ບາງຄວາມສາມາດທີ່ຄົນໃຊ້ໄອໂຟນອາດຍັງບໍ່ຮູ້

- 022811 2017 1 - ບາງຄວາມສາມາດທີ່ຄົນໃຊ້ໄອໂຟນອາດຍັງບໍ່ຮູ້
- kitchen vibe - ບາງຄວາມສາມາດທີ່ຄົນໃຊ້ໄອໂຟນອາດຍັງບໍ່ຮູ້
  1. ບລັອກສາຍ ຫລື ຂໍ້ຄວາມຂອງຜູ້ບໍ່ເພິງປະສົງ : ໃນໄອໂອເອສ 7 ຄວາມສາມາດໃໝ່ແມ່ນສາມາດບລັອກສາຍ ຫລື ຂໍ້ຄວາມຈາກຄົນທີ່ບໍ່ຕ້ອງການໄດ້ (ໂດຍສະເພາະບັນດາພະນັກງານ Telesales). ວິທີບລັອກກໍງ່າຍໆ ເປີດແອັບໂທສະລັບຂຶ້ນມາ ເລືອກເບີທີ່ຕ້ອງການບລັອກ ຈາກໜ້າການໂທຫລ້າສຸດ ແລ້ວກົດປຸ່ມ i ທາງຫລັງເລື່ອນໄປທາງລຸ່ມສຸດ ຈະເຫັນຄຳສັ່ງ ລະງັບສາຍຜູ້ໂທນີ້ ຫລື Block this caller ກໍຮຽບຮ້ອຍແລ້ວ.
  2. ໃຊ້ Siri ອ່ານອີເມວກໍໄດ້ : ສຳລັບຜູ້ທີ່ໝັ້ນໃຈໃນສຳນຽງພາສາອັງກິດຂອງຕົນເອງກໍສາມາດສັ່ງໃຫ້ Siri  ອ່ານອີເມວຫລ້າສຸດທີ່ຫາກໍເຂົ້າມາໄດ້ ໂດຍໃຊ້ຄຳສັ່ງງ່າຍໆ ພຽງແຕ່ກົດປຸ່ມ Home ຄ້າງ ແລ້ວເວົ້າສັ່ງ Siri ໄປວ່າ : “Read my email” ຫລື ຕ້ອງການໃຫ້ Siri ອ່ານອີເມວໃຫ້ສະເພາະເຈາະຈົງກ່ວານັ້ນກໍສັ່ງໃຫ້ລະອຽດຂຶ້ນ ເຊັ່ນ :  “Read second (ລຳດັບ) email”.
  3. ປິດບໍ່ໃຫ້ບາງແອັບດຶງຂໍ້ມູນຜ່ານ 3G : ສຳລັບຄົນທີ່ໃຊ້ອິນເຕີເນັດແບບຈຳກັດຂໍ້ມູນ ໃນໄອໂອເອສ 7 ສາມາດແຈ້ງເຕືອນໄດ້ວ່າເຮົາໃຊ້ຂໍ້ມູນໄປເທົ່າໃດແລ້ວ ທັງຍັງແຍກເປັນແຕ່ລະແອັບໄປເລີຍວ່າແອັບໃດເບິ່ງຂໍ້ມູນຫລາຍ ພ້ອມໃຫ້ເຮົາປິດການໂຫລດຂໍ້ມູນຜ່ານ 3G ເປັນແຕ່ລະແອັບໄດ້ເລີຍ ພຽງແຕ່ເຂົ້າໄປແອັບ ການຕັ້ງຄ່າ ຫລື Settings ແລ້ວເລືອກ ເຊລລູລາ ຫລື Cellular ເລື່ອນລົງໄປລຸ່ມສຸດກໍຈະເຫັນລາຍການແອັບຕ່າງໆໃຫ້ເລືອກປິດໄດ້ເລີຍ.
  4. ປ່ຽນ Passcode ເປັນ ແປ້ນພິມແບບເຕັມ : ປົກກະຕິແລ້ວລະຫັດລັອກບໍ່ໃຫ້ຄົນອື່ນເຂົ້າໃຊ້ອຸປະກອນໄອໂອເອສຈະມີພຽງແຕ່ 4 ໂຕເລກຫລັກຄື  ATM, ແຕ່ສາມາດປັບໃຫ້ຕັ້ງລະຫັດລັອກເຄື່ອງໄດ້ສັບຊ້ອນຂຶ້ນ ກາຍເປັນລະຫັດໂຕອັກສອນຄືລະຫັດຜ່ານຕາມເວັບໄຊໄດ້ງ່າຍໆ. ວິທີການແມ່ນເຂົ້າໄປແອັບ ການຕັ້ງຄ່າ ແລ້ວເລືອກລະຫັດຜ່ານ ແລ້ວປິດໂຕເລືອກລະຫັດຜ່ານງ່າຍ ຫລື Simple Passcode  ໄປເທົ່ານີ້ ກໍສາມາດຕັ້ງລະຫັດລັອກເຄື່ອງໃໝ່ເປັນລະຫັດຍາວໆໄດ້ແລ້ວ.
