ປກສ ແຂວງຫລວງນ້ຳທາ ທຳລາຍສວນຝິ່ນ ລັກລອບປູກ ເນື້ອທີ່ 5,200 ຕາແມັດ
January 28, 2025 - 11:08 AM


ປກສ ແຂວງຫລວງນ້ຳທາ ລາຍງານວ່າ: ວັນທີ 25 ມັງກອນ 2025 ນີ້, ເຈົ້າໜ້າທີ່ ປກສ ແຂວງຫລວງນໍ້າທາ ພ້ອມພາກສ່ວນທີ່ກ່ຽວຂ້ອງ ຫຼາຍກວ່າ 20 ຄົນ, ໄດ້ລົງທໍາລາຍສວນຝິ່ນ ທີ່ປະຊາຊົນລັກລອບປູກ ຢູ່ຂອບເຂດ ບ້ານກົກມີ້ ເມືອງຫລວງນໍ້າທາ ລວມມີ 3 ຕອນ, ເນື້ອທີ່ 5,200 ຕາແມັດ ຫຼື ຫຼາຍກວ່າ ເຄິ່ງເຮັກຕາ ຊຶ່ງເປັນການເຮັດຜິດຕໍ່ລະບຽບກົດໝາຍ.
ຜ່ານມາ, ທາງເຈົ້າໜ້າທີ່ເຄີຍໄດ້ເຕົ້າໂຮມປະຊາຊົນ ພ້ອມອໍານາດການປົກຄອງບ້ານ ພ້ອມທັງເຜີຍແຜ່ຜົນຮ້າຍຂອງຝິ່ນ ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດ ໝາຍຂອງລັດ ແລະ ສັ່ງໃຫ້ໂຈະ, ຢຸດການປູກຝິ່ນຢ່າງສິ່ນເຊີງ ເເລ້ວຫັນມາປູກພືດແນວອື່ນທົດແທນການປູກຝິ່ນ ເພື່ອຫາລາຍຮັບເຂົ້າໃນຄອບຄົວ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ໃຫ້ຮຸ່ງເຮືອງສີວິໄລ.
ທີ່ມາ: ປກສ ແຂວງຫລວງນ້ຳທາ