ເພາະຊີວິດຄືການຮຽນຮູ້ ຕາບທີ່ຍັງມີລົມຫາຍໃຈຢູ່ກໍຕ້ອງຮຽນ

ເພາະຊີວິດຄືການຮຽນຮູ້ ຕາບທີ່ຍັງມີລົມຫາຍໃຈຢູ່ກໍຕ້ອງຮຽນ - img banner04 - ເພາະຊີວິດຄືການຮຽນຮູ້ ຕາບທີ່ຍັງມີລົມຫາຍໃຈຢູ່ກໍຕ້ອງຮຽນ
ເພາະຊີວິດຄືການຮຽນຮູ້ ຕາບທີ່ຍັງມີລົມຫາຍໃຈຢູ່ກໍຕ້ອງຮຽນ - kitchen vibe - ເພາະຊີວິດຄືການຮຽນຮູ້ ຕາບທີ່ຍັງມີລົມຫາຍໃຈຢູ່ກໍຕ້ອງຮຽນ

ໂດຍ: ທິດດີ

ຫາກທ່ານຜູ້ຟັງ ໄດ້ຕິດຕາມຂ່າວ ໂດຍສະເພາະແມ່ນຂ່າວຕ່າງປະເທດຈະຮູ້ວ່າ: ບັນດາຜູ້ອາຍຸຫຼາຍຫຼືຜູ້ສູງອາຍຸ ທັງຍິງ ແລະຊາຍຫຼາຍຄົນຍັງສືບຕໍ່ຮຽນ ຮຽນນັບແຕ່ຊັ້ນມັດທະຍົມຕອນປາຍ, ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ມີບາງຄົນອາຍຸຮອດ 80 ປີແລ້ວກໍຍັງປ້ອງກັນປຣນຍາເອກໄດ້ສຳເລັດ, ປາກົດການນີ້ສະແດງໃຫ້ເຫັນວ່າການສຶກສາຮ່ຳຮຽນ ບໍ່ມີຍາມພົ້ນສະໄໝ ຫຼືບໍ່ມີຍາມສິ້ນສຸດເປັນຈັກເທື່ອ.

ເພາະຊີວິດຄືການຮຽນຮູ້ ຕາບທີ່ຍັງມີລົມຫາຍໃຈຢູ່ກໍຕ້ອງຮຽນ - Visit Laos Visit SALANA BOUTIQUE HOTEL - ເພາະຊີວິດຄືການຮຽນຮູ້ ຕາບທີ່ຍັງມີລົມຫາຍໃຈຢູ່ກໍຕ້ອງຮຽນ

ສຳລັບຢູ່ບ້ານເຮົາເມືອງເຮົາ ປັດຈຸບັນນີ້ກໍເຫັນວ່າມີພະນັກງານທີ່ອາຍຸຫຼາຍ ຫຼືພະນັກງານ ບຳນານ ຫຼາຍໆທ່ານກໍ່ຍັງສືບຕໍ່ຮຽນຊັ້ນ ປະລິນຍາໂທ ປະລິນຍາເອກ ສະເພາະດ້ານຕາມສະຖາບັນການສຶກສາຫຼາຍແຫ່ງທົ່ວປະເທດ ນີ້ຖືວ່າ ເປັນແບບຢ່າງອັນດີທີ່ໜ້າຊົມເຊີຍແທ້ໆລະ, ເວົ້າເຖິງການຮຽນນີ້ ຫຼາຍທ່ານອາດກຳບໍ່ໄດ້ວ່າ ມັນມີນິຕິກຳກ່ຽວຂ້ອງຫຼືບໍ? ກ່ຽວກັບເລື່ອງນີ້ ຢູ່ບ້ານເຮົາກໍມີ ກ່ຽວກັບນິຕິກຳທີ່ກ່ຽວຂ້ອງເພິ່ນໄດ້ອອກດຳລັດຕັ້ງແຕ່ປີ 2020 ດຳລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ (Decree On Lifelong Learning) ເຊິ່ງດຳລັດນີ້ປະກອບມີ 9ໝວດ 36ມາດຕາ.

