ການແຕ່ງດອງເພື່ອຫວັງເງິນຫວັງຄວາມສະບາຍ ລະວັງກາຍເປັນເຫຍື່ອການຄ້າມະນຸດ

ການແຕ່ງດອງເພື່ອຫວັງເງິນຫວັງຄວາມສະບາຍ ລະວັງກາຍເປັນເຫຍື່ອການຄ້າມະນຸດ - 474476173 1135716165230913 6591195807760677613 n - ການແຕ່ງດອງເພື່ອຫວັງເງິນຫວັງຄວາມສະບາຍ ລະວັງກາຍເປັນເຫຍື່ອການຄ້າມະນຸດ
ການແຕ່ງດອງເພື່ອຫວັງເງິນຫວັງຄວາມສະບາຍ ລະວັງກາຍເປັນເຫຍື່ອການຄ້າມະນຸດ - kitchen vibe - ການແຕ່ງດອງເພື່ອຫວັງເງິນຫວັງຄວາມສະບາຍ ລະວັງກາຍເປັນເຫຍື່ອການຄ້າມະນຸດ

ໂດຍ: ຜາຕຸງ

ໃນເມື່ອກ່ອນການພົວພັນ ແລະ ການແຕ່ງງານລະຫວ່າງຍິງສາວລາວ ກັບ ຄົນຕ່າງປະເທດໂດຍສະເພາະຢູ່ບໍລິເວນຊາຍແດນປະເທດ ຍັງມີຫຼາຍກໍລະນີ ມີທັງຖືກກົດໝາຍ ແລະ ບໍ່ຖືກກົດໝາຍ, ການແຕ່ງງານມີບາງຄູ່ກໍແຕ່ງງານກັນດ້ວຍຄວາມມັກຮັກທີ່ຈິງໃຈນັ້ນ ມັນກໍດີໄປ. ປັດຈຸບັນ ເຫດການທີ່ໜັກໄປກວ່ານັ້ນ ແມ່ນມາໃນຮູບແບບຕິດຕໍ່ກັນທາງອອນລາຍ ໃຊ້ສິ່ງຍົ້ວຍຸດຶງດູດ ໃຊ້ວັດຖຸເງິນຄຳ ໃຊ້ໜ້າທີ່ການງານ ມາເປັນຕົວລໍ້ລວງ ແລະ ເຫດຜົນອື່ນໆ ອັນເປັນຈຸດອ່ອນຂອງຄວາມໂລບ ຈົນມີຫຼາຍຄົນຕົກເຂົ້າສູ່ຂະບວນຂອງການຄ້າມະນຸດຂ້າມຊາດກໍມີ ຊຶ່ງຜ່ານມາເຈົ້າໜ້າທີ່ກ່ຽວຂ້ອງຂອງປະເທດອ້ອມຂ້າງ ໄດ້ຮ່ວມມືກັນໃຫ້ຄວາມຊ່ວຍເຫຼືອຍິງສາວທີ່ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດກັບຄືນປະເທດໄດ້ຫຼາຍໆຄົນ.

ການແຕ່ງດອງເພື່ອຫວັງເງິນຫວັງຄວາມສະບາຍ ລະວັງກາຍເປັນເຫຍື່ອການຄ້າມະນຸດ - Visit Laos Visit SALANA BOUTIQUE HOTEL - ການແຕ່ງດອງເພື່ອຫວັງເງິນຫວັງຄວາມສະບາຍ ລະວັງກາຍເປັນເຫຍື່ອການຄ້າມະນຸດ

ເຫດການຫຼ້າສຸດ ເກີດຂຶ້ນ ວັນທີ 13 ມັງກອນ 2025 ຕາມການລາຍງານຂອງ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ສາມາດສະກັດກັ້ນໄດ້ຢູ່ດ່ານກວດຄົນເຂົ້າ-ອອກເມືອງ ສະໜາມບິນສາກົນວັດໄຕ ຍິງສາວລາວ 5 ຄົນ ຖືກສົງໄສອາດຈະຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ທີ່ພວມຈະເດີນທາງໄປຕ່າງປະເທດ ຈຶ່ງໄດ້ນຳຕົວມາດຳເນີນການສືບສວນ-ສອບສວນ. ເບື້ອງຕົ້ນ ສາມາດກຳນົດຕົວໄດ້ວ່າ ເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ 3 ຄົນ ແລະ ຜູ້ຖືກຫາທີ່ເປັນນາຍໜ້າຄ້າມະນຸດ 2 ຄົນ, ປັດຈຸບັນກຳລັງສືບຕໍ່ຂະຫຍາຍຜົນນຳເອົາກຸ່ມແກ້ງທີ່ຮ່ວມກັນກະທຳຜິດດັ່ງກ່າວມາດຳເນີນຄະດີຕາມກົດໝາຍ.

