ທ່ານ ສີຈິ້ນຜິງ – ທ່ານ ທຣໍາ ຫາລືທາງໂທລະສັບ ເຈລະຈາບັນຫາການຄ້າ ແລະ TikTok


ວັນທີ 17 ມັງກອນຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ເຈລະຈາທາງໂທລະສັບກັບທ່ານ ໂດນັລ ທຣໍາ ວ່າທີ່ປະທານາທິບໍດີອາເມລິກາ ໂດຍທ່ານ ທຣໍາ ໂພສຂໍ້ຄວາມຜ່ານ Truth Social ວ່າ: ການເຈລະຈາຄັ້ງນີ້ເປັນການສົນທະນາທີ່ດີສໍາລັບຈີນ ແລະ ອາເມລິກາ.
ທ່ານ ທຣໍາ ກ່າວວ່າ: ພວກເຮົາໄດ້ຫາລືກັນເລື່ອງການປັບສົມດູນການຄ້າ, ບັນຫາຢາເຟນທານິລ (Fentanyl), TikTok ແລະ ຫົວຂໍ້ອື່ນໆອີກ. ພ້ອມໃຫ້ຄໍາໝັ້ນວ່າ: ຈະເຮັດທຸກວິທີທາງເພື່ອເຮັດໃຫ້ໂລກສະຫງົບສຸກ ແລະ ປອດໄພ.
ສ່ວນສະຖານີໂທລະພາບ CCTV ຂອງຈີນລາຍງານວ່າ: ທ່ານ ສີຈິ້ນຜິງ ເນັ້ນເຖິງຄວາມສໍາຄັນຂອງການພົວພັນລະຫວ່າງສອງປະເທດ ໂດຍກ່າວວ່າ: ພວກເຮົາຫວັງວ່າການພົວພັນ ຈີນ-ອາເມລິກາ ຈະເລີ່ມຕົ້ນຢ່າງລາບລື່ນໃນວາລະໃໝ່ຂອງປະທານາທິບໍດີອາເມລິກາ ແລະ ພ້ອມຈະສົ່ງເສີມຄວາມກ້າວໜ້າທີ່ຍິ່ງໃຫຍ່ຂຶ້ນໃນການເລີ່ມຕົ້ນໃໝ່.
ນອກຈາກນີ້, ທ່ານ ສີຈິ້ນຜິງ ຍັງລະບຸເຖິງຄວາມແຕກຕ່າງລະຫວ່າງສອງປະເທດ, ແຕ່ຊີ້ວ່າ: ການເຄົາລົບໃນຜົນປະໂຫຍດຂອງກັນ ແລະ ກັນເປັນສິ່ງສໍາຄັນ.
ທັງນີ້, ການເຈລະຈາຄັ້ງນີ້ເກີດຂຶ້ນໃນໄລຍະທີ່ TikTok ຖືກກໍານົດໃຫ້ຖືກຖອດຖອນຈາກຮ້ານຄ້າແອບພລິເຄຊັນຢູ່ອາເມລິກາ ໃນວັນທີ 19 ມັງກອນ ຕາມກົດໝາຍທີ່ບັງຄັບໃຫ້ ByteDance ເຊິ່ງເປັນບໍລິສັດແມ່ສັນຊາດຈີນ ຂາຍກິດຈະການໃນອາເມລິກາ.
ສ່ວນບັນຫາເລື່ອງຢາເຟນທານິລ, ທ່ານ ທຣໍາ ເຄີຍປະກາດລະຫວ່າງການຫາສຽງວ່າ: ຈະເກັບພາສີ 25% ກັບແມັກຊິກ ແລະ ການາດາ ແລະ 10% ກັບສິນຄ້າຈີນ ເພື່ອຕໍ່ສູ້ຕໍ່ການລັກລອບນໍາເຂົ້າເຟນທານິລ ເຊິ່ງເປັນບັນຫາຢາເສບຕິດທີ່ສົ່ງຜົນກະທົບຢ່າງຮຸນແຮງຢູ່ອາເມລິກາ.
ເຖິງຢ່າງໃດກໍຕາມ, ໃນວັນທີ 20 ມັງກອນຈະເຖິງນີ້ ທ່ານ ທຣໍາ ກຽມເຂົ້າພິທີສາບານຕົນຮັບຕໍາແໜ່ງ ແລະ ທ່ານເຊີນທ່ານ ສີຈິ້ນຜິງ ເຂົ້າຮ່ວມພິທີນໍາ, ແຕ່ທາງການຈີນຢືນຢັນແລ້ວວ່າຈະສົ່ງທ່ານ ຫານເຈິ້ງ ຮອງປະທານປະເທດ ເປັນມາເປັນຕົວແທນ ເຊິ່ງກະຊວງການຕ່າງປະເທດຈີນລະບຸວ່າ: ພ້ອມຈະສົ່ງເສີມການເຈລະຈາ ແລະ ການສື່ສານກັບລັດຖະບານໃໝ່ຂອງອາເມລິກາ ເພື່ອແກ້ໄຂຄວາມແຕກຕ່າງ ແລະ ສົ່ງເສີມການຮ່ວມມືທີ່ເປັນປະໂຫຍດຮ່ວມກັນ.
ອ້າງອີງ: