ເມືອງມະນີ ຊະນະ ມສ ວຽງຈັນ 15-0 ໄດ້ຕາມເປົ້າໝາຍທີ່ຄາດຫວັງເອົາໄວ້


ທີມເມືອງມະນີ ເອັຟຊີ ລົງສະໜາມຄັ້ງທີ 2 ສາມາດເອົາຊະນະ ມສ ວຽງຈັນ ໄດ້15-0 ປະຕູໃນການແຂ່ງຂັນເຕະບານຍິງລີກ ລຸ້ນອາຍຸ 18 ປີປະຈໍາປີ 2017 ເມື່ອວັນທີ 25 ພະຈິກຜ່ານມາ ທີ່ສະໜາມບານເຕະສະຫະພັນບານເຕະແຫ່ງຊາດລາວ (ສຕລ) ສົ່ງຜົນໃຫ້ ເມືອງມະນີ ເກັບໄຊຊະນະເປັນຄັ້ງທີ 2 ຕິດຕໍ່ກັນ.
ກ່ອນໜ້ານີ້ ທ່ານ ພອນສະຫວັນ ສໍພາບມີໄຊ ຫົວໜ້າຄູຝຶກທີມເມືອງມະນີ ເອັຟຊີ ເປີດເຜີຍກ່ອນເກມວ່າ: ການລົງສະໜາມທີ່ຈະພົບກັບທີມ ມສ ວຽງຈັນນີ້ ພວກເຮົາຕັ້ງຄວາມຫວັງໄວ້ສູງພໍສົມຄວນ ແລະ ຫວັງຈະເກັບໄຊຊະນະຈາກທີມດັ່ງກ່າວໃຫ້ໄດ້ ເພື່ອເກັບໂອກາດໃນການຫວັງຕິດ 1 ໃນ 3 ຂອງການແຂ່ງຂັນດັ່ງກ່າວ. ຈາກການລົງສະໜາມຄັ້ງທີ 2 ຂອງທີມເມືອງມະນີ ເອັຟຊີ ໄດ້ສ້າງຜົນງານໂດດເດັ່ນ ໂດຍຮຽງໜ້າກັນຍິງຊ່ວຍໃຫ້ທີມເອົາຊະນະ ມສ ວຽງຈັນ ເອັຟຊີ ໄປແບບຂາດລອຍ 15-0 ປະຕູ ໂດຍໄດ້ປະຕູຈາກນາງ ອາພັດຊະລາ ຈັນທະວົງໄຊ ຍິງໄດ້ເຖິງ 8 ປະຕູ ນາທີ 15, 21, 31, 35, 36, 38, 55 ແລະ 60+2; ນາງ ວິໄລພອນ ແພງຊະນະ ຍິງ 2 ປະຕູ ນາທີ 28 ກັບ 57; ນາງ ເປ້ ຍິງ 2 ປະຕູນາທີ 42 ກັບ 54; ນາງ ໃຈຄຳ ນາທີ 58; ນາງ ດາລະວອນ ສໍພາບມີໄຊ ນາທີ 59.
ສ່ວນຜົນຂອງການແຂ່ງຂັນອີກ 2 ຄູ່ ປະຈໍາວັນທີ 25 ພະຈິກ 2017 ປາກົດວ່າ: ມປ ວຽງຈັນ – ໂຮຈິມິນ ເສຍໃຫ້ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ) ແລະ ມສ ສາລະຄໍາ ເສຍໃຫ້ ມະຫາວິທະຍາໄລແຫ່ງຊາດ 2-4. ຂະນະທີ່ວັນທີ 26 ພະຈິກຜ່ານມານີ້ ມສ ວຽງຈັນ ເສຍໃຫ້ ມະຫາວິທະຍາໄລແຫ່ງຊາດ 0-14 ປະຕູ ແລະ ກົມພັດທະນາການທ່ອງທ່ຽວ ຊະນະ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ 4-0 ປະຕູ, ມສ ສາລະຄຳ ເສຍໃຫ້ ເມືອງມະນີ ເອຟຊີ 0-3 ປະຕູ.