ຈອນສັນ ຕົກຂັ້ນໄດອາດພາດແຂ່ງຂັນກ໊ອຟ ເດີ ມາສເຕີ

- kitchen vibe - ຈອນສັນ ຕົກຂັ້ນໄດອາດພາດແຂ່ງຂັນກ໊ອຟ ເດີ ມາສເຕີ

- Untitled 4 copy 2 300x169 - ຈອນສັນ ຕົກຂັ້ນໄດອາດພາດແຂ່ງຂັນກ໊ອຟ ເດີ ມາສເຕີ
ດັສຕິນ ຈອນສັນ ນັກກ໊ອຟ ມືວາງອັນດັບ 1 ຂອງໂລກຈາ ສະຫະລັດ ອາດພາດຮ່ວມການ ແຂ່ງຂັນກ໊ອຟເມເຈີລາຍການ ເດີ ມາສເຕີ ທີ່ເມືອງອໍກັສຕ້າ ລັດຈໍ ເຈຍ ປະເທດສະຫະລັດ ລະຫວ່າງ ວັນທີ 6-9 ເມສານີ້ ຫຼັງຈາກທີ່ປະ ສົບອຸບັດຕິເຫດໃນບ້ານຂອງຕົວ ເອງ ຈາກການເປີດເຜີຍຂອງ ເດ ວິດ ວິງເກິລ ຜູ້ຈັດການສ່ວນຕົວ.

ຈອນສັນ ເປັນຕົວເັຕງທີ່ຈະ ຄວ້າແຊ໊ມ ຫຼັງຈາກທີ່ສະແດງຜົນ ງານສຸດຮ້ອນແຮງຄວ້າແຊ໊ມ 3 ທົວນາເມນຫຼ້າສຸດ.

“ເມື່ອປະມານ 3:00 ວັນນີ້ ດັສຕິນ ຕົກຈາກຂັ້ນໄດບ້ານຂອງ ລາວທີ່ ອໍກັສຕ້າ ຫຼັງຂອງລາວກະ ແທກພື້ນຢ່າງຮ້າຍແຮງ ແລະ ຕອນນີ້ກໍພັກຮັກສາຕົວຢູ່ ແຕ່ກໍຍັງ ຮູ້ສຶກບໍ່ດີປານໃດ ລາວໄດ້ຮັບຄຳ ແນະນຳໃຫ້ຢູ່ຊື່ໆ ແລະ ຕ້ອງກີນ ຢາແກ້ອັບເສບ ດ້ວຍຄວາມຫວັງ ວ່າຈະຫຼິນໄດ້ໃນມື້ອື່ນ ຂ້ອຍຈະ ບໍ່ໃຫ້ຄວາມເຫັນເພີ່ມເຕີມຈົນກວ່າຂ້ອຍຈະຮູ້ອາການຂອງ ດັສຕິນ ຫຼາຍກວ່ານີ້” ວິງເກິລ ຖະແຫຼງ.

ສຳລັບ ຈອນສັນ ມີກຳນົດ ລົງແຂ່ງກ໊ອຟ ເດີ ມາສເຕີ ໂດຍ ລາວຢູ່ຮ່ວມກຸ່ມດຽວກັບ ບັບບາ ວັດສັນ ແລະ ຈິມມີ ວອກເກີ 2 ນັກກ໊ອຟໝູ່ຮ່ວມຊາດ.

- 4 - ຈອນສັນ ຕົກຂັ້ນໄດອາດພາດແຂ່ງຂັນກ໊ອຟ ເດີ ມາສເຕີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!