ຈົດຈໍາລໍາລຶກ 20 ມັງກອນ ວັນສ້າງຕັ້ງກອງທັບປະຊາຊົນລາວ

ຈົດຈໍາລໍາລຶກ 20 ມັງກອນ ວັນສ້າງຕັ້ງກອງທັບປະຊາຊົນລາວ - 474538746 943228531324276 4157917708849439750 n - ຈົດຈໍາລໍາລຶກ 20 ມັງກອນ ວັນສ້າງຕັ້ງກອງທັບປະຊາຊົນລາວ
ຈົດຈໍາລໍາລຶກ 20 ມັງກອນ ວັນສ້າງຕັ້ງກອງທັບປະຊາຊົນລາວ - kitchen vibe - ຈົດຈໍາລໍາລຶກ 20 ມັງກອນ ວັນສ້າງຕັ້ງກອງທັບປະຊາຊົນລາວ

ໂດຍ: ທິດກໍ່າ

ວັນທີ 20 ມັງກອນ 2025 ອັນເປັນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76 ປີພໍດີ ((20/1/1949 – 20/1/2025). ກອງທັບປະຊາຊົນລາວມີຕົ້ນກໍາເນີດຈາກຂະບວນການຕໍ່ສູ້ປະຕິວັດ. ເປັນກອງທັບທີ່ມາຈາກປະຊາຊົນ ເພື່ອປະຊາຊົນ ແລະ ຮັບໃຊ້ປະຊາຊົນ. ໃນປະຫວັດສາດຜ່ານມາ ພາລະກິດຂອງກອງທັບປະຊາຊົນລາວແມ່ນເຕີບໃຫຍ່ ແລະ ຂະຫຍາຍຕົວບົນເສັ້ນທາງແຫ່ງການຕໍ່ສູ້ປະຕິວັດເພື່ອປົດປ່ອຍປະເທດຊາດອອກຈາກການບຸກລຸກຮຸກຮານ ແລະ ເປັນຫົວເມືອງຂຶ້ນຂອງຈັກກະພັດຕ່າງດ້າວ. ເວົ້າໄດ້ວ່າຕະຫລອດໄລຍະ 76 ປີຜ່ານມາ ກອງທັບປະຊາຊົນລາວໄດ້ຜ່ານຜ່າແປວໄຟແຫ່ງການຕໍ່ສູ້ປະຕິວັດມາເປັນ 3 ໄລຍະຄື: ໄລຍະຕໍ່ສູ້ກັບຈັກກະພັດຝຣັ່ງ, ໄລຍະຕໍ່ສູ້ກັບຈັກກະພັດອາເມລິກາ ແລະ ໄລຍະສ້າງສາພັດທະນາປະເທດຊາດ. ໃນຂະບວນການຕໍ່ສູ້ແຕ່ລະໄລຍະກໍມີການປ່ຽນຊື່ຂອງຕົນຕາມສະພາບຄວາມເປັນຈິງຂອງປະຫວັດສາດ ເປັນຕົ້ນໄລຍະຕໍ່ສູ້ຕ້ານຈັກກະພັດຝຣັ່ງ ເອີ້ນວ່າກອງທັບແນວລາວອິດສະຫລະ, ໄລຍະຕໍ່ສູ້ກັບຈັກກະພັດອາເມລິກາ ແລະ ລູກແຫລ່ງຕີນມື ເອີ້ນວ່າກອງທັບປົດປ່ອຍປະຊາຊົນລາວ ແລະ ຕໍ່ມາໃນໄລຍະສ້າງສາພັດທະນາປະເທດຊາດຈຶ່ງປ່ຽນມາເປັນ ກອງທັບປະຊາຊົນລາວ.

