ຄາຕະກຳເມຍຕົນເອງດ້ວຍຄວາມໂມໂຫ ທີ່ຫ້າມບໍ່ໃຫ້ໄປຢາມກັບດັກສັດປ່າ


ປກສ ແຂວງຫົວພັນ ລາຍງານວ່າ: ວັນທີ 13 ມັງກອນ 2025 ເຈົ້າໜ້າທີ່ ພະແນກສືບສວນສອບສວນ ຫ້ອງຕໍາຫລວດ ປກສ ແຂວງຫົວພັນ ໄດ້ນໍາເອົາ ທ້າວ ນາງ ອາຍຸ 24ປີ ປະຊາຊົນເຜົ່າ ກຶມມຸ ມາຈໍາລອງເຫດການຄືນ ຄະດີຄາຕະກໍາ ເມຍຕົນເອງ ເພື່ອປະກອບຂໍ້ມູນຮັບຄໍາສາລະພາບຂອງຜູ້ກ່ຽວ. ເຫດການດັ່ງກ່າວ ເກີດຂຶ້ນເວລາ 10 ໂມງ ວັນທີ 12 ພະຈິກ 2024ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງຊ່ອນ ໄດ້ຮັບແຈ້ງຈາກອໍານາດການປົກຄອງ ບ້ານວັດ ເມືອງຊ່ອນ ວ່າ: ໄດ້ມີເຫດການຄາຕະກໍາ ຢູ່ສະນໍາໄຮ່ ຫ້ວຍປວກ ຂອບເຂດບ້ານວັດ ເມືອງຊ່ອນ, ພາຍຫລັງໄດ້ຮັບແຈ້ງເຫດແລ້ວ ເຈົ້າໜ້າທີ່ ປກສ ເມືອງຊ່ອນ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ພ້ອມກັນລົງກວດກາຈຸດເກີດເຫດ ແລະ ສັນລະສູດຊາກສົບ ຈຶ່ງໄດ້ຮູ້ຜູ້ກະທໍາຜິດ ຊື່ ທ້າວນາງ ຢູ່ບ້ານວັດ ເມືອງຊ່ອນ ແຂວງຫົວພັນ ຈາກນັ້ນເຈົ້າໜ້າທີ່ຈືື່ງໄດ້ກັກຕົວຜູ້ກ່ຽວ ມາດໍາເນີນການສືບສວນສອບສວນ ຕາມຂັ້ນຕອນຂອງກົດໝາຍ.
ຜ່ານການສືບສວນສອບສວນ ທ້າວນາງ ໄດ້ຮັບສາລະພາບວ່າ: ປີ 2020 ໄດ້ແຕ່ງງານກັບນາງ ເມັນ ອາຍຸ 22 ປີ ຄົນບ້ານດຽວກັນ ຢູ່ກິນນໍາກັນ ມີລູກ 2 ຄົນ, ໃນໄລຍະຜ່ານມາ ທັງສອງໄດ້ມີການຜິດຖຽງກັນຫລາຍຄັ້ງ. ວັນທີ 8 ພະຈິກ 2024 ທ້າວນາງ ໄດ້ພາຄອບຄົວ ໄປນອນຢູ່ສະນໍາໄຮ່ ຫ້ວຍປວກ ຂອບເຂດບ້ານວັດ ເມືອງຊອນ ຫ່າງຈາກບ້ານປະມານ 5 ກິໂລແມັດ ເພື່ອປູກຝັງລ້ຽງສັດຕາມລະດູການ, ເວລາ 7 ໂມງເຊົ້າ ຂອງວັນທີ 12 ພະຈິກ 2024 ທ້າວນາງ ຕື່ນນອນແລ້ວຈະໄປຢາມກັບເຫລັກ ທີ່ຕົນເອງໄດ້ກາງໄວ້ມື້ກ່ອນ, ແຕ່ຖືກ ນາງເມັນ ຜູ້ເປັນເມຍຫ້າມ ບໍ່ໃຫ້ໄປ ແຕ່ບອກໃຫ້ໄປຕັດໄມ້ມາແປງສະນໍາກ່ອນ, ທ້າວນາງ ຈຶ່ງໄດ້ຕອບເມຍວ່າ ບໍ່ມີພ້າໃຫຍ່ ພ້ານ້ອຍຟັນບໍ່ໄດ້ ພ້ອມທັງຈັບເອົາປືນແກັບທີ່ເກາະໄວ້ເທິງຫົວບ່ອນນອນຈະອອກໄປ,
ເມື່ອເປັນເຊັ່ນນັ້ນຜູ້ເປັນເມຍຈຶ່ງຮ້າຍດ່າຜົວ ພ້ອມທັງຂູ່ວ່າຊິຂ້າໃຫ້ຕາຍ ແລ້ວໄປເອົາຜົວໃໝ່ ພ້ອມທັງ ເຂົ້າໄປຍາດເອົາປືນແກັບ ຈາກມືທ້າວນາງ ເພື່ອຈະຍິງຜົວ ແຕ່ຜູ້ເປັນຜົວໄດ້ຍາດເອົາຄືນ ຜູ້ເປັນເມຍພັດບໍ່ຍອມເຊົາ ພ້ອມກັນຍາດແຍ່ງກັນໄປ-ມາ ແລ້ວຜູ້ເປັນເມຍຈັບປາຍປືນມາຈໍ້າໃສ່ຫົວເບື້ອງຊ້າຍຂອງຕົນເອງ ພ້ອມທັງບອກຜົວວ່າ: ຖ້າເກັ່ງລະຍິງແມ້ ແລະ ເຕະຜົວ. ໃນຂະນະນັ້ນ, ທ້າວນາງ ໄດ້ເກີດຄວາມໂມໂຫ ແລະຄິດວ່າ ຖ້າຜູ້ກ່ຽວບໍ່ຍິງເມຍ, ເທື່ອໜ້າເມຍ ກໍຈະຍິງຕົນເອງ ຈຶ່ງໄດ້ຕັດສິນໃຈເກາໄກປືນ ເຮັດໃຫ້ນາງເມັນ ຜູ້ເປັນເມຍ ເສຍຊີວິດຄາທີ່.
ຫລັງຈາກທີ່ເມຍເສຍຊີວິດແລ້ວ ທ້າວນາງ ໄດ້ນາບປືນແກັບໃສ່ລູກ ຄິດວ່າຈະຍິງຕົນເອງຕາຍ ເພື່ອລົບຫລີກຄະດີ ແຕ່ໃຈບໍ່ກ້າ ຈຶ່ງຕັດສິນໃຈມາລາຍງານເຫດການນໍາ ປກສ ບ້ານ, ປະຈຸບັນ ຄະດີດັ່ງກ່າວ ພວມດໍາເນີນຕາມຂັ້ນຕອນຂອງກົດໝາຍ.
ທີ່ມາ: ປກສ ແຂວງຫົວພັນ