ຫ້ອງວ່າການ ສນຍ ປະກາດແຕ່ງຕັ້ງຫົວໜ້າກົມ 4 ທ່ານ ແລະ ອຸດໜູນບຳນານ 1 ທ່ານ

ຫ້ອງວ່າການ ສນຍ ປະກາດແຕ່ງຕັ້ງຫົວໜ້າກົມ 4 ທ່ານ ແລະ ອຸດໜູນບຳນານ 1 ທ່ານ - 473068508 1169579595177855 8459079257712641530 n - ຫ້ອງວ່າການ ສນຍ ປະກາດແຕ່ງຕັ້ງຫົວໜ້າກົມ 4 ທ່ານ ແລະ ອຸດໜູນບຳນານ 1 ທ່ານ
ຫ້ອງວ່າການ ສນຍ ປະກາດແຕ່ງຕັ້ງຫົວໜ້າກົມ 4 ທ່ານ ແລະ ອຸດໜູນບຳນານ 1 ທ່ານ - kitchen vibe - ຫ້ອງວ່າການ ສນຍ ປະກາດແຕ່ງຕັ້ງຫົວໜ້າກົມ 4 ທ່ານ ແລະ ອຸດໜູນບຳນານ 1 ທ່ານ

ວັນທີ 17 ມັງກອນ 2025 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ປະກາດການຈັດຕັ້ງ ໂດຍການເຂົ້າຮ່ວມ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ່້ວຍພາກສ່ວນກ່ຽວຂ້ອງ ພາຍໃນ ຫສນຍ ເຂົ້າຮ່ວມ.

ການປະກາດການຈັດຕັ້ງ ພາຍໃນຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ມີດັ່ງນີ້:

ຫ້ອງວ່າການ ສນຍ ປະກາດແຕ່ງຕັ້ງຫົວໜ້າກົມ 4 ທ່ານ ແລະ ອຸດໜູນບຳນານ 1 ທ່ານ - Visit Laos Visit SALANA BOUTIQUE HOTEL - ຫ້ອງວ່າການ ສນຍ ປະກາດແຕ່ງຕັ້ງຫົວໜ້າກົມ 4 ທ່ານ ແລະ ອຸດໜູນບຳນານ 1 ທ່ານ

1. ອະນຸມັດໃຫ້ທ່ານ ຮສ.ປອ ສົມກຽດ ພະສີ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກພັກການ-ຮັບອຸດ ໜູນບຳນານ.

ຫ້ອງວ່າການ ສນຍ ປະກາດແຕ່ງຕັ້ງຫົວໜ້າກົມ 4 ທ່ານ ແລະ ອຸດໜູນບຳນານ 1 ທ່ານ - 472927096 1169579698511178 1518920503800178679 n 1024x748 - ຫ້ອງວ່າການ ສນຍ ປະກາດແຕ່ງຕັ້ງຫົວໜ້າກົມ 4 ທ່ານ ແລະ ອຸດໜູນບຳນານ 1 ທ່ານ

2. ແຕ່ງຕັ້ງຫົວໜ້າກົມ 4 ທ່ານ ຄື:

– ແຕ່ງຕັ້ງທ່ານ ສຸຂັນໄຊ ອັກຄະວົງ, ເປັນຫົວໜ້າກົມ, ເລຂານຸການປະຈໍາກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ.

– ແຕ່ງຕັ້ງທ່ານ ປອ. ຊາຍຄໍາ ພຸດທະວົງ ເປັນຫົວໜ້າກົມຄົ້ນຄວ້າ-ສັງລວມ.

– ແຕ່ງຕັ້ງທ່ານ ນາງ ວິລະສະຕີ ສົມບູນຂັນ ເປັນຫົວໜ້າກົມປະຊາສຳພັນ.

– ແຕ່ງຕັ້ງທ່ານ ນາງ ສຸລິກັນ ພົມມະຈັນ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ.

ຫ້ອງວ່າການ ສນຍ ປະກາດແຕ່ງຕັ້ງຫົວໜ້າກົມ 4 ທ່ານ ແລະ ອຸດໜູນບຳນານ 1 ທ່ານ - 472936531 1169579758511172 3642060590419741392 n 1024x669 - ຫ້ອງວ່າການ ສນຍ ປະກາດແຕ່ງຕັ້ງຫົວໜ້າກົມ 4 ທ່ານ ແລະ ອຸດໜູນບຳນານ 1 ທ່ານ

