ອັດຕະປື ປີ 2024 ມີຍອດມູນຄ່າ GDPລວມ 6,977 ຕື້ກວ່າກີບ ສະເລ່ຍ 1,892 ໂດລາ/ຄົນ

ອັດຕະປື ປີ 2024 ມີຍອດມູນຄ່າ GDPລວມ 6,977 ຕື້ກວ່າກີບ ສະເລ່ຍ 1,892 ໂດລາ/ຄົນ - 474522947 1129209292547232 2584082199277459333 n - ອັດຕະປື ປີ 2024 ມີຍອດມູນຄ່າ GDPລວມ 6,977 ຕື້ກວ່າກີບ ສະເລ່ຍ 1,892 ໂດລາ/ຄົນ
ອັດຕະປື ປີ 2024 ມີຍອດມູນຄ່າ GDPລວມ 6,977 ຕື້ກວ່າກີບ ສະເລ່ຍ 1,892 ໂດລາ/ຄົນ - kitchen vibe - ອັດຕະປື ປີ 2024 ມີຍອດມູນຄ່າ GDPລວມ 6,977 ຕື້ກວ່າກີບ ສະເລ່ຍ 1,892 ໂດລາ/ຄົນ

ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II ວັນທີ 23 ມັງກອນ 2025 ນີ້ວ່າ: ປີ 2024 ຜ່ານມາ ການເຕີບໂຕທາງດ້ານເສດຖະກິດຂອງແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 4.25% (ມະຕິສະພາ 6.92%), ຄິດເປັນມູນຄ່າເກືອບ7,000ຕື້ກີບ ລື່ນແຜນການ 105%; ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນໜຶ່ງໄດ້ 1,892 ໂດລາ (ແຜນການ 2,119 ໂດລາ). ດ້ານງົບປະມານເກັບລາຍຮັບໄດ້ທັງໝົດ 1,351 ຕື້ກວ່າກີບ ເທົ່າກັບ 191.95%, ໃນນີ້ ລາຍຮັບພູດສູນກາງ ປະຕິບັດໄດ້ 154 ຕື້ກວ່າກີບ, ລາຍຮັບທ້ອງຖິ່ນ 1,196 ຕື້ກວ່າກີບ, ລາຍຮັບທີ່ພົ້ນເດັ່ນ ແມ່ນມາຈາກສ່ວຍສາອາກອນ ແລະ ຮັບຈາກຊັບສິນຂອງລັດ; ດ້ານລາຍຈ່າຍປະຕິບັດໄດ້ 540 ຕື້ກວ່າກີບ ກວມ 98.81% ຂອງແຜນການ.

ການລົງທຶນຂອງລັດ ມີທັງໝົດ 201 ໂຄງການ, ລວມມູນຄ່າ 1,732 ຕື້ກວ່າກີບ, ມູນຄ່າຕາມສັນຍາ 1,586 ຕື້ກວ່າກີບ, ທຶນອະນຸມັດໃນປີ  58 ຕື້ກວ່າກີບ, ໄດ້ອະນຸມັດເບີກຈ່າຍທັງໝົດ 172 ໂຄງການ, ມູນຄ່າ 107 ຕື້ກວ່າກີບ, ຍົກເລີກໂຄງການລົງທຶນຂອງລັດ 14 ໂຄງການ, ລວມມູນຄ່າ 138 ຕື້ກວ່າກີບ, ໂຄງການລົງທຶນ ODA ຈໍານວນ 66 ຕື້ກວ່າກີບ (30.69%), ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ມີ 15 ໂຄງການ ມີ 4 ຂະແໜງ, ໃນນີ້, ສູນກາງອອກອະນຸຍາດລົງທຶນ 4 ໂຄງການ ແລະ ຂັ້ນແຂວງ 11 ໂຄງການ, ລວມມູນຄ່າການລົງທຶນທັງໝົດຫຼາຍກວ່າ 800 ລ້ານໂດລາ, ມູນຄ່າໃຊ້ຈ່າຍການ ລົງທຶນຕົວຈິງ ມີ 901 ຕື້ກວ່າກີບ (71.6% ຂອງແຜນການ), ບົດບັນທຶກຄວາມເຂົ້າໃຈ ຫຼື MOU ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ 6 ໂຄງການ ແລະ ໂຄງການຄຸ້ມຄອງ ເພື່ອອະນຸລັກຂະຫຍາຍພັນ, ຟື້ນຟູປ່າໝາກຈອງ ແລະ ເຄື່ອງປ່າຂອງດົງ 3 ໂຄງການ, ຮັບຮອງແຜນນໍາເຂົ້າ 3 ໂຄງການ, ມູນຄ່າ 15 ລ້ານກວ່າໂດລາ, ຍົກເລີກໂຄງການທີ່ບໍ່ປະຕິບັດສັນຍາ ມີ 34 ໂຄງການ, ໃນນີ້ ໂຄງການ MOU ມີ 14 ໂຄງການ, PDA 20 ໂຄງການ.

ອັດຕະປື ປີ 2024 ມີຍອດມູນຄ່າ GDPລວມ 6,977 ຕື້ກວ່າກີບ ສະເລ່ຍ 1,892 ໂດລາ/ຄົນ - Visit Laos Visit SALANA BOUTIQUE HOTEL - ອັດຕະປື ປີ 2024 ມີຍອດມູນຄ່າ GDPລວມ 6,977 ຕື້ກວ່າກີບ ສະເລ່ຍ 1,892 ໂດລາ/ຄົນ
ອັດຕະປື ປີ 2024 ມີຍອດມູນຄ່າ GDPລວມ 6,977 ຕື້ກວ່າກີບ ສະເລ່ຍ 1,892 ໂດລາ/ຄົນ - 5 - ອັດຕະປື ປີ 2024 ມີຍອດມູນຄ່າ GDPລວມ 6,977 ຕື້ກວ່າກີບ ສະເລ່ຍ 1,892 ໂດລາ/ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!