ລົມໜາວ ລົມແລ້ງ ຢ່າລືມຊ່ວຍກັນ ສະກັດກັ້ນໄຟໄໝ້ລາມປ່າ


ໂດຍ : ຜາຕຸງ
ສປປ ລາວ ເປັນປະເທດທີ່ນອນຢູ່ໃນເຂດອາກາດຮ້ອນ ລະດູແລ້ງ ອາກາດຊຸ່ມຊື່ນ ຕົ້ນໄມ້ໃບຫຍ້າຫ່ຽວແຫ້ງກາຍເປັນເຊື້ອໄຟທີ່ສາມາດລຸກລາມໄດ້ງ່າຍ ສ່ຽງຕໍ່ການສູນເສຍຈາກອັກຄີໄພ. ແຕ່ລະປີເມື່ອຮອດລະດູແລ້ງ ມັກເກີດໄຟໄໝ້ຫຼາຍຂຶ້ນ, ມີທັງໄຟໄໝ້ລາມປ່າ, ໄໝ້ເຮືອນຊານ ບ້ານຊ່ອງ, ໂຮງຈັກໂຮງງານ ສ້າງຄວາມເສຍຫາຍຕໍ່ຊັບສົມບັດຂອງຊາດ ກໍຄືຂອງລວມໝູ່ ແລະ ບຸກຄົນເປັນຈຳນວນຫຼວງຫຼາຍ, ມີບາງຄັ້ງກໍມີຜົນກະທົບຮອດຊີວິດຂອງຄົນແລະສັດນຳອີກ ແລະ ເຫດການແນວນີ້ ເຮົາສາມາດປ້ອງກັນໄດ້ ຖ້າຫາກມີສະຕິ ມີຄວາມລະມັດລະວັງຫຼາຍຂຶ້ນ.
ໄຟໄໝ້ທີ່ເກີດຂຶ້ນແຕ່ລະປີນັ້ນມີທັງເຫດການນ້ອຍແລະໃຫຍ່ ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງມະຫາ ສານ ຕໍ່ສະພາບທຳມະຊາດ ສິ່ງແວດລ້ອມ ລວມທັງຊີວິດອິນຊີຂອງຄົນເຮົາ, ມີຫຼາຍຄົນອາດຕັ້ງຄຳຖາມວ່າ: ຍ້ອນເຫດຜົນອັນໃດມັນຈຶ່ງເກີດຂຶ້ນ, ຄຳຕອບອັນຫຼັກໆນັ້ນ ໄຟໄໝ້ມັນເກີດຂຶ້ນຍ້ອນສອງສາເຫດຫຼັກຄື: ເກີດຈາກທຳມະຊາດບຽດສີກັນເອງ ແລະ ເກີດມາຈາກນ້ຳມືຂອງມະນຸດເປັນຜູ້ສ້າງຂຶ້ນ ແຕ່ໄຟທີ່ເກີດຈາກມະນຸດນີ້ລະອ່າວໜັກແດ່ ເພາະເກີດຂຶ້ນຈາກຄວາມຕັ້ງໃຈ ແລະ ບໍ່ໄດ້ຕັ້ງໃຈຂອງບຸກຄົນ, ເກີດຍ້ອນການຈູດໄຮ່ຈູດສວນ ເພື່ອສັບຊ່າວຂະຫຍາຍເນື້ອທີ່ການຜະລິດ, ການທຳມາຫາກິນທີ່ຕິດພັນກັບທຳມະຊາດຂອງປະຊາຊົນ, ເກີດຈາກການຈູດເຜົາຂີ້ເຫຍື້ອຊະຊາຍຂາດຄວາມຮັບຜິດຊອບ, ເກີດຈາກການດັງໄຟຫຸງຕົ້ມປຸງແຕ່ງອາຫານ, ຈາກການຈູດທູບໃຕ້ທຽນບູຊາ, ເກີດຈາກໄຟ້ຟ້າລັດວົງຈອນ ແລະ ອື່ນໆ.
ໄລຍະນີ້ ເປັນໄລຍະຂອງການຜະລິດລະດູແລ້ງ ປະຊາຊົນເຮົາອາດຈະລົງມືສັບຊ່າວເນື້ອທີ່ດິນເຮັດການຜະລິດ ແນ່ນອນວ່າອາດຈະມີການຈູດເຜົາ ແຕ່ການຈູດເຜົານັ້ນເຮົາຕ້ອງມີສະຕິ ເອົາໃຈໃສ່ໃນການປ້ອງກັນບໍ່ໃຫ້ເກີດໄຟໄໝ້ລາມໄປສູ່ພື້ນທີ່ອື່ນທີ່ຈະສ້າງຄວາມສູນເສຍຢ່າງຫຼວງຫຼາຍດ້ວການສ້າງແລວກັນໄຟໄໝ້ລາມ ເລືອຈູດໃນເວລາບໍ່ມີລົມແຮງ ແຕ່ຄຽງຄູ່ກັນນີ້ເຮົາອາດສັງເກດເຫັນວ່າ ການຈູດເຜົາຂີ້ເຫຍື້ອຕາມກາງບ້ານຮ້ານຫຍ້າຈາກຄວາມມັກງ່າຍ,ບໍ່ຢາກເສຍເງິນພຽງເລັກໜ້ອຍໃນການກຳຈັດຂີ້ເຫຍື້ອຂອງຄົນໂດຍສະເພາະໃນຕົວເມືອງເລີ່ມເຫັນອ່າວຖີ່ຂຶ້ນເລື້ອຍໆ ຊຶ່ງນີ້ອາດເປັນສາເຫດພາໃຫ້ເກີດໄຟໄໝ້ໄດ້ງ່າຍຂຶ້ນກໍ່ເປັນໄດ້.
