ADB ເບິ່ງເສດຖະກິດອາຊີຍັງເຕີບໃຫຍ່ໄດ້ ເຖິງວ່າປະສົບບັນຫານະໂຍບາຍທ່ານ ທຣຳ


ຂະນະທີ່ທ່າອ່ຽງການເຕີບໃຫຍ່ທາງເສດຖະກິດຂອງ 30 ຈາກ 45 ປະເທດທີ່ຢູ່ໃນລາຍງານວິເຄາະສະບັບຫລັງ ສຸດຢູ່ໃນລະດັບຍືນຍົງ ເຊິ່ງຈະຊ່ວຍທົດແທນຈາກສະພາບຊຸດໂຊມຂອງເສດຖະກິດຈີນໄດ້ ເຊິ່ງ ADB ຄາດໝາຍ ວ່າຈະຂະຫຍາຍຕົວຫລຸດລົງຈາກ 6,7% ໃນປີຜ່ານມາລົງມາຢູ່ 6,5% ໃນປີນີ້ ແລະ 6,2% ໃນປີ 2018 ຖືເປັນສະ ພາບຂະຫຍາຍຕົວຊ້າຂອງເສດຖະກິດຈີນຫລາຍທີ່ສຸດໃນຮອບ 30 ປີ ຕາມການຕີລາຄາໂດຍ ADB , ສ່ວນສະຖາ ນະການທາງເສດຖະກິດຂອງອິນເດຍຍັງຢູ່ໃນເກນດີ ເຊິ່ງ ADB ຄາດໝາຍວ່າຈະຂະຫຍາຍຕົວ 7,4% ໃນປີນີ້ ແລະ 7,6% ໃນປີຕໍ່ໄປ ເພີ່ມຂຶ້ນຈາກລະດັບ 7,1% ໃນປີຜ່ານມາ.
ທັງນີ້, ລາຍງານວິເຄາະຂອງ ADB ໄດ້ຮັບການເຜີຍແຜ່ອອກມາກ່ອນປະທານາທິບໍດີ ໂດນັນ ທຣຳ ຈະຮັບ ການມາຢ້ຽມຢາມຂອງປະທານປະເທດ ຈີສິ້ນຜິງ ລະຫວ່າງວັນທີ 6-7 ເມສານີ້ ໂດຍບັນຫາສຳຄັນທີ່ຄາດວ່າຈະ ມີການຍົກຂຶ້ນມາຫາລືກັນ ລວມທັງການພົວພັນທາງເສດຖະກິດ ແລະ ການຄ້າລະຫວ່າງອາເມລິກາກັບຈີນ, ພາຍຫລັງທ່ານ ທຣຳ ກ່າວຫາອີກຝ່າຍວ່າເອົາປຽບການຄ້າ ແລະ ແຊກແຊງຄ່າເງິນ, ແຕ່ຫລາຍຝ່າຍເຊື່ອວ່າຍັງບໍ່ອາດຈະມີການປະກາດມາດຕະການໃດໆອອກມາຢ່າງຈະແຈ້ງລະ ຫວ່າງການຫາລືໃນເທື່ອນີ້.