ໄວໜຸ່ມມົ້ວສຸມຢາເສບຕິດ, ຂີ້ລັກງັດແງະ ບັນຫາທ້າທາຍໃນການແກ້ໄຂ

ໄວໜຸ່ມມົ້ວສຸມຢາເສບຕິດ, ຂີ້ລັກງັດແງະ ບັນຫາທ້າທາຍໃນການແກ້ໄຂ - 471178803 884278773785230 2995749369590762017 n - ໄວໜຸ່ມມົ້ວສຸມຢາເສບຕິດ, ຂີ້ລັກງັດແງະ ບັນຫາທ້າທາຍໃນການແກ້ໄຂ
ໄວໜຸ່ມມົ້ວສຸມຢາເສບຕິດ, ຂີ້ລັກງັດແງະ ບັນຫາທ້າທາຍໃນການແກ້ໄຂ - kitchen vibe - ໄວໜຸ່ມມົ້ວສຸມຢາເສບຕິດ, ຂີ້ລັກງັດແງະ ບັນຫາທ້າທາຍໃນການແກ້ໄຂ

ໂດຍ: ຜາຕຸງ

ປາກົດການຫຍໍ້ທໍ້ດ້ານຕ່າງໃນສັງຄົມມັນເກີດຂຶ້ນຢູ່ຮ້ານກິນດື່ມ, ການມົ້ວສຸມສິ່ງເສບຕິດ ທັງຢາບ້າ ຢາອີ ກັນຊາ ຄໍລາເຈນ ກາເຟເສີມກຳລັງ ດື່ມນ້ຳກະທ່ອມ ແລະ ອື່ນໆສາລະພັດ ຢ່າງອຶກກະທຶກນຶກນອງ ມີ ນອກນີ້ກໍມີໂຈນຜູ້ຮ້າຍອ້າຍຂະໂມຍ ຂີ້ລັກງັດແງະ ເອົາຊັບສິ່ງຂອງ ປະຊາຊົນ ຈົນເປັນຫາງສຽງມາໃຫ້ເຫັນຢູ່ແຕ່ລະມື້ແຕ່ລະເວັນ.

ໄວໜຸ່ມມົ້ວສຸມຢາເສບຕິດ, ຂີ້ລັກງັດແງະ ບັນຫາທ້າທາຍໃນການແກ້ໄຂ - Visit Laos Visit SALANA BOUTIQUE HOTEL - ໄວໜຸ່ມມົ້ວສຸມຢາເສບຕິດ, ຂີ້ລັກງັດແງະ ບັນຫາທ້າທາຍໃນການແກ້ໄຂ

ເວົ້າເລື່ອງຂີ້ລັກຫລາຍຢູ່ນັບມື້ ມີທັງໂຈນຢູ່ບ້ານໂຕເອງ ແລະ ຕ່າງປະເທດເຂົ້າມາເຄື່ອນໄຫວເຄື່ອນໄຫວລັກຊັບ ຫລອກລວງ ຮ້ອຍເລ່ເທທຸບາຍ ເປົ້າໝາຍກໍຄືຊັບສິນເງິນຄຳ ເພື່ອນຳໄປຊື້ຈ່າຍ ຫລິ້ນກິນຟູມເຟືອຍ ຍ້ອນຕິດຢາເສບຕິດ ການພະນັນ, ກ້ອງວົງຈອນທີ່ວ່າຊ່ວຍປ້ອງກັນກໍຍັງຖືກລັກ ຖືກຂະໂມຍ ໂດຍທີ່ບໍ່ເກງກົວຕໍ່ອາໍນາດຂອງກົດໝາຍແຕ່ຢ່າງໃດ ແລະ ບາງກໍກລະນີຖືກເຈົ້າໜ້າທີ່ຈັບຕົວໄດ້ໄລ່ຕົວທັນ ບາງຄົນມີປະຫວັດການກໍ່ເຫດມາຫລາຍສິບຄັ້ງ ສ້າງຄວາມເສຍຫາຍມາແລ້ວຫລາຍຮ້ອຍລ້ານກີບ.