ທ່ານນາຍົກລັດ ຖະມົນຕີ ເຊິ່ງທ່ານ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ຄຸນງາມຄວາມດີ ຂອງທ່ານ ທີ່ໄດ້ປະກາດພັກການຮັບອຸດໜູນບຳນານ ເຊິ່ງຕະຫຼອດໄລຍະທີ່ດຳລົງຕຳແໜ່ງໃນໄລຍະຜ່ານມາ ໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງຂອງຕົນພ້ອມກັບໝູ່ຄະນະ ໃນການເປັນເສນາທິການ ໃຫ້ແກ່ຂັ້ນເທິງເພື່ອແກ້ໄຂບັນຫາວຽກງານ ທີ່ໄດ້ຮັບຜິດຊອບ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ເຊື່ອໝັ້ນວ່າ ຈະຢູ່ໃນຖະນາໃດ ຈະໄປຢູ່ໃສ ກໍຍັງສືບຕໍ່ປະກອບສ່ວນຊ່ວຍພັກ-ລັດ ດ້ວຍຮູບການຕ່າງໆຕື່ມ ແລະ ສືບຕໍ່ເປັນແບບຢ່າງທີ່ດີ, ທັງສືບຕໍ່ອະທິບາຍຊີ້ແຈງແນວທາງນະໂຍບາຍຂອງພັກ-ລັດ ໃຫ້ຄົນອ້ອມຂ້າງໄດ້ເຂົ້າໃຈ, ຖືໂອກາດນີ້ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານບັນດາທ່ານ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້ ລ້ວນແຕ່ແມ່ນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ເຄີຍໄດ້ຜ່ານການເຄື່ອນໄຫວ ແລະ ນໍາພາ-ຊີ້ນໍາວຽກງານຂົງເຂດທີ່ຕົນໄດ້ຮັບຜິດຊອບມາແລ້ວ, ມີບົດຮຽນ ແລະ ປະສົບການໃນການເຄື່ອນໄຫວວຽກງານ ຫຼາຍພໍສົມຄວນ ເຊິ່ງຈະເປັນທ່າແຮງອັນສໍາຄັນໃນການສືບຕໍ່ນໍາພາ-ຊີ້ນໍາ ແລະ ຂັບເຄື່ອນວຽກງານຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນຕໍ່ໜ້າ. ແນວໃດກໍຕາມ ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ ຕ້ອງໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານຮອບດ້ານ ແລະ ທີ່ສໍາຄັນຕ້ອງເປັນແກນກາງຮັກສາຄວາມສາມັກຄີພາຍໃນໃຫ້ໄດ້. ສະຫຼຸບລວມແລ້ວ ຕຳແໜ່ງ ຍິ່ງສູງເທົ່າໃດ ຄວາມຮັບຜິດຊອບ ກໍຍິ່ງສູງ ແລະ ມີຄວາມເປັນແບບຢ່າງກວ່າເກົ່າ.

