ກວດຢຶດເບຍ ຍີ່ຫໍ້ Steen ລັກລອບນຳເຂົ້າບໍ່ຖືກກົດໝາຍ ແລະ ບໍ່ຮູ້ທີ່ມາ 2,483 ແກັດ


ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ລາຍງານວັນທີ 27 ມັງກອນ 2025 ນີ້ວ່າ: ໄລຍະເທສະການປີໃໝ່ສາກົນ 2025 ຜ່ານມາ, ເຈົ້າໜ້າທີ່ການຄ້າ ແລະ ຕາມການສ່ອງແສງ ແລະ ຫາງສຽງຈາກສັງຄົມ ກ່ຽວກັບການໂຄສະນາຂາຍ ແລະ ນຳເຂົ້າສິນຄ້າປະເພດ ເບຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າອື່ນໆ ຈາກຕ່າງປະເທດມາຈຳໜ່າຍຢູ່ພາຍໃນປະເທດ ບໍ່ຖືກຕ້ອງຕາມລະບຽບການ ເຊັ່ນ: ບໍ່ຕິດສະແຕັມພາສີ, ບໍ່ຕິດສະຫຼາກສິນຄ້າເປັນພາສາລາວ ແລະ ບໍ່ມີເອກະສານຢັ້ງຢືນທີ່ມາ ຫລື ກ່ຽວກັບສິນຄ້າ ເຊິ່ງອາດຈະເປັນສິນຄ້າປອມແປງລອກຮຽນແບບ ຖ້າມີການບໍລິໂພກອາດຈະເປັນອັນຕະລາຍຕໍ່ກັບສຸຂະພາບຂອງຜູ້ຊົມໃຊ້. ຈຶ່ງໄດ້ລົງກວດກາ ເຫັນວ່າເປັນຄວາມຈິງ ມີວາງຈຳໜ່າຍຢູ່ຕາມຮ້ານຄ້າທົ່ວໄປ ເຊິ່ງເປັນການລັກລອບນຳເຂົ້າໂດຍຊຸກເຊື່ອງມາຕາມລົດຂົນສົ່ງສິນຄ້າ ແລະ ລົດໂດຍສານລະຫວ່າງປະເທດ ສາມາດຢຶເບຍ ໄດ້ຈຳນວນ 2,483 ແກັດ ແລະ ໄດ້ດໍາເນີນຄະດີຕໍ່ກັບເຈົ້າຂອງສິນຄ້າຕາມກົດໝາຍ ແລະ ລະບຽບການ.


ຕໍ່ສະພາບການດັ່ງກ່າວ ຄະນະເຈົ້າໜ້າທີ່ການຄ້າ ຈະໄດ້ສືບຕໍ່ລົງຕິດຕາມ ກວດກາ, ຖ້າຫາກກວດພົບເຫັນວ່າ: ຮ້ານຄ້າ, ມິນິມາກ, ຊຸບເປີ້ມາແກັດ, ຜູ້ປະກອບການນຳເຂົ້າ-ສົ່ງອອກ ແລະ ຜູ້ປະການອື່ນໆ… ຫາກຍັງມີການນຳເຂົ້າ ແລະ ຈຳໜ່າຍ ສິນຄ້າປະເພດ ເບຍ, ເຫຼົ້າ, ວາຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າອື່ນໆຈາກຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້ ຈະຖືກຢຶດ, ອາຍັດ ແລະ ປັບໃໝ ພ້ອມທັງດຳເນີນມາດຕະການຕາມກົດໝາຍ ແລະ ລະບຽບການ ຕໍ່ກັບເຈົ້າຂອງຮ້ານຄ້າ ຫຼື ເຈົ້າຂອງສິນຄ້າດັ່ງກ່າວ.