ເລັ່ງມອດໄຟໄໝ້ປ່າຢູ່ພູບາຈຽງ ແຂວງຈຳປາສັກ ຄາດເກີດຈາກປະຊາຊົນດັງໄຟຈົນລຸກລາມ
January 29, 2025 - 2:07 PM


ໜັງສືພິມຈໍາປາໃໝ່ ລາຍງານວ່າ: ເວລາ 19:30 ໂມງ ວັນທີ 28 ມັງກອນ 2025 ເກີດໄຟໄໝ້ປ່າ ຢູ່ພູບາຈຽງ ເຂດບ້ານບ້ານຫົວແຊ ແລະ ບ້ານຫ້ວຍຍາງຄໍາ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ.
ຈາກເຫດການດັ່ງກ່າວ ພາກສ່ວນກ່ຽວຂ້ອງໄດ້ລະດົມກຳລັງ ຈາກທຸກພາກສ່ວນເຂົ້າສະກັດກັ້ນໄຟໄໝ້ໃນຄັ້ງນີ້, ນອກນັ້ນ ກໍາລັງອ້າຍນ້ອງທະຫານ 30 ຄົນ ໄດ້ຂຶ້ນໄປມອດ ແລະ ສາມາດມອດໄຟໃນເຂດບ້ານຫົວແຊ ໄດ້ສຳເລັດ ແລະ ຫ້ວຍຍາງຄຳບາງຈຸດ, ສ່ວນສາເຫດໄຟໄໝ້ປ່າຄັ້ງນີ້ຄາດວ່າອາດຈະເກີດຈາກຄອບຄົວປະຊາຊົນທີ່ໄປທຳມາຫາກິນ ແລ້ວໄດ້ດັງໄຟແຕ່ງຢູ່ຄົວກິນ ແລ້ວບໍ່ມອດໄຟ ເລີຍເປັນເຫດເຮັດໃຫ້ເກີດໄຟໄໝ້ລາມປ່າດັ່ງກ່າວ. ປັດຈຸບັນ ເຈົ້າໜ້າທີ່ພວມສືບຕໍ່ຕິດຕາມ ແລະ ສຸມກໍາລັງ ເຂົ້າມອດໄຟ ຢູ່ຈຸດທີ່ຍັງລຸກລາມຢູ່ ຄາດກະຈະສາມາດຄວບຄຸມໄຟໄດ້ທັງໝົດໃນບ່າຍວັນທີ 29 ມັງກອນ 2025.