Facebook Messenger ທົດສອບລູກຫຼິ້ນໃຫມ່ Streak ສະແດງໄອຄອນສາຍຟ້າຕໍ່ທ້າຍຊື່ໝູ່ເພື່ອນທີ່ແຊຕໍ່ເນື່ອງຫຼາຍວັນ
November 28, 2017 - 3:30 PM


Facebook Messenger ກໍາລັງທົດສອບຟີເຈີໃຫມ່ກັບຜູ້ໃຊ້ບາງກຸ່ມ ເຊິ່ງເປັນຟີເຈີທີ່ມີຊື່ວ່າ Streak ຄ້າຍຄືກັບຂອງ Snapchat ໂດຍໝູ່ເພື່ອນທີ່ມີການສົ່ງຂໍ້ຄວາມຫາກັນຢ່າງຕໍ່ເນື່ອງ 2 ວັນຂຶ້ນໄປ ຈະມີໄອຄອນສາຍຟ້າສະແດງຕໍ່ທ້າຍຊື່ ພ້ອມທັງຕົວເລກບອກວ່າ ລົມກັນຕໍ່ເນື່ອງມາໄດ້ຈັກມື້ແລ້ວ ແລະ ໄອຄອນສາຍຟ້າຈະຫາຍໄປເມື່ອບໍ່ມີການສົ່ງຂໍ້ຄວາມຫາກັນພາຍໃນ 24 ຊົ່ວໂມງ ຈະມີໄອຄອນໂມງສະແດງຢູ່ຂ້າງໆສາຍຟ້າ ເພື່ອແຈ້ງເຕືອນໃຫ້ຮູ້.


ຟີເຈີດັ່ງກ່າວ ເປັນລູກຫຼິ້ນໃຫມ່ທີ່ທາງເຟສບຸກຕ້ອງການເພີ່ມເຂົ້າມາ ເພື່ອກະຕຸ້ນໃຫ້ຄົນແຊກັນຫຼາຍຂຶ້ນ ສົ່ງຂໍ້ຄວາມຫາກັນຫຼາຍຂຶ້ນ ແລະ ກໍຖືວ່າເປັນອີກໜຶ່ງບາດກ້າວຂອງເຟສບຸກທີ່ເດີນຕາມ Snapchat ແຕ່ຍັງບໍ່ມີການເປີດເຜີຍວ່າຈະເປີດໃຫ້ໄດ້ໃຊ້ເມື່ອໃດ.

