ຢຽບກັນຕາຍ 15 ຄົນ ບາດເຈັບອີກຫລາຍຄົນ ໃນງານປະເພນີ ກຸມເມລາ ທີ່ປະເທດອິນເດຍ

ສໍານັກຂ່າວ AP News ລາຍງານວັນທີ 29 ມັງກອນ 2025: ມີຜູ້ເສຍຊີວິດຢ່າງໜ້ອຍ 15 ຄົນ ແລະ ບາດເຈັບອີກຫລາຍຄົນ ຢູ່ງານປະເພນີກຸມເມລາ ໃນຂະນະທີ່ກໍາລັງແຫ່ກັນໄປອາບນໍ້າສັກສິດໃນເມືອງພະຢາດ ທາງພາກເໜືອຂອງປະເທດອິນເດຍ.
ປັດຈຸບັນ ຍັງບໍ່ມີລາຍງານລະອຽດໃນເຫດການດັ່ງກ່າວ ເຊິ່ງມີລາຍງານພຽງແຕ່ຜູ້ບາດເຈັບຈໍານວນຫລາຍຖືກນໍາຕົວສົ່ງໂຮງໝໍແລ້ວ ແຕ່ຍັງບໍ່ມີການລະບຸຊັດເຈນເຖິງຈໍານວນຜູ້ບາດເຈັບ.
ເທດສະການ ກຸມເມລາ ເລີ່ມຂຶ້ນເມື່ອວັນທີ 13 ມັງກອນ ໂດຍທາງການຄາດວ່າພາຍໃນໄລຍະ 6 ອາທິດຂອງເທດສະການນີ້ ຈະມີຜູ້ເຂົ້າຮ່ວມງານຫລາຍກວ່າ 400 ລ້ານຄົນ ໂດຍຜູ້ສັດທາຈາກທົ່ວອິນເດຍຈະມາຮວມກັນເພື່ອອາບນໍ້າຢູ່ບໍລິເວນທີ່ເປັນຈຸດເຊື່ອມຕໍ່ລະຫວ່າງແມ່ນໍ້າແມ່ນ້ຳສາມສາຍຄື: ແມ່ນ້ຳຄົງຄາ ກັບ ແມ່ນໍ້າ ຍະມຸນາ ແລະ ແມ່ນໍ້າສະຣັສວະຕີໃນຕໍານານ ໂດຍເຫດການຢຽບກັນຕາຍເກີດຂຶ້ນເລື້ອຍໆໃນງານເທດສະການທາງສາສະໜາຂອງອິນເດຍ ເນື່ອງຈາກມີປະຊາຊົນຈໍານວນຫລາຍມາຮວມຕົວກັນໃນພື້ນທີ່ຈໍາກັດ ເຊິ່ງມີໂຄງສ້າງພື້ນຖານທີ່ບໍ່ດີ ແລະ ມາດຕະການຄວາມປອດໄພບໍ່ຮັບປະກັນ.