  5. ສຳຜັດ Shift 2 ເທື່ອເພື່ອເປັນ Caplock : ເຕັກນິກງ່າຍໆກັບແປ້ນພິມຂອງໄອໂຟນທີ່ຫລາຍຄົນບໍ່ຮູ້ ສຳລັບຄົນທີ່ຕ້ອງການພິມໂຕໜັງສືພາສາອັງກິດໂຕໃຫຍ່ຫລາຍໆແທນທີ່ຈະຕ້ອງສຳຜັດປຸ່ມ Shift ຫລັງຈາກພິມໂຕອັກສອນທຸກເທື່ອ ກໍສຳຜັດ 2 ເທື່ອຢູ່ປຸ່ມ Shift ເທົ່ານີ້ມັນກໍຈະເຮັດວຽກແບບ Capslock ທ່ານກໍພິມໂຕອັກສອນໂຕໃຫຍ່ເຂົ້າໄປໄດ້ເລີຍ.
  6. ກົດປຸ່ມເທິງແປ້ນພິມຄ້າງເພື່ອເບິ່ງ Option : ຄວາມລັບຂອງແປ້ນພິມໄອໂຟນຍັງບໍ່ໝົດເທົ່ານີ້ ແປ້ນພິມໂຕອັກສອນບາງ ໂຕຂອງແປ້ນພິມນີ້ຍັງມີອັກສອນເຊື່ອງຢູ່ ເຊັ່ນ : ກົດໂຕ a ຄ້າງໄວ້ ກໍຈະພົບສາລະພັດໂຕອັກສອນທີ່ມີໜ້າຕາຄ້າຍຄືໂຕ a ຫລື ໃນແປ້ນພາສາອື່ນ ຖ້າກົດເລກແບບສາກົນຄ້າງໄວ້ກໍຈະພົບໂຕເລກແບບອື່ນເຊື່ອງຢູ່.
  7. ສັ່ນ iPhone ເພື່ອ undo : ເຕັກນິກງ່າຍໆທີ່ຜູ້ໃຊ້ iPhone ຫລາຍຄົນຍັງບໍ່ຮູ້ແມ່ນການສັ່ນເພື່ອ Undo ເວລາພິມຜິດ ຫລື ຢູ່ດີໆລົບຂໍ້ມູນພາດ ຈະໂວຍວາຍຕົກໃຈຈົນສັ່ນ iPhone ກໍໄດ້ ແລ້ວຈະມີຄຳສັ່ງ Undo ອອກມາ ແລະ ຖ້າເປັນ  iPad ກໍຈະມີຄຳສັ່ງນີ້ຄືກັນ, ແຕ່ຈະໃຫ້ສັ່ນ  iPad ທຸກ ເທື່ອກໍຄົງເມື່ອຍມື ແອັບເປິ້ນຈຶ່ງມີແປ້ນ  undo ເຊື່ອງຢູ່ໃນແຜງໂຕອັກສອນ.
  8. ຈັດ Style ໃນອີເມວໃຫ້ ທັນສະໄໝຄືພິມ Word : ເຫັນແອັບເມວຂອງໄອໂອເອສທຳມະດາແບບນີ້ ຢ່າຄິດວ່າມັນຂຽນໄດ້ ແຕ່ໂຕອັກສອນທຳມະດາ ແຕ່ຄວາມຈິງແລ້ວມັນສາມາດຈັດຮູບແບບໄດ້ນຳ ເລື່ອງນີ້ອ່າວເລິກລັບ ເພາະຕ້ອງເປັນຄົນທີ່ດື້ ແລະ ຊ່າງສັງເກດແດ່ຈຶ່ງຈະຮູ້ວ່າມັນເຮັດແນວໃດ. ວິທີການກໍຄື ຫລັງຈາກພິມໃຫ້ກົດຄ້າງ ແລ້ວລາກເທິງຂໍ້ຄວາມທີ່ຕ້ອງການຈັດຮູບແບບ ກໍຈະມີ Pop-up  ຂຶ້ນມາຖາມວ່າ ໃຫ້ Cut, Copy, Paste ຕາມປົກກະຕິ, ແຕ່ທາງຂວາສຸດຈະມີລູກສອນຢູ່ ເມື່ອກົດເຂົ້າໄປກໍຈະເຫັນຄຳສັ່ງໃຫ້ຈັດໂຕອັກສອນໄດ້ ທັງໂຕໜາ, ໂຕອຽງ, ໂຕຂີດກ້ອງເສັ້ນ ຫລື ຈະເອົາຮູບມາແນບ, ຈັດຫຍໍ້ໜ້າກໍເຮັດໄດ້ໝົດ.
  9. ເບິ່ງເວລາສົ່ງຂໍ້ຄວາມ : ແອັບຂໍ້ຄວາມໃນໄອໂອເອສນັ້ນ ອອກແບບໃຫ້ Minimalist ຫລາຍ ຄືຈະເຊື່ອງ Timestamp ຫລື ປ້າຍບອກເວລາທີ່ໄດ້ຮັບຂໍ້ຄວາມ ຫລື ສົ່ງຂໍ້ຄວາມໄວ້, ແຕ່ຖ້າເຮົາຢາກເບິ່ງກໍບໍ່ຍາກ ພຽງແຕ່ລາກນິ້ວຈາກຂວາມາຊ້າຍໃນໜ້າຂໍ້ຄວາມ ເວລາທີ່ເຊື່ອງຢູ່ກໍຈະປະກົດອອກມາຢ່າງງ່າຍດາຍ.
- 4 - ບາງຄວາມສາມາດທີ່ຄົນໃຊ້ໄອໂຟນອາດຍັງບໍ່ຮູ້
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!