ອັບເດດ! ຜົນຂອງການຊີເຈາະຈຸດດິນຍຸບຕົວ ຢູ່ບ້ານປາກເປັ່ງເມືອງທ່າແຂກ ແຂວງຄໍາມ່ວນ

ອັບເດດ! ຜົນຂອງການຊີເຈາະຈຸດດິນຍຸບຕົວ ຢູ່ບ້ານປາກເປັ່ງເມືອງທ່າແຂກ ແຂວງຄໍາມ່ວນ - 473760621 923988306591036 6170481244361648719 n - ອັບເດດ! ຜົນຂອງການຊີເຈາະຈຸດດິນຍຸບຕົວ ຢູ່ບ້ານປາກເປັ່ງເມືອງທ່າແຂກ ແຂວງຄໍາມ່ວນ
ອັບເດດ! ຜົນຂອງການຊີເຈາະຈຸດດິນຍຸບຕົວ ຢູ່ບ້ານປາກເປັ່ງເມືອງທ່າແຂກ ແຂວງຄໍາມ່ວນ - kitchen vibe - ອັບເດດ! ຜົນຂອງການຊີເຈາະຈຸດດິນຍຸບຕົວ ຢູ່ບ້ານປາກເປັ່ງເມືອງທ່າແຂກ ແຂວງຄໍາມ່ວນ

ວັນທີ 14 ມັງກອນ 2025 ຄະນະທີມງານ ກະຊວງພະລັງງານ ແລະ ບໍ່ແຮ່ (ກົມຄຸ້ມຄອງບໍ່ແຮ່, ກົມທໍລະນີສາດ ແລະ ແຮ່ທາດ), ຄະນະວິສະວະກໍາສາດ(ມະຫາວິທະຍາໄລແຫ່ງຊາດ) ໄດ້ສົມທົບກັບ ພະແນກພະລັງານ ແລະ ບໍ່ແຮ່ແຂວງຄຳມ່ວນ, ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງທ່າແຂກ, ຄະນະວິຊາການຕິດຕາມການຊີເຈາະສຳຫລວດພາກສະໜາມ ເຂດດິນຍຸບຕົວ ແລະ ຄະນະວິຊາການຂອງບໍລິສັດ ຊີໂນອາກກຣີໂປຕາສ ຈໍາກັດ ລົງຕິດຕາມກວດກາຄວາມຄືບໜ້າ ຂອງການຊີເຈາະເພື່ອສຶກສາໂຄງສ້າງທາງດ້ານທໍລະນີສາດບໍລິເວນເຂດທີ່ດິນຍຸບຕົວ ຢູ່ເຂດບ້ານປາກເປັ່ງ, ເມືອງທ່າແຂກ, ແຂວງຄໍາມ່ວນ.

ການເຈາະສໍາຫລວດຄັ້ງນີ້, ໄດ້ຄັດເລືອກເອົາ 3 ຈຸດ (ເປັນຮູບສາມແຈ) ເພື່ອດໍາເນີນການຊີເຈາະ ເພື່ອໃຫ້ສາມາດຄວບຄຸມເອົາບໍລິເວນຈຸດທີ່ມີສະພາບດິນຍຸບຕົວ ເຊິ່ງເຄື່ອງຈັກຊີເຈາະດັ່ງກ່າວ ສາມາດເຈາະໄດ້ເລິກສຸດປະມານ 500 ແມັດຈາກໜ້າດິນ, ຜົນຂອງການຊີເຈາະໃນເບື້ອງຕົ້ນເຫັນໄດ້ວ່າ:

