ປັບໃໝ ໃສ່ໂທດຕໍ່ຜູ້ຈອດລົດບໍ່ລະບຽບ ຈະເຮັດໃຫ້ເສັ້ນທາງຮຽບຮ້ອຍດີ

ປັບໃໝ ໃສ່ໂທດຕໍ່ຜູ້ຈອດລົດບໍ່ລະບຽບ ຈະເຮັດໃຫ້ເສັ້ນທາງຮຽບຮ້ອຍດີ - 472727338 936523298661466 2215880085173107871 n - ປັບໃໝ ໃສ່ໂທດຕໍ່ຜູ້ຈອດລົດບໍ່ລະບຽບ ຈະເຮັດໃຫ້ເສັ້ນທາງຮຽບຮ້ອຍດີ
ປັບໃໝ ໃສ່ໂທດຕໍ່ຜູ້ຈອດລົດບໍ່ລະບຽບ ຈະເຮັດໃຫ້ເສັ້ນທາງຮຽບຮ້ອຍດີ - kitchen vibe - ປັບໃໝ ໃສ່ໂທດຕໍ່ຜູ້ຈອດລົດບໍ່ລະບຽບ ຈະເຮັດໃຫ້ເສັ້ນທາງຮຽບຮ້ອຍດີ

ໂດຍ: ຜາຕຸງ

ຢູ່ໃນດຳລັດຂອງລັດຖະບານ ສະບັບເລກທີ568/ລບ,ລົງວັນທີ16ກັນຍາ 2021 ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກໄດ້ກຳນົດໄວ້ໃນ ມາດຕາ15 ການຈອດລົດບໍ່ຖືກຕ້ອງຕາມລະບຽບການກ່ຽວກັບການຈະລາຈອນທາງບົກ ເຊັ່ນ: ຈອດລົດຢູ່ບ່ອນປ້າຍຫ້າມຈອດ, ມີປ້າຍ ຫຼື ມີເຄື່ອງໝາຍຫ້າມ, ທາງຄ້ອຍ, ທາງໂຄ້ງ, ຫົວຂົວ, ກາງຂົວ, ຂວາງທາງ, ຕັນທາງ, ຈອດຊ້ອນກັນ ເບື້ອງຊ້າຍທີ່ບໍ່ແມ່ນການສັນຈອນທີດທາງດຽວ, ທາງຄົນຍ່າງບໍ່ຖືກຕ້ອງຕາມລັກສະນະ ຂອງປ້າຍກຳນົດ, ຈອດຕິດຂອບດອນກາງ, ຂອບວົງວຽນ, ໃກ້ທາງຄົບທາງແຍກ,ໃນຂອບເຂດ ສິບຫ້າແມັດ, ບໍ່ແນບຂອບທາງ ຫຼື ຫ່າງຈາກຂອບທາງເກີນ30ຊັງຕີແມັດແມ່ນຈະຖືກປັບໃໝຕາມປະເພດລົດຕັ້ງແຕ່ 50,000ກີບ ໄປຈົນຮອດ 150,000ກີບ.

ປັບໃໝ ໃສ່ໂທດຕໍ່ຜູ້ຈອດລົດບໍ່ລະບຽບ ຈະເຮັດໃຫ້ເສັ້ນທາງຮຽບຮ້ອຍດີ - Visit Laos Visit SALANA BOUTIQUE HOTEL - ປັບໃໝ ໃສ່ໂທດຕໍ່ຜູ້ຈອດລົດບໍ່ລະບຽບ ຈະເຮັດໃຫ້ເສັ້ນທາງຮຽບຮ້ອຍດີ

ນອກຈາກນັ້ນຢູ່ໃນມາດຕາທີ18, ມາດຕາ19 ແລະ ມາດຕາ 20 ໄດ້ນຳນົດການກະທຳຜິດລະບຽບການສັນຈອນທາງບົກ ເປັນຕົ້ນແມ່ນການຂັບຂີ່ບໍ່ຖືກທິດທາງຈະລາຈອນ, ຂັບຂີ່ລົດສວນທິດທາງຈະລາຈອນ, ຂັບຂີ່ລົດແຂ່ງກັນຕາມທາງຫຼວງແຕ່ສອງຄົນຂຶ້ນໄປໂດຍບໍ່ໄດ້ຮັບອະນຸ ຍາດ, ການຂັບຂີ່ລົດລ່່ວງໄຟສັນຍານຈະລາຈອນ, ລະເມີດປ້າຍຫ້າມ, ປ້າຍກຳນົດ ຫຼື ປ້າຍບັງຄັບ, ຂັບຂີ່ລົດ ລ່ວງສັນ ຍານໄຟຈະລາຈອນສີແດງ ແລະ ຜູ້ສວຍໂອກາດຕໍ່ທ້າຍລົດຄັນອື່ນເພື່ອຜ່ານທາງແຍກໄປ ເມື່ອສັນຍານປ່ຽນເປັນສີເຫຼືອງ ຫຼື ສີແດງແລ້ວ, ຈະຖືກປັບໃໝແຕ່ 20,000ກີບ – 450,000ກີບ ຕາມແຕ່ລະຂະໜາດຂອງລົດທີ່ກະທຳຜິດ,