ເມື່ອຕັ້ງຄຳຖາມກັນຂຶ້ນມາວ່າ “ເປັນຫຍັງຈຶ່ງເກີດມີສະພາບເຊັ່ນນີ້” ພວກເຮົາກໍສາມາດຕອບໄດ້ວ່າ ບັນຫານີ້ມັນເກີດມາຈາກຫຼາຍປັດໄຈ ທັງໃນຕົວ ແລະ ສະພາບແວດລ້ອມນອກຕົວ ຂອງປະຊາຊົນເຮົາ,ໃນຕົວອາດເກີດຈາກຄວາມຮູ້ເທົ່າບໍ່ເຖິງການ, ເກີດຈາກຄວາມທຸກຍາກຂາດເຂີນເປັນປັດໄຈໃນການດຳລົງຊີວິດປະຈຳວັນ ໃນສະພາບທີ່ເສດຖະກິດຫຍຸ້ງຍາກ, ຂາດວຽກເຮັດງານທຳ ຈຳເປັນຕ້ອງດີ້ນຮົນເຮັດທຸກສິ່ງຢ່າງເພື່ອຄວາມຢູ່ລອດຂອງຄອບຄົວ, ຂາດການເຂົ້າເຖິງຂໍ້ມູນຂອງດຳລັດແລະກົດໝາຍຕ່າງໆຢ່າງແທ້ຈິງ, ສ່ວນປັດໄຈຈາກພາຍນອກທີ່ກະທົບໃສ່ ຍ້ອນການຫຼົງເຊື່ອຄຳຕົວະຍົວະຫຼອກລວງຂອງຄົນບໍ່ດີ ເພື່ອຫວັງຜົນປະໂຫຍດອັນໃຫຍ່ຫຼວງໃນຕໍ່ໜ້າ ມາຫຼອກລວງແຕ່ງງານແອບແຝງ ແລ້ວເປັນໄປແນວໃໝ່ ໃນທີ່ສຸດກໍຕົກເປັນເປັນເຫຍື່ອຂອງການຄ້າມະນຸດ.

ຈາກທີ່ຜ່ານມານັ້ນ ມັນກາຍເປັນບົດຮຽນອັນລ້ຳຄ່າສຳລັບປະຊາຊົນຄົນລາວພວກເຮົາ ໂດຍສະເພາະແມ່ນ ບັນດາຍິງສາວທີ່ຫວັງແຕ່ງດອງກັບຄົນຕ່າງປະເທດ ທີ່ເຊື່ອໜັກເຊື່ອໜາວ່າເຂົາຈະສາມາດເບິ່ງແຍງຕົນ ແລະ ຄອບຄົວໄປຈົນຕະຫຼອດລອດຝັ່ງ, ບົດຮຽນເຫັນມາຫຼາຍແລ້ວ ກ່ອນຈະຕັດສິນໃຈເຮັດຫຍັງກະທຳຫຍັງລົງໄປຕ້ອງຄິດຮິ່ນຕອງໃຫ້ລະອຽດຖ້ວນຖີ່ ລວມທັງພໍ່ແມ່ຜູ້ປົກຄອງຕ້ອງມີສະຕິຄອຍຕັກເຕືອນລູກຫຼານເປັນປະຈຳ ຢ່າໃຫ້ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ, ອຳນາກການປົກຄອງບ້ານຄວນເປັນເຈົ້າການນຳສະເໜີເຜີຍແຜ່ຂໍ້ມູນຂ່າວສານໃຫ້ລູກບ້ານຫຼານເມືອງຮັບຮູ້ເປັນປະຈຳ ແລ້ວພ້ອມກັນຕີຖອຍປາກົດການຫຍໍ້ທໍ້ຕ່າງໆໃຫ້ໝົດໄປ, ການຈັດຕັ້ງພາກສ່ວນທີ່ກ່ຽວຂ້ອງຕ້ອງຊອກຫາທາງອອກທີ່ເໝາະສົມໃຫ້ແກ່ເຂົາເຈົ້າຈະດ້ວຍການສົ່ງເສີມເຂົ້າຮຽນວິຊາຊີບ ຊອກວຽກເຮັດງານທຳຕາມຄວາມສາມາດ ສຳຄັນແມ່ນການໂຄສພນາເຜີຍເເຜ່ກົດໝາຍ ນິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງໃຫ້ທົ່ວເຖິງ ສ້າງໃຫ້ເຂົ້າໃຈແລ້ວພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ການແຕ່ງດອງເພື່ອຫວັງເງິນຫວັງຄວາມສະບາຍ ລະວັງກາຍເປັນເຫຍື່ອການຄ້າມະນຸດ - 5 - ການແຕ່ງດອງເພື່ອຫວັງເງິນຫວັງຄວາມສະບາຍ ລະວັງກາຍເປັນເຫຍື່ອການຄ້າມະນຸດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!