ເລຂາທິການສະຫະປະຊາຊາດ ປະນາມ ສປປ ເກົາຫລີຍິງລູກສອນໄຟ


ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ ກ່າວປະນາມຢ່າງຮຸນແຮງຕໍ່ການທົດລອງລູກສອນໄຟຄັ້ງຫລ້າສຸດຂອງ ສປປ ເກົາຫລີ ແລະ ຮຽກຮ້ອງໃຫ້ ສປປ ເກົາຫລີ ຢຸດການກະທຳທີ່ເປັນການທຳລາຍຄວາມໝັ້ນຄົງ.
ຖະແຫລງການເລຂາທິການ ສປຊ ລະບຸວ່າ: ຄັ້ງນີ້ຖືວ່າ ສປປ ເກົາຫລີ ລະເມີດມະຕິສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດຢ່າງຈະແຈ້ງ ແລະ ສະແດງໃຫ້ເຫັນວ່າ: ບໍ່ສົນໃຈທັດສະນະຂອງປະຊາຄົມໂລກ, ພາຍຫລັງ ສປປ ເກົາຫລີ ຍິງທົດລອງລູກສອນໄຟຂ້າມທະວີບ ໃນວັນທີ 29 ພະຈິກ ເຊິ່ງກະຊວງປ້ອງກັນຕົນເອງຍີ່ປຸ່ນລະບຸວ່າ: ລູກສອນໄຟລອຍມາຕົກໃນເຂດເສດຖະກິດສະເພາະຂອງຍີ່ປຸ່ນ. ສະພາຄວາມໝັ້ນຄົງ ສປຊ ຈະຈັດກອງປະຊຸມສຸກເສີນ ເພື່ອຫາລືສະຖານະການຫລ້າສຸດ ແລະ ມີສຽງຮຽກຮ້ອງຈາກອາເມລິກາໃຫ້ດຳເນີນມາດຕະການຂວ້ຳບາດໜັກຂຶ້ນ ເພື່ອຕອບໂຕ້ການກະທຳຂອງ ສປປ ເກົາຫລີ. ເຖິງຢ່າງໃດກໍຕາມ ທ່ານ ກູເຕີເຣສ ກ່າວວ່າ: ພ້ອມຈະປະສານງານກັບທຸກຝ່າຍ ເພື່ອບັນເທົາຄວາມເຄັ່ງຕຶງ.