ປາກົດການທັງໝົດທີ່ເກີດຂຶ້ນນີ້ໄດ້ສ້າງຄວາມສັບສົນວຸ່ນວາຍ ແລະສ້າງຄວາມຫວາດຫວັ່ນຢ້ານກົວໃຫ້ຄົນໃນສັງຄົມເປັນຈຳນວນຫຼາຍ ພວກເຮົາປະຊາຊົນ ຄົນທຳມະດາສາມັນທົ່ວໄປ ກໍໄດ້ແຕ່ຝາກຄວາມຫວັງໄວ້ກັບເຈົ້າໜ້າທີ່ກ່ຽວຂ້ອງ ເອົາຈິງເອົາຈັງກັບການແກ້ໄຂ ເຊິ່ງຜົນກອງປະຊຸມ ແລະ ສະຫລຸບໃນແຕ່ລະໄຕມາດ ແຕ່ລະປີ ມີຄວາມເສຍຫາຍຈາກປາກົດການຕ່າງໆເຫລົ່ານີ້ບໍ່ແມ່ນໜ້ອຍ ຕົວຢ່າງປີ 2024 ຜ່ານມາ ຄະດີຄະດີຢາເສບຕິດ ເປັນຄະດີພົ້ນເດັ່ນກວ່າໝູ່ ມີທັງໝົດ 3,771 ເລື່ອງ, ອັນດັບ 2 ຄະດີລັກຊັບ 1,977 ເລື່ອງ, ອັນດັບ 3 ຄະດີ ສໍ້ໂກງຊັບ 682 ເລື່ອງ ສະເພາະລົດທີ່ຖືກລັກ ມີ ລົດໃຫຍ່ 15 ຄັນ, ລົດຈັກ 1,251 ຄັນ; ນະຄອນຫຼວງວຽງຈັນ ລົດໃຫຍ່ 6 ຄັນ, ລົດຈັກ 1,040 ຄັນ.
ເຖິງແມ່ນເຈົ້າໜ້າທີປ້ອງກັນຄວາມສະຫງົບ, ກຳລັງ ປກຊ – ປກສ ປະຈຳຄຸ້ມປະຈຳບ້ານກໍຄືອຳນາດການປົກຄອງ ແລະ ປະຊາຊົນໄດ້ເອົາໃຈໃສ່ອອກລາດຕະເວນ ປ້ອງກັນເວນຍາມຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍດີປານໃດ ແຕ່ມັນກໍຍັງເກີດຂຶ້ນ ສ້າງຄວາມເສຍຫາຍທາງດ້ານຊັບສິນຂອງບຸກຄົນ ນິຕິບຸກຄົນ ອົງການຈັດຕັ້ງທັງພາກລັດ ພາກເອກະຊົນ ລວມໄປເຖິງສຳນັກງານອົງການຈັດຕັ້ງຕ່າງໆທັງພາຍໃນແລະສາກົນ ເປັນຈຳນວນບໍ່ໜ້ອຍ.

ປາກົດການຫຍໍ້ທໍ້ອັນເປັນບັນຫາທັງໝົດນີ້ ມັນຮຽກຮ້ອງໃຫ້ທຸກພາກສ່ວນເລັ່ງເອົາ ໃຈໃສ່ຫັນເອົາວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ເປັນຂອງທົ່ວປວງຊົນ ອຳນາດການປົກຄອງແຕ່ລະຂັ້ນຕ້ອງເຂັ້ມແຂງ ປະຊາຊົນຊ່ວຍກັນສອດສ່ອງດູແລເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ເມື່ອເຫັນປະກົດກາານຫຍໍ້ທໍ້ເກີດຂຶ້ນໃຫ້ຮີບຮ້ອນລາຍງານຕໍ່ເຈົ້າໜ້າທີ່ ເພື່ອຈະໄດ້ປາບປາມ ສະກັດກັ້ນຢ່າງທັນການ, ປະຊາຊົນລາວບັນດາທຸກຄົນເປັນເຈົ້າຂອງປະເທດຊາດ ຈົ່ງພ້ອມກັນອອກແຮງປົກປັກຮັກສາ ແລະ ສ້າງສາພັດທະນາໃຫ້ຮັ່ງມີເຂັ້ມແຂງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍປະຊາຊົນຢູ່ດີກິນດີມີຄວາມຜາສຸກຕະຫຼອດໄປ

ໄວໜຸ່ມມົ້ວສຸມຢາເສບຕິດ, ຂີ້ລັກງັດແງະ ບັນຫາທ້າທາຍໃນການແກ້ໄຂ - 3 - ໄວໜຸ່ມມົ້ວສຸມຢາເສບຕິດ, ຂີ້ລັກງັດແງະ ບັນຫາທ້າທາຍໃນການແກ້ໄຂ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!