ໃນຕົວຈິງແລ້ວ ປັດຈຸບັນມີຜູ້ຂັບຂີ່ຈຳນວນຫຼາຍຍັງລະເມີດຝ່າຝືນລະບຽບການສັນຈອນທາງບົກຢ່າງໜ້າຕາເສີຍ ບໍ່ເກງກົວລະບຽບກົດໝາຍ ບໍ່ອະລາຍຕໍ່ຄວາມຮູ້ສຶກຂອງຄົນອື່ນເຊັ່ນ: ຍັງຈອດລົດຢູ່ບ່ອນປ້າຍຫ້າມຈອດ, ມີປ້າຍ ຫຼື ມີເຄື່ອງໝາຍຫ້າມ, ຈອດລົດຕັນທາງ, ຈອດຊ້ອນກັນ ເບື້ອງຊ້າຍທີ່ບໍ່ແມ່ນການສັນຈອນທີດທາງດຽວ, ຈອດຢູ່ທາງຄົນຍ່າງ, ຈອດກິນທາງສັນຈອນ ແລະ ອື່ນໆ ກີດຂວາງການສັນຈອນໄປມາຂອງຄົນ ແລະ ພາຫະນະຄັນອື່ນ ສ່ຽງຕໍ່ການເກີດອຸປະຕິເຫດ ເຖິງແມ່ນເຈົ້າໜ້າທີ່ ຫຼື ພາກສ່ວນກ່ຽວຂ້ອງຈະກ່າວເຕືອນແລ້ວກໍ່ຕາມແຕ່ກໍ່ຍັງເຮັດແບບຫູໜວກກິນຟານບໍ່ເອົາຫູໂຕ່ງນຳຄຳກ່າວເຕືອນຂອງເຈົ້າໜ້າທີ່ ແນວນີ້ກໍ່ມີມາກເຫຼືອຫຼາຍ ແລ້ວບໍ່ຮູ້ວ່າມື້ໃດສິ່ງທີ່ງ່າຍໆນີ້ຈຶ່ງຈະເປັນລະບຽບຮຽບຮ້ອຍຢ່າງແທ້ຈິງ,

ແນວໃດກໍຕາມ ຄິດວ່າບັນຫານີ້ຄົງຈະແກ້ໄຂບໍ່ຍາກພໍປານໃດດອກ ແຕ່ອາດຈະໃຊ້ເວລາອ່າວດົນແດ່ ເພາະສັນດານມັກງ່າຍຂອງຜູ້ຂັບຂີ່ຫຼາຍຄົນຍັງຝັງແໜ້ນເປັນອາຈິນຂອງເຂາເຈົ້າມາແຕ່ດົນນານແລ້ວ ຍາກທີ່ຈະແກ້ໄຂໄດ້ໃນເວລາອັນສັ້ນໆ ແລະ ກໍເຊື່ອໝັ້ນວ່າ ຫາກເຈົ້າໜ້າທີ່ຜູ້ຮັກສາກົດໝາຍ ນຳເອົາດຳລັດ ມານຳໃຊ້ຢ່າງຈິງຈັງ ແລະ ເຄັ່ງຄັດໃຫ້ມີປະສິດທິຜົນສູງສຸດແລ້ວ ເຊື່ອວ່າຈະເຮັດໃຫ້ການຄຸ້ມຄອງລັດຄຸ້ມຄອງສັງຄົມ ໂດຍສະເພາະການໃຊ້ລົດ ຈອດລົດຕາມຖະໜົນຫົນທາງຈະຄ່ອຍໆເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍ ສະຫງົບປອດໄພດີຂຶ້ນກວ່າທີ່ເປັນຢູ່ໃນປັດຈຸບັນ ຢ່າງແນ່ນອນ.

ປັບໃໝ ໃສ່ໂທດຕໍ່ຜູ້ຈອດລົດບໍ່ລະບຽບ ຈະເຮັດໃຫ້ເສັ້ນທາງຮຽບຮ້ອຍດີ - 3 - ປັບໃໝ ໃສ່ໂທດຕໍ່ຜູ້ຈອດລົດບໍ່ລະບຽບ ຈະເຮັດໃຫ້ເສັ້ນທາງຮຽບຮ້ອຍດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!