ທິດດີ ຢາກໃຫ້ຜູ້ຟັງກຳໄດ້ເນື້ອໃນຂອງມາດຕາ ທີ2 ການຮຽນຮູ້ຕະຫຼອດຊີວິດ, ການຮຽນຮູ້ຕະຫຼອດຊີວິດ ແມ່ຮນແມ່ນການສຶກສາທີ່ປະສົມປະສານ ລະຫວ່າງການສຶກສາ ໃນໂຮງຮຽນ ແລະ ນອກໂຮງຮຽນ ລວມທັງການສຶກສາຕາມອັດທະຍາໄສ ເພື່ອສົ່ງເສີມໃຫ້ທຸກຄົນທັງຍິງ ແລະ ຊາຍ ໄດ້ຮັບການຮຽນຮູ້ ຕະຫຼອດໄລຍະທີ່ຍັງມີຊີວິດຢູ່, ສ້າງສັງຄົມພູມປັນຍາຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາ.

ຍັງມີອີກມາດຕາໜຶ່ງຄື: ມາດຕາທີ11 ຮູບແບບການຮຽນ – ການສອນໃນການຮຽນຮູ້ຕະຫຼອດຊີວິດຕາມອັດທະຍາໄສ ມີຄື: ຮູບແບບການຮຽນ – ການສອນໃນການຮຽນຮູ້ຕະຫຼອດຊີວິດຕາມອັດທະຍາໄສ ແມ່ນຮູບແບບການຮຽນຕາມຄວາມສະໝັກໃຈຂອງຜູ້ຮຽນ ໂດຍບໍ່ຜ່ານ ຫຼື ບໍ່ຈົດທະບຽນຮຽນນຳສະຖານການສຶກສາ ຊຶ່ງຜູ້ຮຽນເປັນຜູ້ສົນໃຈຮຽນຮູ້, ຄົ້ນຄວ້າດ້ວຍຕົນເອງ ຮຽນຮູ້ຈາກສະຖານການສຶກສາ ຫຼື ບຸກຄົນທີ່ມີຄວາມຮູ້ສະເພາະດ້ານທີ່ບໍ່ເປັນລະບົບ, ບໍ່ຕໍ່ເນື່ອງ ຕາມຫົວຂໍ້, ບັນຫາທີ່ຕົນສົນໃຈ, ຕາມສະພາບແລະເງື່ອນໄຂຕົວຈິງ.

ການຮຽນ – ການສອນ ໃນຮູບແບບການຮຽນຕະຫຼອດຊີວິດຕາມອັດທະຍາໄສລວມມີ
1.ການຮຽນຮູ້ດ້ວຍຕົນເອງຕາມສາຍອາຊີບຊຶ່ງແມ່ນການຮຽນຮູ້ຕາມສາຍອາຊີບຂອງວຽກງານຕົນ
ເປັນຕົ້ນ ການເຂົ້າຮ່ວມຝຶກອົບຮົມ, ສຳມະນາ,ທັດສະນະສຶກສາ.
2.ການຮຽນຕາມຄວາມສົນໃຈສ່ວນຕົວ ຊຶ່ງແມ່ນການຮຽນຮູ້ຕາມຄວາມມັກ ການສະແຫວງຫາຮຽນຮູ້ສຶກສາ, ຄົ້ນຄວ້າສິ່ງທີ່ຕົນເອງສົນໃຈສະເພາະດ້ານໃດດ້ານໜຶ່ງ.
3.ການຮຽນຮູ້ຈາກປະສົບການ ຊຶ່ງແມ່ນການຮຽນຮູ້ຜ່ານສະພາບແວດລ້ອມ ເປັນຕົ້ນ ການຮຽນຮູ້ຈາກປະສົບການຕົວຈິງ, ເຫດການຫຼືປະກົດການໃດໜຶ່ງທີ່ຕົນພົບພໍ້ ຫຼື ເກີດຂຶ້ນໃນຊີວິດປະຈຳວັນ.

ທັງໝົດນີ້ຄືບາງຄຳຕອບໃຫ້ບັນດາທ່ານທີ່ສົນໃຈໃນການຮຽນ ໂດຍສະເພາະແມ່ນ ພະນັກງານຜູ້ເຂົ້າບຳນານທັງຫຼາຍ

ເພາະຊີວິດຄືການຮຽນຮູ້ ຕາບທີ່ຍັງມີລົມຫາຍໃຈຢູ່ກໍຕ້ອງຮຽນ - 4 - ເພາະຊີວິດຄືການຮຽນຮູ້ ຕາບທີ່ຍັງມີລົມຫາຍໃຈຢູ່ກໍຕ້ອງຮຽນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!