ມູຣິນໂຢ-ເປບ ເລັງຄວ້າ ຊານເຊດ ມາຮ່ວມທີມ
April 6, 2017 - 4:12 PM


ເປັນທີ່ເຂົ້າໃຈກັນວ່າ ຊານ ເຊດ ຈະໝົດສັນຍາກັບ ອາເຊ ນອລ ໃນລະດູການໜ້າ ແລະ ຈົນເຖິງຕອນນີ້ກໍເບິ່ງວ່າປະຕູ ແຫ່ງການຂະຫຍາຍສັນຍາຈະ ປິດຕາຍລົງໄປແລ້ວ ຫຼັງການເຈ ລະຈາລະຫວ່າງລາວກັບຕົ້ນສັງ ກັດບໍ່ໄດ້ບົດສະຫຼຸບ ເນື່ອງຈາກຍັງ ຕົກລົງຄ່າຈ້າງກັນບໍ່ໄດ້.
ນັ້ນຈຶ່ງເປັນເຫດໃຫ້ ມູຣິນໂຢ ກຽມທີ່ຈະທຸ່ມເງິນຄວ້າ ຊານເຊດ ມາຮ່ວມທີມ ເພື່ອຫວັງແກ້ໄຂປັນ ຫາຜົນງານໃນກອງໜ້າທີ່ຕ້ອງ ອາໄສ ຊະລາຕັນ ອິບຣາຮິໂມວິດ ພຽງຄົນດຽວເທົ່ານັ້ນ ຂະນະທີ່ ກວາດິໂອລາ ກໍຫວັງຈະເຕີມ ຄວາມແຂງແກ່ນໃຫ້ກັບທີມເຊັ່ນ ດຽວກັນ.