ລິເວີພູລ ຖືກຫ້າມຊື້ນັກເຕະດາວຮຸ່ງ 2 ປີ


ລິເວີພູລ ແອບຕິດຕໍ່ເພື່ອດຶງ ເດັກນ້ອຍອາຍຸ 12 ປີ ຂອງ ສະ ໂຕກ ຊິຕີ ມາຮ່ວມທີມຂອງພວກ ເຂົາໃນລະດູການຜ່ານມາ ໂດຍ ເດັກນ້ອຍນິລະນາມດັ່ງກ່າວໄດ້ ຮັບການຍ້ອງຍໍ່ວ່າເປັນໜຶ່ງໃນ ດາວຮຸ່ງທີ່ເກັ່ງທີ່ສຸດຂອງ ສະໂຕກ ຊິຕີ ນຳອີກ. ມີການເປີດເຜີຍວ່າ ລິ ເວີພູລ ຕົກລົງກັບພໍ່-ແມ່ ຂອງເດັກ ວ່າຈະອອກຄ່າຮຽນໃຫ້ຈົນລາວອາຍຸຄົບ 16 ປີ ແຕ່ປັນຫາມັນກໍ ເກີດຂຶ້ນຈົນໄດ້ເພາະລະດູການ ຜ່ານມາມີການອອກກົດພໍດີວ່າ ຫ້າມທຸກທີມເຮັດຂໍ້ຕົກລົງແບບ ນັ້ນ ນອກຈາກວ່າສະໂມສອນນັ້ນ ຈະຊ່ວຍໃຫ້ເດັກໄດ້ຮຽນໜັງສື ແບບສ່ວນຕົວດ້ວຍການຈ່າຍເງິນທຸກກີບແຕ່ພຽງຜູ້ດຽວ ໂດຍສາ ເຫດທີ່ມີການອອກກົດແບບນີ້ຂຶ້ນມາ ກໍເພື່ອປ້ອງກັນບໍ່ໃຫ້ບັນດາ ທີມຕ່າງໆລໍ້ຊື້ນັກເຕະດ້ວຍການ ຈ່າຍຄ່າຮຽນໃຫ້ເປັນໄລຍະເວລາສັ້ນໆ ນັນເອງ.
ຕອນທຳອິດ ລິເວີພູລ ບໍ່ຮູ້ ເຖິງກົດຂໍ້ນີ້ເລີຍ ແລະ ພໍຮູ້ແລ້ວນັ້ນ ພວກເຂົາກໍຍົກເລີກຂໍ້ຕົກລົງດັ່ງ ກ່າວທັນທີ ເຮັດໃຫ້ຕອນນີ້ ພໍ່-ແມ່ ຂອງເດັກຕ້ອງເປັນຝ່າຍອອກເງິນຄ່າຮຽນທັງໝົດ ແຕ່ສຸດທ້າຍແລ້ວ ທາງ ພຣີເມຍລີກ ກໍມາຮູ້ເລື່ອງນີ້ ພ້ອມກັບເຮັດການສອບສວນ ຢ່າງໜັກ ແລະ ຫຼ້າສຸດກໍຕັດສີນວ່າ ລິເວີພູລ ມີຄວາມຜິດແທ້.
ຖະແຫຼງການຂອງ ພຣີເມຍ ລີກ ລະບູວ່າ: “ທາງລີກພົບຫຼັກ ຖານທີ່ສະແດງໃຫ້ເຫັນວ່າມີການເຈລະຈາກັນລະຫວ່າງຕົວແທນ ຂອງສະໂມສອນກັບສະມາຊິກ ຂອງຄອບຄົວຂອງນັກເຕະ ການ ທີ່ພວກເຂົາເຮັດໃຫ້ທາງຄອບຄົວມາຊົມເກມທີ່ ແອນຟິລ ໂດຍທີ່ ທາງສະໂມສອນອອກເງິນເອງ ລວມເຖິງຂໍ້ສະເໜີຕ່າງໆ ທີ່ໂນ້ມ ນ້າວໃຈນັກເຕະໃຫ້ເຊັນສັນຍາກັບ ລິເວີພູລ ຜ່ານທາງຄອບຄົວຂອງ ລາວ ລີກມີການຕັ້ງກົດເອົາໄວ້ ຢ່າງເຂັມງວດແລ້ວວ່າຫ້າມມີ ການຍື່ນຂໍ້ສະເໜີໃດໆກໍຕາມທີ່ຈະຈູງໃຈໃຫ້ເກີດການຍ້າຍທີມ”.
ທັງນີ້ໂທດຫ້າມໃນ 2 ປີ ຈະຖືກພັກເອົາໄວ້ກ່ອນ ເຊິ່ງຖ້າ ມາການຕັດສີນວ່າ ລິເວີພູລ ເຮັດ ຜິດແບບດຽວກັນນີ້ອີກ ພວກເຂົາ ກໍຈະຖືກລົງໂທດເພີ່ມອີກ 3 ປີ ໂດຍ ລິເວີພູລ ຈະຖືກປັບເງິນ 10.000 ປອນ ນຳອີກ.