ຈົດຈໍາລໍາລຶກ 20 ມັງກອນ ວັນສ້າງຕັ້ງກອງທັບປະຊາຊົນລາວ - Visit Laos Visit SALANA BOUTIQUE HOTEL - ຈົດຈໍາລໍາລຶກ 20 ມັງກອນ ວັນສ້າງຕັ້ງກອງທັບປະຊາຊົນລາວ

ຜ່ານໄລຍະປະຫວັດສາດເປັນເວລາ 76 ປີ ກອງທັບປະຊາຊົນລາວໄດ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ. ຈາກຜົນງານອັນຍິ່ງໃຫຍ່ແຫ່ງການຕໍ່ສູ້ປະຕິວັດທີ່ກາຍເປັນມູນເຊື້ອປະຫວັດສາດໄດ້ຈາລຶກໄວ້ ກໍຄືຕີເອົາຊະນະກັບຈັກກະພັດສອງໂຕໃຫຍ່ໆຄື: ຈັກກະພັດຝຣັ່ງ ແລະ ອາເມລິກາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນປີ 1975.

ພໍຕົກມາໃນໄລຍະສ້າງສາພັດທະນາປະເທດຊາດ ກອງທັບປະຊາຊົນລາວຍິ່ງມີການພັດທະນາໄປຢ່າງກ້າວໄກ ບໍ່ວ່າໃນດ້ານກໍາລັງພົນ, ຍຸດທະວິທີ, ສິລະປະຍຸດ ນັບທັງພາຫະນະອາວຸດທີ່ທັນສະໄໝ ກາຍເປັນກໍາລັງປ້ອງກັນຊາດທີ່ແຂງແກ່ນ ແລະ ໄວ້ເນື້ອເຊື່ອໃຈຂອງພັກ, ຂອງລັດ ແລະ ປະຊາຊົນບັນດາເຜົ່າ.

ນອກຈາກຜົນງານໃນພາລະກິດອັນຍິ່ງໃຫຍ່ທີ່ໄດ້ກ່າວມານີ້ແລ້ວ, ກອງທັບປະຊາຊົນລາວຍັງເປັນກໍາລັງໜຶ່ງໃນການພັດທະນາເສດຖະກິດ-ສັງຄົມເຊັ່ນ: ຕ້ານໄພນໍ້າຖ້ວມ, ສ້າງຖະໜົນຫົນທາງ, ພັດທະນາຊົນນະບົດ, ສ້າງໂຮງໝໍ, ໂຮງຮຽນ, ລ້ຽງສັດ, ປູກຝັງ ເພື່ອລົບລ້າງຄວາມທຸກຍາກຂອງປະຊາຊົນໃນເຂດຫ່າງໄກສອກຫລີກ, ເວລາປະເທດຊາດ ແລະ ປະຊາຊົນມີຄວາມຫຍຸ້ງຍາກຂັດສົນປະສົບບັນຫາໄພອັນຕະລາຍມາຂົ່ມຂູ່ ທະຫານຕ້ອງມີໜ້າ ສົມກັບຄໍາຂວັນທີ່ວ່າ: ທະຫານກັບປະຊາຊົນເໝືອນດັ່ງປາກັບນໍ້າ. ປະເທດຊາດ ແລະ ປະຊາຊົນມີຄວາມສະຫງົບຮົ່ມເຢັນ ສັດຕູບໍ່ມາບຸກລຸກຮຸກຮານກໍຍ້ອນມີກອງທັບປະຊາຊົນທີ່ແຂງແກ່ນກາຍເປັນກໍາແພງເພັດທີ່ໄວ້ເນື້ອເຊື່ອໃຈຂອງຊາດ ແລະ ປະຊາຊົນ. ຂໍຈົດຈໍາລໍາລຶກວັນທີ 20 ມັງກອນ ວັນສ້າງຕັ້ງກອງທັບປະຊາຊົນລາວຕະຫລອດໄປ.

ຈົດຈໍາລໍາລຶກ 20 ມັງກອນ ວັນສ້າງຕັ້ງກອງທັບປະຊາຊົນລາວ - 5 - ຈົດຈໍາລໍາລຶກ 20 ມັງກອນ ວັນສ້າງຕັ້ງກອງທັບປະຊາຊົນລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!