ໄລຍະ 5 ເດືອນ (ສິງຫາ-ທັນວາ 2024) ປະຕິບັດການ “ນົກນາງນວນ” ມີຄະດີແກ້ງຄໍເຊັນເຕີ 160 ເລື່ອງ ຈັບຜູ້ຕ້ອງຫາໄດ້ 70 ພັນກວ່າຄົນ

ໄລຍະ 5 ເດືອນ (ສິງຫາ-ທັນວາ 2024) ປະຕິບັດການ “ນົກນາງນວນ” ມີຄະດີແກ້ງຄໍເຊັນເຕີ 160 ເລື່ອງ ຈັບຜູ້ຕ້ອງຫາໄດ້ 70 ພັນກວ່າຄົນ - 474237995 1172119231590558 6051050213814235018 n - ໄລຍະ 5 ເດືອນ (ສິງຫາ-ທັນວາ 2024) ປະຕິບັດການ “ນົກນາງນວນ” ມີຄະດີແກ້ງຄໍເຊັນເຕີ 160 ເລື່ອງ ຈັບຜູ້ຕ້ອງຫາໄດ້ 70 ພັນກວ່າຄົນ
ໄລຍະ 5 ເດືອນ (ສິງຫາ-ທັນວາ 2024) ປະຕິບັດການ “ນົກນາງນວນ” ມີຄະດີແກ້ງຄໍເຊັນເຕີ 160 ເລື່ອງ ຈັບຜູ້ຕ້ອງຫາໄດ້ 70 ພັນກວ່າຄົນ - kitchen vibe - ໄລຍະ 5 ເດືອນ (ສິງຫາ-ທັນວາ 2024) ປະຕິບັດການ “ນົກນາງນວນ” ມີຄະດີແກ້ງຄໍເຊັນເຕີ 160 ເລື່ອງ ຈັບຜູ້ຕ້ອງຫາໄດ້ 70 ພັນກວ່າຄົນ

ຂ່າວ CMG  ຂອງຈີນປະຈຳລາວລາຍງານວ່າ: ວັນ​ທີ 21 ມັງ​ກອນ 2025 ນີ້ສູນ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ ໄດ້​ຈັດ​ກອງ​ປະ​ຊຸມ​ສະ​ຫຼຸບຜົນ​ການ​ປະ​ຕິ​ບັດ​ການ​ຮ່ວມ​ ພາຍ​ໃຕ້​ລະ​ຫັດ “ນົກ​ນາງນວນ” (SEAGULL) ຢູ່​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ນານ​ຂອງ​ຈີນ.

ສູນ​ດັ່ງ​ກ່າວ​ໄດ້​ແຈ້ງ​​ສະ​ພາບ​ການ​ປະ​ຕິ​ບັດ​ການ “ນົກ​ນາງ ນວນ” ​ພ້ອມ​ດ້ວຍ​​ຜົນງານ​ຕົ້ນ​ຕໍທີ່​ໄດ້​ຮັບ, ​ແລະ ໄດ້​ຍ້ອງ​ຍໍ​ຝ່າຍທີ່​ກ່ຽວ​ຂ້ອງ​ທີ່​ໄດ້​ຮັບ​ຜົນ​ງານ​ອັນ​ພົ້ນ​ເດັ່ນ​ໃນ​ການ​ປະ​ຕິ​ບັດ​ການ​ຮ່ວມ​ຄັ້ງ​ນີ້, ​ພ້ອມ​ທັງໄດ້​ແນະ​ນຳ​ແຜນ​ດຳ​ເນີນງານ​ໄລ​ຍະ​ທີ 2 ຂອງ​ການ​ປະ​ຕິ​ບັດ​ການ “ນົກ​ນາງນວນ” ທີ່​ສູນ​ດັ່ງ​ກ່າວ​ຈະ​ຈັດ​ຕັ້ງປະ​ຕິ​ບັດ​ໃນ​ປີ 2025.

ໄລຍະ 5 ເດືອນ (ສິງຫາ-ທັນວາ 2024) ປະຕິບັດການ “ນົກນາງນວນ” ມີຄະດີແກ້ງຄໍເຊັນເຕີ 160 ເລື່ອງ ຈັບຜູ້ຕ້ອງຫາໄດ້ 70 ພັນກວ່າຄົນ - Visit Laos Visit SALANA BOUTIQUE HOTEL - ໄລຍະ 5 ເດືອນ (ສິງຫາ-ທັນວາ 2024) ປະຕິບັດການ “ນົກນາງນວນ” ມີຄະດີແກ້ງຄໍເຊັນເຕີ 160 ເລື່ອງ ຈັບຜູ້ຕ້ອງຫາໄດ້ 70 ພັນກວ່າຄົນ

ໄລຍະ​ເດືອ​ນ​ສິງ​ຫາ ຫາ ເດືອນ​ທັນ​ວາ ປີ 2024, ສູນ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ດຳ​ເນີນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຮ່ວມ “ນົກ​ນາງນວນ” ​ໄລ​ຍະ​ທີ 1, ໃນ​ໄລ​ຍະ​ດັ່ງ​ກ່າວ, ຝ່າຍ​ຕ່າງໆ​​ໄດ້​ມ້າງ​ຄະ​ດີ​ປະ​ເພດ​ຕ່າງໆ​ຫຼາຍກວ່າ 160 ເລື່ອງ​ທີ່​ມີ​ຄະ​ດີ​​ສໍ້​ໂກງ​ຊັບ​ທາງໂທ​ລະ​ຄົມ​ເປັນ​ຕົ້ນ​ຕໍ, ໄດ້​ຈັບ​ກຸ່ມ​ຜູ້​ຕ້ອງ​ຫາ​ຫຼາຍກວ່າ 70,000 ​ຄົນ, ແລະຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ 160 ກວ່າ​ຄົນ.

ສູນ​ປະ​ຕິ​ບັດ​ກົດ​ໝາຍ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຈະ​​ເປີດ​ການປະ​ຕິ​ບັດ​​ການ​ຮ່ວມ “ນົກ​ນາງນວນ” ໄລ​ຍະ​ທີ 2 ໃນ​ເວ​ລາທີ່​ເໝາະ​ສົມ, ເພື່ອສືບ​ຕໍ່​ສຸມ​ໃສ່​​ປາບ​ປາມ​ການ​ສໍ້​ໂກ​ງ​ຊັບ​ທາງ​ໂທ​ລະ​ຄົມ ແລະ ອາ​ຊະ​ຍາ​ກຳ​ອື່ນໆ, ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພດ້ານ​ຊີ​ວິດ ແລະ ຊັບ​ສິນ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນກໍ​ຄື​ຄວາມ​ໝັ້ນ​ຄົງ ແລະ ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ທີ່ມາ: CMG

ໄລຍະ 5 ເດືອນ (ສິງຫາ-ທັນວາ 2024) ປະຕິບັດການ “ນົກນາງນວນ” ມີຄະດີແກ້ງຄໍເຊັນເຕີ 160 ເລື່ອງ ຈັບຜູ້ຕ້ອງຫາໄດ້ 70 ພັນກວ່າຄົນ - 4 - ໄລຍະ 5 ເດືອນ (ສິງຫາ-ທັນວາ 2024) ປະຕິບັດການ “ນົກນາງນວນ” ມີຄະດີແກ້ງຄໍເຊັນເຕີ 160 ເລື່ອງ ຈັບຜູ້ຕ້ອງຫາໄດ້ 70 ພັນກວ່າຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!