ກົມປ່າໄມ້ ວາງ 4 ມາດຕະການກຽມຄວາມພ້ອມປ້ອງກັນໄຟໄໝ້ລາມປ່າ ທີ່ອາດຈະເກີດຂຶ້ນໃນປີ 2025


ຂ່າວສານປະເທດລາວ ລາຍງານ ວັນທີ 27 ມັງກອນ 2025 ວ່າ: ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສໍາພາດກ່ຽວກັບການກຽມຄວາມພ້ອມ ແລະ ມາດຕະການເພື່ອສະກັດກັນໄຟໄໝ້ລາມປ່າທີ່ອາດຈະເກີດຂຶ້ນໃນປີ 2025ນີ້ວ່າ: ກະຊວງກະສິກຳ ແລະ ປ່າໄມ້ ໄດ້ແຕ່ງຕັ້ງຄະນະຮັບຜິດຊີ້ນໍາລວມ, ຄະນະວິຊາການ ແລະ ຈັດຕັ້ງກໍາລັງສາມອົງການຈັດຕັ້ງມະຫາຊົນ ຂອງກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງສະກັດກັ້ນ, ຄວບຄຸມ ແລະ ດັບມອດໄຟໄໝ້ລາມປ່າໃນແຕ່ລະພື້ນທີ່, ສົມທົບກັບ ກຳລັງ ປກສ-ປກຊ, ອົງການປົກຄອງທ້ອງຖິ່ນ, ອາສາສະໝັກກູ້ໄພ ແລະ ປະຊາຊົນ ເພື່ອຈັດສັນຈຳນວນພົນ ແລະ ອຸປະກອນທີ່ຈຳເປັນເຂົ້າຊ່ວຍໃນການຄວບຄຸມ ແລະ ດັບມອດໄຟຢູ່ຈຸດທີ່ມີຄວາມສ່ຽງ ທີ່ຈະເກີດຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.
ເພື່ອເພີ່ມທະວີ ຄວາມຮັບຜິດຊອບສະກັດກັ້ນ ໄຟໄໝ້ລາມປ່າ ແລະ ການຖາງປ່າເຮັດໄຮ່, ບຸກເບີກເນື້ອທີ່ປ່າໄມ້ເພື່ອທຳການຜະລິດ ໃຫ້ເປັນຮູບປະທຳ, ເປັນເອກະພາບມີປະສິດທິຜົນສູງ ແລະ ທັນກັບສະພາບການ ກົມປ່າໄມ້ຈຶ່ງວາງ 4 ມາດຕະການກຽມຄວາມພ້ອມປ້ອງກັນໄຟໄໝ້ລາມປ່າ ທີ່ອາດຈະເກີດຂຶ້ນໃນປີ 2025 ຄື:
- ຫັນພະນັກງານລົງເຮັດວຽກຢູ່ທ້ອງຖິ່ນ ໂດຍສະເພາະພື້ນທີ່ໆ ມີຄວາມຫລໍ່ແຫລມ ແລະ ມີຄວາມສ່ຽງ ຕໍ່ການບຸກລຸກ ແລະ ທຳລາຍປ່າໄມ້.
- ແຈກຢາຍ ແລະ ໂຄສະນາຄໍາແນະນໍາ ການປ້ອງກັນໄຟໄໝ້ລາມປ່າ.
- ສືບຕໍ່ດໍາເນີນການຈັດສັນພື້ນທີ່ 3 ປະເພດປ່າ (ປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ) ໃນຂອບເຂດທົ່ວປະເທດ, ປັກຫລັກໝາຍຂອບເຂດຊາຍແດນທີ່ດິນປ່າໄມ້, ຕິດປ້າຍຫ້າມຕ່າງໆ ໃສ່ພື້ນທີ່ດິນປ່າໄມ້ ທີ່ມີຄວາມສ່ຽງຕໍ່ການບຸກລຸກ ແລະ ທຳລາຍ.
- ເພີ່ມທະວີການກວດກາລາດຕະເວນໃນຂອບເຂດທີ່ດິນປ່າໄມ້ເພື່ອສະກັດກັ້ນບໍ່ໃຫ້ປະຊາຊົນ, ບຸກຄົນ, ນິຕິບຸກຄົນ ເຂົ້າໄປບຸກລຸກ, ບຸກເບີກ, ຈັບຈອງທີ່ດິນປ່າໄມ້, ຂຸດຄົ້ນໄມ້ ຫລື ກິດຈະກຳອື່ນໆທີ່ກໍ່ໃຫ້ ເກີດໄຟໄໝ້ລາມປ່າ. ກໍລະນີຫາກມີການລະເມີດ ຕ້ອງໄດ້ດໍາເນີນຄະດີຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ທັງນີ້ ກໍເພື່ອປົກປັກຮັກສາປ່າໄມ້ ບໍ່ໃຫ້ຖືກທຳລາຍ ຄືນຄວາມສົມດຸນ ໃຫ້ຊັບພະຍາກອນປ່າໄມ້.
ທີ່ມາ: ໜັງສືພິມປະເທດລາວ