ອຸທານຫອນ! ຝ້າຍຜູກແຂນລູກນ້ອຍ ຈຳນວນຫລາຍ ແລະ ປະໄວ້ດົນອາດເປັນອັນຕະລາຍຕໍ່ເດັກ
January 16, 2025 - 2:09 PM


ວັນທີ 15 ມັງກອນ 2025 ທ່ານໝໍ Vongvilay Lattakoun ໄດ້ໂພສພາບຢູ່ເຟສບຸກສ່ວນຕົວ ຝາກເປັນອຸທານຫອນເຖິງຜູ້ເປັນແມ່ທີ່ມີລູກນ້ອຍເກີດໃໝ່.
ທ່ານໝໍໄດ້ເລົ່າວ່າ: ມີລູກຄ້າພາລູກນ້ອຍ ອາຍຸ 2ເດືອນ ມາໃຊ້ບໍລິການຢູ່ຄລີນິກ ທີ່ມີບາດແຜຢູ່ຂໍ້ມື, ຜູ້ເປັນແມ່ບອກວ່າ ລູກຂອງຕົນຂີ້ໄຫ້ມາແຕ່ເກີດ ແມ່ຈຶ່ງໄດ້ໃຫ້ຜູ້ເຖົ້າຜູ້ແກ່ຄູບາອາຈານ ມັດສາຍສິນໃສ່ແຂນໃຫ້ລູກຫລາຍເສັ້ນ ປະໄວ້ເປັນເວລາດົນ ເຮັດໃຫ້ຝ້າຍຖືກນ້ຳປຽກແດ່ ແລະ ຝ້າຍຮັດແຂນເດັກແດ່ຈົນກໍ່ໃຫ້ເກີດມີບາດແຜ.
ສະນັ້ນ, ຈຶ່ງຝາກເປັນອຸທາຫອນ ໃຫ້ບັນດາຜູ້ເປັນແມ່ໝັ່ນກວດກາເບິ່ງຝ້າຍຢູ່ແຂນຂອງລູກນ້ອຍເປັນປະຈຳ ບໍ່ໃຫ້ມີຫລາຍຈົນເກີນໄປ ແລະ ຮັດຈົນເກີນໄປ ເພື່ອຫລີກລ່ຽງອາການບາດເຈັບຂອງເດັກ ດັ່ງກໍລະນີດັ່ງກ່າວນີ້.