ໃນໂອກາດດຽວກັນນີ້ ຍັງໄດ້ຍົກໃຫ້ເຫັນສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ, ລວມທັງ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຕໍ່ການພັດທະນາເສດ ຖະກິດ-ສັງຄົມ ຂອງປະເທດເຮົາ ໃນໄລຍະຜ່ານມາ ແລະ ປະຈຸບັນ; ອັນສຳຄັນ, ທ່ານ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ ຫສນຍ ໃຫ້ເອົາໃຈ ໃສ່ວຽກງານໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ກະກຽມ ການດຳເນີນກອງປະຊຸມໃຫຍ່ 3​ ຂັ້ນ ຂອງອົງຄະນະພັກ ຫສນຍ ໃຫ້ສໍາເລັດຕາມຄາດໝາຍທີ່ກຳນົດໄວ້; ສືບຕໍ່ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ຫສນຍ ໃຫ້ກະທັດຮັດ, ສົມເຫດສົມຜົນ, ເຄື່ອນ ໄຫວວຽກງານມີປະ ສິດທິພາບ ແລະ ປະສິດທິຜົນ; ສືບຕໍ່ປັບປຸງກົນໄກການປະສານງານ ກັບບັນດາຂະແໜງການ ແລະ ທ້ອງຖິ່ນ ໃຫ້ມີຄວາມໂລ່ງລ່ຽນ ແລະ ກົມກຽວກັນດີຂຶ້ນກວ່າເກົ່າ; ປະຕິບັດວຽກງານບໍລິຫານ ແລະ ບໍລິການຮັບໃຊ້ການນຳ ໃຫ້ມີຄວາມສະ ດວກ, ປອດໄພ, ຖືກຕ້ອງ, ວ່ອງໄວ ແລະ ທັນການ; ໃຫ້ສົມທົບກັບຂະແໜງກ່ຽວຂ້ອງ ຄົ້ນຄວ້າ ແລະ ສ້າງນິຕິກຳ ກ່ຽວກັບການ ຄຸ້ມຄອງ ແລະ ນຳໃຊ້ເອກະສານທາງລັດຖະການ ໃຫ້ຮັດກຸມ, ມີປະສິດທິພາບ ແລະ ປະສິດທິຜົນສູງ; ວຽກງານເສນາທິການ ໂດຍສະເພາະ ວຽກງານຄົ້ນຄວ້າວິໄຈບັນຫາ, ສັງລວມເອກະສານ, ຮ່າງບົດປາໄສຕ່າງໆ ໃຫ້ແກ່ທ່ານ ນາຍົກລັດຖະມົນຕີ, ບັນດາທ່ານຮອງນາຍົກລັດຖະມົນຕີ ຕ້ອງມີເນື້ອໃນຖືກຕ້ອງສອດຄ່ອງກັບແນວທາງຂອງພັກ, ນະໂຍບາຍຂອງລັດ, ແທດເໝາະກັບຄວາມ ເປັນຈິງ, ຖືກຈຸດ ແລະ ສາມາດປະຕິບັດໄດ້; ການບໍລິຫານ-ການຈັດການ ຕ້ອງວ່ອງໄວ, ຊັດເຈນ ເຊິ່ງພະນັກງານ-ລັດຖະກອນທຸກຄົນ ພາຍໃນ ຫສນຍ ຕ້ອງມີນໍ້າໃຈຮັບໃຊ້ປະເທດຊາດ ຮັບໃຊ້ປະຊາຊົນ, ມີຄວາມຮອບຄອບ, ບໍ່ອຸ້ມວຽກ, ບໍ່ປະໃຫ້ແກ່ຍາວເວລາ, ຕ້ອງຊື່ສັດບໍລິສຸດ ແລະ ກ້າຫານ ສະເໜີຄໍາເຫັນຕໍ່ຂັ້ນເທິງ ຢ່າງກົງໄປກົງມາ, ພາວະວິໄສ; ຕ້ອງປະຕິບັດໜ້າທີ່ວຽກງານ ຕາມລະບຽບການ ແລະ ກົນໄກເຮັດວຽກ; ຕ້ອງຮັກສາຄວາມລັບທາງລັດຖະການ; ບັນຫາທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມນາຍົກ -ຮອງນາຍົກລັດຖະມົນຕີ, ກອງປະຊຸມລັດຖະບານ ຕ້ອງຄົ້ນຄວ້າລະອຽດ ຕາມລະບຽບກົດໝາຍ, ກະກຽມເອກະສານໃຫ້ຄົບ ຖ້ວນ ແລະ ທັນຕາມກຳນົດເວລາ, ພ້ອມທັງແຈ້ງຜົນກອງປະຊຸມ ກໍຄື ທິດຊີ້ນຳຂອງຂັ້ນເທິງໃຫ້ຖືກຕ້ອງ, ທັນການ ແລະ ມີການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດຂອງພາກສ່ວນກ່ຽວຂ້ອງ; ການໄປເຮັດວຽກຢູ່ທ້ອງຖິ່ນ ຕ້ອງມີຈຸດສຸມ, ແທດກັບສະພາບຕົວຈິງ, ໄປແລ້ວຈະຕົກລົງບັນຫາຫຍັງ; ສືບຕໍ່ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນ, ປະຕິບັດແບບແຜນວິທີເຮັດວຽກລວມສູນ ຕາມຫຼັກການນໍາພາຂອງພັກ, ບໍ່ຫຼີກ ແລະ ບໍ່ໂຍນຄວາມຮັບຜິດຊອບ, ກ້າຕໍານິສົ່ງຂ່າວ ເພື່ອກໍ່ສ້າງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການເຮັດວຽກ ເພື່ອພ້ອມກັນຈັດຕັ້ງປະຕິບັດໜ້າທີ່ ທີ່ພັກ-ລັດ ມອບໝາຍໃຫ້ ມີຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.

ຫ້ອງວ່າການ ສນຍ ປະກາດແຕ່ງຕັ້ງຫົວໜ້າກົມ 4 ທ່ານ ແລະ ອຸດໜູນບຳນານ 1 ທ່ານ - 3 - ຫ້ອງວ່າການ ສນຍ ປະກາດແຕ່ງຕັ້ງຫົວໜ້າກົມ 4 ທ່ານ ແລະ ອຸດໜູນບຳນານ 1 ທ່ານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!