ປະກາດຮັບຮອງແຂວງຫຼວງນໍ້າທາ ເປັນແຂວງຢຸດຕິການຖ່າຍຊະຊາຍ


ວັນທີ 17 ມັງກອນ 2025 ກະຊວງສາທາລະນະສຸກ ປະກາດຮັບຮອງແຂວງຫຼວງນໍ້າທາ ເປັນແຂວງຢຸດຕິການຖ່າຍຊະຊາຍ ຈັດຂຶ້ນໃນ ມີ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ , ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ດຣ. ຕຽງສະໜອນ ພອນປະເສີດ ຫົວໜ້າພະ ແນກສາທາລະນະສຸກແຂວງຫຼວງນໍ້າທາ ລາຍງານວ່າ: ແຂວງຫຼວງນໍ້າທາ ໄດ້ເລີ່ມຈັດຕັ້ງປະຕິບັດໃນປີ 2016 ຢູ່ເມືອງວຽງພູຄາ, ຈໍານວນ 46 ບ້ານ, ຮອດຕົ້ນປີ2019 ສາມາດປະກາດຮັບຮອງ ໄດ້ 10 ບ້ານ ເທົ່າກັບ 21,7% ຂອງຈໍານວນບ້ານພາຍໃນເມືອງ. ໃນທ້າຍປີ 2019 ທ່ານຮອງເຈົ້າແຂວງ ໄດ້ເຂົ້າຮ່ວມກອງປະຊຸມວຽກງານ ຊຈສ ແລະ ໄດ້ເຊັນຮັບຮອງເອົາແຜນການສ້າງ ແລະ ປະກາດຮັບແຂວງຫຼວງນໍ້າທາເປັນແຂວງຢຸດຕິການຖ່າຍຊະຊາຍ ຮ່ວມກັບບັນດາແຂວງໃນຂອບເຂດທົ່ວປະເທດ. ປີ 2020 ປະກາດໄດ້ 21 ບ້ານ ກວມ 6 %, ຮອດປີ 2021 ປະກາດໄດ້ 158 ບ້ານ ກວມ 45 %, ຮອດປີ 2022 ປະກາດໄດ້ 285 ບ້ານ ກວມ 81,19%, ຮອດປີ 2023 ປະກາດໄດ້ 319 ບ້ານ ກວມ 90,88% ມາເຖີງປີ 2024 ປະກາດໄດ້ 351 ບ້ານ ກວມ 100 % ຂອງຈໍານວນບ້ານທັງໝົດ. ສາມາດປະກາດ ແລະ ຮັບຮອງເອົາບັນດາເມືອງທັງ 5 ເມືອງຂອງແຂວງ ເປັນເມືອງຢຸດຕິການຖ່າຍຊະຊາຍ ໃນກາງເດືອນພະຈິກ2024.