພີ່ມເຕີມ ວັນທີ 26 ມັງກອນ 2025 ສາມາດກັກຕົວຜູ້ຮ່ວມຂະບວນການໄດ້ຕື່ມອີກ 1 ຄົນ, ຊື່ ທ້າວ ສີຖັນມວນມະນີ, ອາຍຸ 48 ປີ, ອາຊີບ ເຮັດນາ, ຢູ່ ບ້ານ ຊອດ, ເມືອງ ປາກກະດິງ, ແຂວງ ບໍລິຄຳໄຊ ພ້ອມເຄື່ອງຂອງກາງ: ປືນສັ້ນ 1 ກະບອກ, ລູກປືນ 5 ລູກ, ລົດກະບະວີ ໂກສີດຳ 1 ຄັນ, ເຄື່ອງຈັກຜະລິດຢາບ້າຈໍານວນ 1 ເຄື່ອງ, ແປ້ງສານເຄມີຄາເຟອິນ (ສານຕັ້ງຕົ້ນຜະລິດຢ້າບ້າ) ຈໍານວນ 2 ເປົາ, ນໍ້າໜັກ 50 ກິໂລກຣາມ, ຖົງຢາງສີດໍາ ກາແອັບເປີ້ນ 1 ເປົາ ນໍ້າໜັກ 5 ກິໂລກຣາມ, ແປ້ງຢາບ້າສີສົ້ມ 3 ຖົງ, ນໍ້າໜັກ 20,4 ກິໂລກຣາມ, ຫົວຕອກ ຫລື ເບົ້າຕອກອັດເມັດຢາບ້າ 80 ຫົວ, ທາດລະເບີດ (ໝາກຝ່າ) 4 ແທ່ງ.

ການກະທຳຂອງພວກກ່ຽວເປັນການຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ, ນຳເຂົ້າ, ສົ່ງອອກຢາບ້າ, ຢາໄອອ໌ ຫຼື ມີວັດຖຸອອກລິດຕໍ່ຈິດປະສາດ ເຊີ່ງເປັນການກະທຳ ທີ່ລະເມີດຕໍ່ກົດໝາຍແຫ່ງ ສປປ ລາວ ກຳນົດໃວ້.

ປັດຈຸບັນ, ຄະດີດັ່ງກ່າວທາງເຈົ້າໜ້າທີ່ວິຊາສະເພາະພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ບໍລິຄຳໄຊ ກຳລັງເລັ່ງດຳເນີນການສືບສວນ-ສອບສວນ, ທ້ອນໂຮມຂໍ້ມູນ, ຫລັກຖານ, ສະຫລຸບເຂົ້າໃນສຳນວນ-ສຳເນົາສົ່ງຟ້ອງຕາມຂະບວນການຍຸຕິທຳ, ເພື່ອດໍາເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ທີ່ມາ: ປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ

ແຂວງບໍລິຄຳໄຊ ຈັບຜູ້ຕ້ອງຫາຄະດີຢາເສບຕິດ 8 ຄົນ ຢຶດກາງ ຢາບ້າ 194,000 ເມັດ ພ້ອມເຄື່ອງຈັກ ແລະ ອຸປະກອນຜະລິດ - 3 - ແຂວງບໍລິຄຳໄຊ ຈັບຜູ້ຕ້ອງຫາຄະດີຢາເສບຕິດ 8 ຄົນ ຢຶດກາງ ຢາບ້າ 194,000 ເມັດ ພ້ອມເຄື່ອງຈັກ ແລະ ອຸປະກອນຜະລິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!