ອັບເດດ! ຜົນຂອງການຊີເຈາະຈຸດດິນຍຸບຕົວ ຢູ່ບ້ານປາກເປັ່ງເມືອງທ່າແຂກ ແຂວງຄໍາມ່ວນ - Visit Laos Visit SALANA BOUTIQUE HOTEL - ອັບເດດ! ຜົນຂອງການຊີເຈາະຈຸດດິນຍຸບຕົວ ຢູ່ບ້ານປາກເປັ່ງເມືອງທ່າແຂກ ແຂວງຄໍາມ່ວນ
  • ຮູເຈາະທີ 1 ມີຄວາມເລີກ 300 ແມັດ ໃນນັ້ນລະດັບຄວາມເລິກມີ3ລະດັບຄື: ລະດັບຄວາມເລິກ 78.8 ແມັດ ເຖິງ 80.9 ແມັດ; ລະດັບ 80.9 ແມັດ ເຖິງ 83.4 ແມັດ ແລະ ລະດັບຄວາມເລິກ 104.30 ແມັດ ເຖິງ 108.30 ແມັດ ພົບເຫັນຊ່ອງຫວ່າງ (ຜົ້ງ).
  • ຮູເຈາະທີ 2 ມີຄວາມເລິກ 350 ແມັດ, ໃນນັ້ນ ລະດັບຄວາມເລິກ 61.1 ແມັດ ເຖິງ 64.3 ແມັດ ແລະ ຄວາມເລິກລະດັບ 80.9 ແມັດ ເຖິງ 83.4 ແມັດ ພົບເຫັນຊ່ອງຫວ່າງ (ຜົ້ງ).
  • ຮູເຈາະທີ 3 ມີຄວາມເລິກ 104.45 ແມັດ ສ່ວນໃຫຍ່ເປັນຊັ້ນດິນໜຽວ ແລະ ຫີນຕົມ; ພ້ອມນັ້ນ, ກໍໄດ້ຄັດເລືອກເອົາຕົວຢ່າງຈາກແທ່ງເຈາະ (ທີ່ໄດ້ຈາກກການເຈາະ) ໄປວິເຄາະວິໄຈ ຊອກຫາຄຸນລັກສະນະທາງດ້ານເຄມີ ແລະ ຟີຊິກ. ສໍາລັບຮູເຈາະທີ 3 ນີ້ ຈະສືບຕໍ່ດໍາເນີນການເຈາະໃຫ້ທະລຸຊັ້ນເກືອ, ຄາດວ່າຈະສໍາເລັດໃນວັນທີ 21 ມັງກອນນີ້.
ອັບເດດ! ຜົນຂອງການຊີເຈາະຈຸດດິນຍຸບຕົວ ຢູ່ບ້ານປາກເປັ່ງເມືອງທ່າແຂກ ແຂວງຄໍາມ່ວນ - 473617842 923988539924346 8479291029119367186 n 1024x724 - ອັບເດດ! ຜົນຂອງການຊີເຈາະຈຸດດິນຍຸບຕົວ ຢູ່ບ້ານປາກເປັ່ງເມືອງທ່າແຂກ ແຂວງຄໍາມ່ວນ

ຈາກຜົນຂອງການຊີເຈາະມາຮອດປະຈຸບັນ ໃນລະດັບຄວາມເລີກ 300 ເຖິງ 350 ແມັດຈາກໜ້າດິນ ເຊິ່ງເລິກກ່ອນລະດັບອຸໂມງໃຕ້ດິນທີ່ບໍລິສັດກໍາລັງດໍາເນີນການຂຸດຄົ້ນຢູ່ໃນປະຈຸບັນນີ້ເຫັນວ່າ: ບໍ່ພົບກິດຈະກໍາຂອງການຂຸດຄົ້ນເກືອໂປຕາສ ຢູ່ໃຕ້ດິນໃນບໍລິເວນດັ່ງກ່າວ, ສອດຄ່ອງກັບຜົນການກວດກາວັດແທກຂອບເຂດການຂຸດຄົ້ນໃຕ້ດິນຂອງກົມແຜນທີ່ແຫ່ງຊາດໃນເດືອນທັນວາ 2024 ທີ່ຜ່ານມາ ໂດຍມີແລວເສັ້ນການວັດແທກເກາະກ່າຍຕາມແລວອຸໂມງຄວາມຍາວປະມານ 14 ກິໂລແມັດ, ຂອບເຂດການຂຸດຄົ້ນໃຕ້ດິນຂອງບໍລິສັດ (ຈຸດທີ່ໃກ້ສຸດ) ມີໄລຍະຫ່າງຈາກຈຸດທີ່ມີສະພາບດິນຍຸບ ປະມານ 176 ແມັດ, ຫ່າງຈາກອຸໂມງລົມ 422 ແມັດ ແລະ ການຂຸດຄົ້ນຂອງບໍລິສັດຢູ່ໃນລະດັບຄວາມເລິກ ຈາກໜ້າດິນປະມານ 171 – 194 ແມັດ.

ບາດກ້າວຕໍ່ໄປ ເພື່ອເປັນຂໍ້ມູນສົມທົບໃຫ້ການສຶກສາສະພາບດິນຍຸບດັ່ງກ່າວມີຄວາມຊັດເຈນ ແລະ ໃກ້ຄຽງສະພາບຄວາມເປັນຈິງຍິ່ງຂຶ້ນ, ຂະແໜງການທີ່ກ່ຽວຂ້ອງຂອງລັດ ຈະຮ່ວມກັບບໍລິສັດ ດໍາເນີນການສືບຕໍ່ສຶກສາສໍາຫລວດດ້ວຍ ການວິທີສໍາຫລວດທາງທໍລະນີຟີຊິກ (Seismic Reflection Survey) ແລະ ສ້າງແບບຈໍາລອງໂຄງສ້າງທາງດ້ານທໍລະນີສາດບໍລິເວນດັ່ງກ່າວ ໂດຍຈະໃຫ້ສໍາເລັດ ແລະ ລາຍງານຕໍ່ລັດຖະບານໃນໄວໆ ນີ້.

ທີ່ມາ: Khammouane News

ອັບເດດ! ຜົນຂອງການຊີເຈາະຈຸດດິນຍຸບຕົວ ຢູ່ບ້ານປາກເປັ່ງເມືອງທ່າແຂກ ແຂວງຄໍາມ່ວນ - 4 - ອັບເດດ! ຜົນຂອງການຊີເຈາະຈຸດດິນຍຸບຕົວ ຢູ່ບ້ານປາກເປັ່ງເມືອງທ່າແຂກ ແຂວງຄໍາມ່ວນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!