ທັງໝົດນີ້ ເປັນພຽງການຍົກໃຫ້ເຫັນວ່າ ອັກຄີໄພທີ່ເກີດຂຶ້ນນັ້ນລ້ວນແລ້ວມາຈາກນ້ຳມືຂອງມະນຸດເຮົາເປັນຄົນເຮັດເອງ ສ່ວນຫຼວງຫຼາຍແລ້ວແມ່ນເກີດມາຈາກຄວາມມັກງ່າຍຂາດສະຕິຂອງຄົນເຮົາເຊັ່ນວ່າເວລາການຈູດໄຮ່ຈູດສວນ ກໍມັກງ່າຍບໍ່ສ້າງແລວກັນໄຟໃຫ້ລະອດຄັກແນ່, ເວລາເຂົ້າປ່າຊອກຢູ່ຫາກິນຄົນເຮົາມັກຈູດຕົ້ນໄມ້ໃບຫຍ້າ ຫຼື ດັງໄຟແຕ່ງຢູ່ຄົວກິນ ເວລາໜີບໍ່ໄດ້ດັບມອດໃຫ້ລະອຽດ, ຍັງມີການຈູເຜົາຂີ້ເຫຍື້ອໃນຕົວເມືອງຢ່າງຊະຊາຍຂາດຄວາມຮັບຜິດຊອບ, ເວລາຈຸດທູບໃຕ້ທຽນບູຊາ ຫຼື ດັງໄຟຫຸງຕົ້ມແຕ່ງຢູ່ຄົວກິນໃນຄົວເຮືອນ ເມື່ອສຳເລັດແລ້ວພັດລືມມອດກໍ່ມີ, ຂາດຄວາມເອົາໃຈໃສກຳກັບນັບຊາເຄື່ອງໃຊ່ໄຟຟ້າໃນເຮືອນ ບໍ່ມີການກວດກາປ່ຽນຖ່າຍໃໝ່ສາຍໄຟຟ້າທີ່ເກົ່າແກ່ຊຸດໂຊມ ແລະອື່ນໆ.
ຖອດຖອນໄດ້ບົດຮຽນຈາກປີຜ່ານໆມາ ປັດຈຸບັນອາດມີຫຼາຍເມືອງຫຼາຍແຂວງໄດ້ອອກຄຳສັ່ງ ແຈ້ງການແລະ ມາດຕະການຕ່າງໆ ແນະນໍາປະຊາຊົນ, ນັກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງທີ່ເຂົ້າໄປເຄື່ອນໄຫວ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້ ແລະ ເຄື່ອນໄຫວທຸລະກິດຕ່າງໆໃນຂອບເຂດຄວາມຮັບຜິດຊອບຂອງບ້ານຕົນ, ໃຫ້ຢຸດຕິການຖ່າງປ່າ, ຈູດປ່າ, ຕັດໄມ້ທ່ອນ, ໄມ້ປ່ອງ, ໄມ້ຄ້ໍາແບບ ແລະ ໄມ້ເຜົາຖ່ານ ໃນ 3 ປະເພດປ່າ ເພື່ອປົກປັກຮັັກສາປ່າໄມ້ ແລະສະກັດກັ້ນໄຟໄໝ້ລາມປ່າແຕ່ຫົວທີເປັນທີ່ຮຽບຮ້ອຍແລ້ວ, ຖ້າບຸກຄົນໃດຝ່າຝືນກໍ່ຄົງຈະດໍາເນີນຄະດີຕາມ ລະບຽບກົດໝາຍ.
ໄຟ…ໃຫ້ຄຸນປະໂຫຍດຢ່າງມະຫາສານ ພ້ອມດຽວກັນນັ້ນມັນກໍໃຫ້ໂທດຢ່າງມະຫັນ ເຊັ່ນດຽວກັນ ຖ້າຄົນເຮົາຫາກບໍ່ຮູ້ຈັນຳໃຊໃຫ້ຖືກຕ້ອງ, ນຳໃຊ້ຢ່າງຂາດສະຕິ ບໍ່ລະມັດລະວັງ ດັ່ງນັ້ນເພື່ອຫຼີກເວັ້ນຄວາມສູນເສຍທຸຄັ້ງທີ່ນຳໃຊ້ໄຟຕ້ອງມີສະຕິຢູ່ສະເໝີ ບໍ່ຄວນຈູດຂີ້ເຫຍື້ອຊະຊາຍເພາະການຈູດຂີ້ເຫຍື້ອນອກຈາກໄໝ້ບໍ່ໝົດແລ້ວຍັງສ້າງມົນລະພິດທາງອາກາດເປັນຜົນກະທົບຕໍ່ສຸຂະພາບຂອງຄົນທົ່ວໄປຕື່ມອີກ ທຸກຄັ້ງເມື່ອໃຊ້ໄຟໃຫ້ຕຳນຶງສະເໝີວ່າ ຖ້າຂາດສະຕິຂາດຄວາມຮັບຜິດຊອບ ຈະນຳເອົາຄວາມຫາຍຍານະມາສູ່ຕົວເຮົາເອງແລະສັງຄົມ ຈົ່ງພ້ອມກັນປະຕິບັດຕາມແຈ້ງການເລກທີ11ຂອງນາຍົກລັດຖະມົນຕີ ວ່າດ້ວຍການສະກັດກັ້ນໄຟ ໄໝ້ລາມປ່າ ຢ່າງເຂັ້ມງວດ.